ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຄັ້ງທີ II ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າ ວັນທີ 21 ທັນວາ 2021 ທີ່ຫໍປະຊຸມແຫ່ງຊາດ (ຫຼັກ6) ໃຫ້ກຽດເປັນປະທານໂດຍ ສະຫາຍ ນາງ ບຸນຄຳ ວໍລະຈິດ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ເປັນກຽດເຂົ້າຮ່ວມໂດຍສະຫາຍ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ມີສະຫາຍ ຄະນະປະຈຳພັກ, ກຳມະການຄະນະພັກ ກະຊວງ, ບັນດາສະຫາຍຜູ້ແທນສົມບູນ, ສະມາຊິກພັກອາວຸໂສບຳນານ ແລະ ແຂກຖືກເຊີນ ເຂົ້າຮ່ວມທັງໝົດ 228 ສະຫາຍ, ຍິງ 60 ສະຫາຍ.
ໃນກອງປະຊຸມ ສະຫາຍ ນາງ ບຸນຄຳ ວໍລະຈິດ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ຂຶ້ນຜ່ານບົດລາຍງານການເມືອງ ການນໍາພາ-ຊີ້ນໍາຂອງອົງຄະນະພັກກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຕະຫຼອດໄລຍະເວລາ 5 ປີ ທີ່ຜ່ານມາ (2016-2020) ຊຶ່ງໄດ້ຖືເອົາວຽກງານການເມືອງ-ແນວຄິດ ສຶກສາອົບຮົບສາມະຊິກພັກ, ພະນັກງານ-ລັດຖະກອນທົ່ວຂະແໜງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໃຫ້ມີຈັນຍາບັນ, ຈັນຍາທໍາ ໃນການຮັບໃຊ້ປະຊາຊົນຢ່າງບໍລິສຸດໃຈ ໂດຍສະເພາະແມ່ນໄດ້ເອົາໃຈໃສ່ໃນການປະຕິບັດວຽກງານວິຊາສະເພາະ ຕາມຄໍາຂັວນຂອງຂະແໜງຊັບພະຍາກອນທໍາມະຊາດ ແລະ ສິ່ງ ແວດລ້ອມ ຄື: ເຮັດໃຫ້ດີ, ເຮັດໃຫ້ໄວ, ເຮັດໃຫ້ຫຼາຍ ແລະ ເຮັດໃຫ້ຖືກຕ້ອງຕາມກົດໝາຍ ຊຶ່ງສາມາດຍາດໄດ້ຫຼາຍຜົນສໍາເລັດທີ່ພົ້ນເດັ່ນ ເປັນຕົ້ນ ສໍາເລັດການປະກອບສ່ວນສ້າງມະຕິຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍການເພີ້ມທະວີວຽກງານຄຸ້ມຄອງ ແລະ ພັດທະນາທີ່ດິນໄລຍະໃໝ່, ສໍາເລັດການປັບປຸງກົດໝາຍທີ່ດິນ ແລະ ແຜນແມ່ບົດຈັດສັນທີ່ດິນແຫ່ງຊາດ ຮອດປີ 2030, ການຂຶ້ນທະບຽນອອກໃບຕາດິນທົ່ວປະເທດ ໄດ້ເກີນແຜນທີ່ສະພາແຫ່ງຊາດຮັບຮອງ, ການສ້າງຕັ້ງສູນແຜ່ນດິນໄຫວແຫ່ງຊາດ, ສູນຊັບພະຍາກອນນໍ້າແຫ່ງຊາດ, ການພະຍາກອນອາກາດ, ລະດັບນໍ້າຕາມລໍາແມ່ນໍ້າຂອງ ແລະ ສາຂາແມ່ນໍ້າຂອງຕ່າງໆ ໄດ້ເປັນປົກກະຕິ.
