ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ

ກະຊວງການເງິນສະເໜີ ຮ່າງກົດໝາຍວ່າດ້ວຍອາກອນທີ່ດິນ ໃຫ້ສະພາແຫ່ງຊາດພິຈາລະນາ


ການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ 9 ໃນຕອນເຊົ້າ 6 ກໍລະກົດ 2023, ພາຍໃຕ້ການເປັນປະທານຂອງ ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດໄດ້ຮັບຟັງການສະເໜີຮ່າງກົດໝາຍວ່າດ້ວຍອາກອນທີ່ດິນ ສະບັບສ້າງຂຶ້ນໃໝ່ທີ່ສະເໜີໂດຍ ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງກະເງິນ ກົດໝາຍສະບັບນີ້ປະກອບມີ 9 ພາກ 4 ໝວດ ແລະ 48 ມາດຕາ ໂດຍທ່ານໄດ້ຍົກໃຫ້ເຫັນເຫດຜົນ ແລະ ຄວາມຈຳເປັນ, ສະພາບການຄົ້ນຄວ້າຮ່າງກົດໝາຍໃນໄລຍະຜ່ານມາ ໂຄງປະກອບລວມເຖິງຄາດຄະເນຜົນໄດ້ຮັບ ພາຍຫຼັງທີ່ຮ່າງກົດໝາຍສະບັບນີ້ຖືກຮັບຮອງ ແລະ ປະກາດໃຊ້ຢ່າງເປັນທາງການ, ແນ່ໃສ່ເພື່ອເປັນເຄື່ອງມືເຮັດໃຫ້ການຈັດເກັບລາຍຮັບເຂົ້າງົບປະມານຂອງລັດຈາກອາກອນທີ່ດິນ ຫັນເຂົ້າສູ່ລະບົບທີ່ມີຄຸນນະພາບຫຼາຍຂຶ້ນ ພ້ອມທັງເປັນການຮົ່ວໄຫຼຂອງງົບປະມານຕື່ມອີກ.


ພາຍຫຼັງທີ່ສະມາຊິກສະພາແຫ່ງຊາດໄດ້ຮັບຟັງການສະເໜີຮ່າງກົດໝາຍວ່າດ້ວຍອາກອນທີ່ດິນສະບັບສ້າງຂຶ້ນໃໝ່ ຈາກລັດຖະມົນຕີກະຊວງການເງິນແລ້ວ ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ ໃນນາມປະທານກອງປະຊຸມໄດ້ມີຄຳເຫັນເຈາະຈີ້ມ ເພື່ອເປັນທິດທາງໃນການປະກອບຄຳເຫັນ ເພື່ອເຮັດໃຫ້ຮ່າງກົດໝາຍສະບັບນີ້ມີເນື້ອໃນຄົບຖ້ວນ ແລະ ຮັດກຸມຫຼາຍຂຶ້ນກວ່າເກົ່າ ສາມາດຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນ.
ທ່ານ ເລື່ອນວິໄລ ຈັນທະລາພັນ ສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 11 ແຂວງບໍລິຄຳໄຊ ສະແດງຄວາມຊົມເຊີຍຕໍ່ຄະນະຮັບຜິດຊອບຮ່າງກົດໝາຍທີ່ໄດ້ເອົາໃຈໃສ່ສ້າງຮ່າງກົດໝາຍສະບັບນີ້ ເພື່ອໃຫ້ສອດຄ່ອງກັບສະພາບເງື່ອນໄຂການພັດທະນາເສດຖະກິດ-ສັງຄົມຂອງປະເທດເຮົາໃນປັດຈຸບັນ ແຕ່ສະເໜີໃຫ້ຄະນະຮັບຜິດຊອບຮ່າງກົດໝາຍເບິ່ງຄື່ນກ່ຽວກັບມາດຕາທີ 11 ທີ່ເວົ້າກ່ຽວກັບທີ່ດິນທີ່ໄດ້ຮັບການຍົກເວັ້ນການເກັບອາກອນທີ່ດິນ ເນື່ອງຈາກການອະທິບາຍບາງຄຳສັບບໍ່ທັນລະອຽດຈະແຈ້ງເທົ່າທີ່ຄວນ.


ທ່ານ ລຳໄມ ກຸດລາວົງ ສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 10 ແຂວງວຽງຈັນ ສະເໜີໃຫ້ພາກສ່ວນຮັບຜິດຊອບຮ່າງກົດໝາຍປັບປຸງບາງເນື້ອໃນ ໃນມາດຕາທີ 15 ວັກທີ 1 ທີ່ເວົ້າກ່ຽວກັບການກຳນົດວິທີເກັບອາກອນທີ່ດິນ ເຫັນວ່າຍັງບໍ່ທັນແທດເໝາະກັບສະພາບເງື່ອນໄຂຕົວຈີງໃນປັດຈຸບັນເທົ່າທີ່ຄວນ ເນື່ອງຈາກຈະເປັນການເປີດຊ່ອງຫວ່າງໃຫ້ບຸກຄົນ ຫຼື ນິຕິບຸກຄົນມີການບຸກລຸກເນື້ອທີ່ດິນຂອງລັດ ແລະ ອື່ນໆ.


ສຳລັບການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ 9 ໃນຕອນບ່າຍ ຕາມວາລະແລ້ວສະມາຊິກສະພາແຫ່ງຊາດຈະສືບຕໍ່ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍອາກອນທີ່ດິນສະບັບສ້າງຂຶ້ນໃໝ່ຕື່ມອີກ.