ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນຕອນເຊົ້າວັນທີ 27 ກັນຍາ 2023 ຢູ່ທີ່ໂຮງແຮມອຳມະລີ ເມືອງວັງວຽງ, ແຂວງວຽງຈັນ ກະຊວງຍຸຕິທໍາໄດ້ເປີດຝຶກອົບ ຮົມພາວະການເປັນຜູ້ນຳ ແລະ ການທົບທວນແຜນຍຸທະສາດຂອງກະຊວງຍຸຕິທຳໃນການສົ່ງເສີມຄວາມສະເໝີພາບ ລະ ຫວ່າງ ຍິງ-ຊາຍ ໂດຍການໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ໄພວີ ສີບົວລິພາ ກໍາມະການສູນກາງ, ເລຂາຄະນະບໍລິ ຫານງານພັກ, ລັດຖະມົນຕີກະຊວງຍຸຕິທຳ, ທ່ານ ນາງ ໂຊຟາຢາ ຄາເຊີນ ຫົວໜ້າແຜນງານຊ່ວຍເຫຼືອທາງດ້ານກົດໝາຍ ມູນນິທິເອເຊຍ, ຄູ-ອາຈານ ທີ່ຖືກເຊີນ ພ້ອມດ້ວຍຜູ້ເຂົ້າຮ່ວມຝຶກອົບຮົມ ຈຳນວນ 50 ທ່ານ, ຍິງ 47 ທ່ານ.
ໃນໂອກາດນີ້ ທ່ານ ໄພວີ ສີບົວລິພາ ກໍໄດ້ມີຄຳເຫັນ ແລະ ກ່າວເປີດພິທີ ຊຶ່ງທ່ານໄດ້ກ່າວວ່າ ພັກ ແລະ ລັດຖະບານ ສປປ ລາວ ໄດ້ເອົາໃຈໃສ່ ແລະ ໃຫ້ຄວາມສໍາຄັນໃນການຊຸກຍູ້ສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ແລະ ໃຫ້ສິດສະເໝີພາບເທົ່າທຽມກັບເພດຊາຍໃນທຸກດ້ານ, ຍຸດທະ ສາດ ແລະ ແຜນງານຕ່າງໆ ແລະ ໃຫ້ບຸລິມະສິດຢ່າງຈະແຈ້ງຕໍ່ແນວທາງ, ນະໂຍ ບາຍ, ລັດຖະທໍາມະນູນ, ກົດໝາຍ, ນິຕິກຳ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ວິໄສທັດ, ຍຸດທະສາດ ແລະ ແຜນດໍາເນີນງານແຫ່ງຊາດ ເພື່ອຄວາມສະເໝີພາບຍິງ-ຊາຍ ກໍຄືການສ້າງແຜນກຳນົດພະນັກງານນໍາພາ-ຄຸ້ມຄອງ ເວົ້າລວມ ເວົ້າສະເພາະການສ້າງພະນັກງານນຳພາ-ຄຸ້ມຄອງ ຂອງຂະແໜງການຍຸຕິທຳ ເພື່ອເປັນກໍາລັງແຮງປະກອບສ່ວນເຂົ້າໃນຂະບວນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຄ່ຽງບ່າຄ່ຽງໄຫຼ່ກັບເພດຊາຍ. ນອກນັ້ນ, ທ່ານຍັງໄດ້ກ່າວຕື່ມອີກວ່າ ການຝຶກອົບຮົມໃນຄັ້ງນີ້ ແມ່ນມີຄວາມໝາຍ-ຄວາມສໍາຄັນເປັນຢ່າງຍິ່ງ ເພາະຈະພ້ອມກັນຄົ້ນຄ້ວາ, ປຶກສາຫາລື ແລະ ຊ່ວຍປະກອບຂໍ້ມູນການສ້າງແຜນຍຸດທະສາດ ໃນການສົ່ງເສີມຄວາມສະເໝີພາບ ລະຫວ່າງ ຍິງ-ຊາຍ ຂະແໜງການຍຸຕິທຳ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດເທື່ອລະກ້າວ ແລະ ເພື່ອເປັນການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງກໍຄືສະພາວະການເປັນຜູ້ນຳຂອງແມ່ຍິງກະຊວງຍຕິທໍາ ແລະ ການສົ່ງເສີມບົດບາດຍິງ-ຊາຍ ກ້າວໄປເຖິງການລຶບລ້າງທຸກຮູບການຈໍາແນກ ແລະ ການຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ ໃຫ້ໄດ້ຮັບຜົນປະໂຫຍດສູງສຸດ ແລະ ປະສົບຜົນສໍາເລັດເປັນກ້ວາໆ. ນອກນັ້ນ, ທ່ານໄດ້ກ່າວຕື່ມອີກວ່າ ໃນໂອກາດນີ້ ຫວັງຢ່າງຍິ່ງວ່າບັນດາທ່ານຜູ້ເຂົ້າຮ່ວມຈົ່ງຍົກສູງຄວາມເປັນເຈົ້າການ, ເຊີດຊູຄວາມຮັບຜິດຊອບ, ພ້ອມກັນສຸມໃສ່ຄົ້ນຄວ້າ, ແລກປ່ຽນຄໍາເຫັນ ແລະ ສົນທະນາກັນ ໃຫ້ກວ້າງຂວາງ ເພື່ອໃຫ້ເກີດຄວາມຮັບຮູ້ເຂົ້າໃຈທີ່ຖືກຕ້ອງ, ເລິກເຊິ່ງ, ໜັກແໜ້ນ. ພ້ອມທັງຕັ້ງໜ້າເຂົ້າຮ່ວມໃຫ້ສຸດກົກສຸດປາຍ ແລະ ໃຫ້ບັນລຸຕາມຄາດໝາດທີ່ວາງໄວ້.
ຂ່າວ-ພາບ: ນ. ບຸນຖອມ ພະສະແຫວງ
May be an image of 6 people, hospital and text