ໂອກາດນີ້ ສະຫາຍ ປອ ໄຊນະຄອນ ອິນທະວົງ, ຄະນະປະຈຳພັກ ກະຊວງ, ຮອງລັດຖະມົນຕີ ໄດ້ຂຶ້ນສະເໜີແຜນພັດທະນາຂະແໜງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຕ່ປີ 2021-2025 ຈາກນັ້ນກອງປະຊຸມ ໄດ້ມີການປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກກະຊວງຊຸດໃໝ່ ຊຶ່ງມີຜູ້ລົງສະໝັກເລືອກຕັ້ງ 23 ສະຫາຍ, ເລືອກເອົາ 19 ສະຫາຍ; ກອງປະຊຸມຄັ້ງປະຖົມມະລຶກ ໄດ້ເລືອກເອົາສະຫາຍ:
1. ນາງ ບຸນຄຳ ວໍລະຈິດ ເປັນເລຂາຄະນະພັກກະຊວງ
2. ສະຫາຍ ປອ ໄຊນະຄອນ ອິນທະວົງ ເປັນຮອງເລຂາຄະນະພັກກະຊວງ
1. ສະຫາຍ ໄຊຍະເວດ ວິໄຊ ເປັນປະທານກວດກາ
2. ສະຫາຍ ວິລະສັກ ຈຸນດາລາ ເປັນຮອງປະທານກວດກາ
3. ສະຫາຍ ນາງ ອຸທອນ ເພັດຫຼວງສີ ເປັນຮອງປະທານກວດກາ
4. ສະຫາຍ ສົມແພງ ໄຊຍະແສງ ເປັນຮອງປະທານກວດກາ.
ເພື່ອເປັນການຊີ້ນຳໃຫ້ແກ່ວຽກງານຂອງກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເພື່ອສືບຕໍ່ພັດທະນາໃນຕໍ່ໜ້າ; ສະຫາຍ ປອ ສິນລະວົງ ຄຸດໄພທູນ, ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ໄດ້ໃຫ້ທິດຊີ້ນໍາ ຕໍ່ກອງປະຊຸມ ດັ່ງນີ້:
1. ເພີ້ມທະວີການສຶກສາອົບຮົມການເມືອງ-ແນວຄິດໃຫ້ແຂງແຮງເລິກເຊີງກ່ວາເກົ່າ ໂດຍສົມທົບ ແໜ້ນ ການຍົກລະດັບຄວາມຮູ້ທາງດ້ານທິດສະດີການເມືອງ, ເຊື່ອມຊຶມ, ກໍາແໜ້ນແນວທາງແຜນນະໂຍບາຍຂອງພັກ ແລະ ວິຊາສະເພາະ ໃຫ້ພະນັກງານຫຼັກແຫຼ່ງຂັ້ນຕ່າງໆ ເພື່ອສ້າງການຫັນປ່ຽນທາງດ້ານແນວຄິດ, ຈິນຕະນາການຢ່າງແຂງແຮງ ແນໃສ່ກໍ່ສ້າງບັນດາຮາກຖານພັກ, ບັນດາໜ່ວຍພັກ ໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ໂດຍຢຶດໝັ້ນ ແລະ ປະຕິບັດຢ່າງເຂັ້ມງວດ 5 ຫຼັກການ ແລະ 3 ທິດນໍາໃນການກໍ່ສ້າງ ແລະ ປັບປຸງພັກ. ຄຽງຄູ່ກັນນີ້, ຕ້ອງໄດ້ເພີ່ມທະວີການຄຸ້ມຄອງ ແລະ ຕີລາຄາຄຸນນະພາບຂອງຄະນະພັກຂັ້ນຕ່າງ ແລະ ສະມາຊິກພັກ ເປັນປົກກະຕິໂດຍປະຕິບັດການຍ້ອງຍໍສະມາຊິກພັກຜູ້ທີ່ດີເດັ່ນ, ດໍາເນີນມາດຕະການດ້ານວິໄນຕໍ່ຜູ້ລະເມີດກົດລະບຽບຂອງພັກ, ກົດໝາຍ ແລະ ລະບຽບການຕ່າງໆຂອງລັດຢ່າງເຂັ້ມງວດ.
