ກະຊວງຍຸຕິທຳ ສະເໜີຮ່າງກົດໝາຍວ່າດ້ວຍ ການປົກປ້ອງສິດ ແລະຜົນປະໂຫຍດຂອງເດັກ ສະບັບປັບປຸງ ໃຫ້ສະພາພິຈາລະນາ.

ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ 9 ໃນຕອນເຊົ້າວັນທີ 14 ກໍລະກົດ 2023 ທີ່ຫໍສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງ ທ່ານ ຈະເລີນ ເຢຍປ່າວເຮີ, ຮອງປະທານສະພາແຫ່ງຊາດ.ສະມາ ຊິກສະພາແຫ່ງຊາດ ໄດ້ພິຈາລະນາ ແລະປະກອບຄໍາເຫັນໃສ່ກົດໝາຍວ່າດ້ວຍ ການປົກປ້ອງສິດ ແລະຜົນປະໂຫຍດຂອງເດັກ ສະບັບປັບປຸງທີ່ສະເໜີໂດຍທ່ານ ໄພວີ ສີບົວລິພາ, ລັດຖະມົນຕີກະຊວງຍຸຕິ ທໍາ ທີ່ໄດ້ຍົກໃຫ້ເຫັນສະພາບການຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍການປົກປ້ອງສິດ ແລະ ຜົນປະ ໂຫຍດຂອງເດັກ ພາຍຫລັງໄດ້ຮັບການປະກາດໃຊ້ນັບແຕ່ປີ 2007 ເປັນຕົ້ນມາ ຊື່ງເຫັນວ່າຍັງມີຫລາຍດ້ານຕ້ອງໄດ້ຮັບການປັບປຸງຄືນ ເປັນຕົ້ນບາງກະຊວງ, ອົງການ ຍັງບໍ່ທັນຮັບຮູ້ ແລະເຂົ້າໃຈກ່ຽວກັບພາ ລະບົດບາດຂອງຕົນ ໃນການປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກ ເຮັດໃຫ້ເດັກໄດ້ຮັບການປົກປ້ອງ ແລະ ຊ່ວຍເຫຼືອຊັກຊ້າ, ບໍ່ທັນສະພາບການ; ກົນໄກການປະສານງານລະຫວ່າງກະຊວງ, ອົງການ ທີ່ມີຄວາມຮັບຜິດຊອບໃນການປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກ ເຫັນວ່າຍັງກຳນົດເປັນລັກ ສະນະແບບລວມໆ; ການເກັບກຳຂໍ້ມູນ ແລະການລາຍງານກ່ຽວກັບສະຖິຕິໃນການປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກ ຍັງບໍ່ທັນເປັນລະບົບ ແລະລວມສູນ ເຮັດໃຫ້ການເຄື່ອນໄຫວວຽກງານບໍ່ສາ ມາດກຳນົດທິດທາງ ແລະ ແຜນການໃນການເຄື່ອນໄຫວວຽກງານໄດ້ຢ່າງເໝາະສົມ. ຮ່າງກົດໝາຍວ່າ ດ້ວຍການປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກ ສະບັບປັບປຸງນີ້ ປະກອບມີ 13 ພາກ, 11 ໝວດ, 82 ມາດຕາ.

ທ່ານ ນາງ ສວຍເພັດ ທອງສົມບັດ, ສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 8 ແຂວງຫົວພັນ ປະກອບຄໍາເຫັນຕໍ່ມາດຕາ 3 ຂໍ້ທີ 12 ທີ່ເວົ້າເຖິງເດັກກະທໍາຜິດ ໂດຍສະເໜີໃຫ້ອະນຸກຳມະການປັບ ປຸງຮ່າງກົດໝາຍ ໂຮມເນື້ອໃນລະຫວ່າງມາດຕານີ້ກັບມາດຕາ 38 ເຂົ້າກັນ ເພື່ອໃຫ້ສອດຄ່ອງກວ່າເກົ່າ.

ທ່ານ ວຽງວິໄລ ທ່ຽງຈັນໄຊ ສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 1 ນະຄອນຫລວງວຽງຈັນ ປະກອບຄໍາເຫັນຕໍ່ມາດຕາ 20 ກ່ຽວກັບການສຶກສາເດັກ ສະເໜີໃຫ້ຕື່ມຄໍາວ່າພັດທະນາໃສ່ເພື່ອໃຫ້ມີເນື້ອໃນຄົບຖ້ວນ ລວມເຖິງຫລັກການຂອງການສຶກສາຕາມ 3 ລັກສະນະ ແລະ 5 ຫລັກມູນຂອງການສຶກສາຄວນລະບຸໄວ້ໃນມາດຕານີ້.
ພາຍຫລັງສະມາຊິກສະພາແຫ່ງຊາດສໍາເລັດການປະກອບຄໍາເຫັນແລ້ວ ອະນຸກຳມະການປັບປຸງຮ່າງກົດໝາຍວ່າດ້ວຍການປົກປ້ອງສິດ ແລະຜົນປະໂຫຍດຂອງເດັກ ໄດ້ອະທິບາຍຊີ້ແຈງຕື່ມຕໍ່ບາງບັນທີ່ສະ ມາຊິກສະພາແຫ່ງຊາດມີຄວາມສົນໃຈ ແລະປະກອບຄໍາເຫັນຫລາຍ ຈາກນັ້ນປະທານກອງປະຊຸມໄດ້ສະຫລຸບສັງລວມຕໍ່ການພິຈາລະນາກົດໝາຍສະບັບນີ້. ສໍາລັບກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ 9 ໃນຕອນບ່າຍມື້ນີ້ຕາມວາລະແລ້ວ ສະມາຊິກສະພາແຫ່ງຊາດຈະໄດ້ພິ ຈາລະນາ ແລະປະກອບຄໍາເຫັນໃສ່ຮ່າງກົດໝາຍວ່າດ້ວຍການພິມຈໍາໜ່າຍສະບັບປັບປຸງ.