ພິທີໄດ້ຈັດຂຶ້ນໃນຕອນບ່າຍວັນທີ 17 ພຶດສະພາ 2022 ທີ່ຫໍວັດທະນະທຳແຫ່ງຊາດ ໂດຍການເປັນປະທານຂອງທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ຖະແຫຼງຂ່າວ ວັດທະນະທຳ ແລະທ່ອງທ່ຽວ.
ທ່ານ ອາລຸນ ບຸນມີໄຊ ຫົວໜ້າກົມຈັດຕັ້ງ ກະຊວງ ຖວທ ໄດ້ຂຶ້ນຜ່ານມະຕິວ່າດ້ວຍການແຕ່ງຕັ້ງ – ຍົກຍ້າຍ ພະນັກງານຂັ້ນຫົວໜ້າກົມ – ຮອງກົມ ແລະພະນັກງານເຂົ້າຮັບບຳນານ ດັ່ງນີ້:
1. ທ ບຸນສະໜອງ ສີຫາລາດ ຫົວໜ້າກົມວິຈິດສິນ ຮັບບຳນານ.
2. ທ ຄຳພັນ ພົນທອງສີ ວ່າການກົມສິລະປະການສະແດງ ຮັບບຳນານ.
3. ທ ດວງຈັນ ພົມມະຈິດ ກອງສິລະປະກອນແຫ່ງຊາດ ຮັບບຳນານ.
4. ແຕ່ງຕັ້ງ ທ ວົງໄຊ ບົວພະຈັນ ເປັນ ຜູ້ອຳນວຍການ ກອງສິລະປະກອນແຫ່ງຊາດ.
5. ແຕ່ງຕັ້ງ ທ່ານ ນ ບົວໄຂ ເປັນຫົວໜ້າກົມສິລະປະ – ວັດທະນະທຳ.
6. ແຕ່ງຕັ້ງ ທານ ສຸວັນ ວິໄລແສງ ເປັນ ຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງແຫ່ງຊາດລາວ.
7. ແຕ່ງຕັ້ງ ທ່ານ ອຳຄາ ວົງໝື່ນກ້າ ເປັນ ຜູ້ອຳນວຍການໃຫຍ່ ໂທລະພາບແຫ່ງຊາດລາວ.
8. ແຕ່ງຕັ້ງ ທ່ານ ນ ຈັນເພັດ ຄຳຟອງ ເປັນຫົວໜ້າກົມ ວັນນະຄະດີ ແລະພິມຈຳໜ່າຍ.
9. ຍົກຍ້າຍທ່ານ ບຸນເລື່ອມ ສຸວັນຄຳ ໄປເປັນຮອງ ຫົວໜ້າສະຖາບັນສື່ມວນຊົນ.
10. ຍົກຍ້າຍທ່ານ ນ ອຳໄພວັນ ວົງມະນີ ແລະ ທ່ານ ລັດອຸດອນ ສຸລິນທອງ ເປັນຮອງຫົວໜ້າຫ້ອງການກະຊວງ ຖວທ.
ແລະ ແຕ່ງຕັ້ງ ຕຳແໜ່ງຂັ້ນຮອງກົມອີກຈຳນວນໜຶ່ງ.
ໃນໂອກາດດັ່ງກ່າວ, ທ່ານ ນ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ຖວທ ໄດ້ໃຫ້ກຽດໂອ້ລົມ ແນະນຳ ເພື່ອເປັນການຊີ້ທິດເຍືອງທາງໃຫ້ແກ່ທຸກທ່ານທີ່ໄດ້ຮັບການແຕ່ງຕັ້ງນຳໄປປະຕິບັດໃຫ້ຖືກທິດ ແລະກ່າວຊົມເຊີຍພະນັກງານທີ່ໄດ້ຮັບອະນຸຍາດພັກຜ່ອນເຂົ້າຮັບບຳນານ ເຊິ່ງເປັນຜູ້ທີ່ເຮັດສຳເລັດໜ້າທີ່ໃນການນຳພາ ແລະເປັນແບບຢ່າງທີ່ດີໃຫ້ແກ່ພະນັກງານຮຸ້ນນ້ອງ ຫລືຮຸ່ນສືບທອດຕໍ່ໄປ.