2. ສຶບຕໍ່ປັບປຸງແບບແຜນການນໍາພາ ແລະ ເຮັດວຽກ ຂອງຄະນະພັກ ໃຫ້ມີຄວາມເປັນເອກະພາບສູງພາຍໃນອົງຄະນະພັກ ໂດຍຢຶດໝັ້ນຫຼັກການລວມສູນປະຊາທິປະໄຕ ຕົກລົງເປັນໝູ່ຄະນະ ແລະ ມອບໃຫ້ບຸກຄົນຮັບຜິດຊອບ ພ້ອມທັງມີການຕິດຕາມ, ກວດກາ ແລະ ຊຸກຍູ້ການປະຕິບັດວຽກງານຕົວຈິງ.
3. ສຶບຕໍ່ຈັດຕັ້ງຜັນຂະຫຍາຍມະຕິຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍການເພີ່ມທະວີວຽກງານຄຸ້ມຄອງ ແລະ ພັດທະນາທີ່ດິນ ໃນໄລຍະໃຫມ່ ສະບັບເລກທີ 026ຄບສພ, ລົງວັນທີ 3ສິງຫາ 2017 ໂດຍສຸມໃສ່ຂຶ້ນທະບຽນອອກໃບຕາດິນໃຫ້ສໍາເລັດຕາມແຜນການ ໃນ 5 ປີຕໍ່ໜ້າ ໂດຍສະເພາະແມ່ນການປັບປຸງລະບົບການຄຸ້ມຄອງບໍລິຫານທີ່ດິນໃຫ້ມີປະສິດທິພາບ ແລະ ທັນສະໄໝ.
4. ສຶບຕໍ່ຄຸ້ມຄອງສິ່ງແວດລ້ອມໃຫ້ມີປະສິດພາບສູງຂຶ້ນ ດ້ວຍການເປັນເຈົ້າການຊຸກຍູ້ຜັນຂະຫຍາຍການພັດທະນາຕາມທິດສີຂຽວ ແລະ ຍືນຍົງ ໃຫ້ເປັນຮູບປະທໍາຫຼາຍຂຶ້ນ. ໂດຍສະເພາະແມ່ນຕ້ອງສູ້ຊົນສໍາເລັດແຜນຈັດສັນທີ່ດິນ, ຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແບບຮອບດ້ານ ຂັ້ນແຂວງ ໃຫ້ສໍາເລັດໃນທົ່ວປະເທດ ເພື່ອເປັນບ່ອນອີງໃນການຄຸ້ມຄອງການນໍາໃຊ້ຊັບພະຍາກອນທໍາມະຊາດ ທີ່ມີປະສິດທິພາບ, ສົ່ງເສີມເຂດພື້ນທີ່ສີຂຽວ, ການຄຸ້ມຄອງຂີ້ເຫຍື້ອ, ການຕິດຕາມ ແລະ ລາຍງານສະພາບອາກາດ ຢ່າງເປັນປົກກະຕິ.
5. ເພີ້ມທະວີການນໍາພາ-ຊີ້ນໍາອົງການຈັດຕັ້ງມະຫາຊົນ ເຂົ້າຮ່ວມການປະຕິບັດໜ້າທີ່ການເມືອງ ກໍ່ຄືວຽກງານວິຊາສະເພາະ ຢ່າງແຂງແຮງ ແນໃສ່ປະກອບສ່ວນໃນການແກ້ໄຂຄວາມທຸກຍາກ, ແກ້ໄຂປະກົດການຫຍໍ້ທໍ້ຕ່າງຢູ່ພາຍໃນກະຊວງ ແລະ ໃນສັງຄົມ.