ພິທີລົງນາມບົດບັນທຶກຄວາມເຂົ້າໃຈພ້ອມກັນ ໃນຮູບແບບທາງໄກ ວ່າດ້ວຍໂຄງການແປ ແລະ ຈັດພິມບົດປະພັນວັນນະຄະດີ ທີ່ໂດດເດັ່ນ ລະຫວ່າງ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຮ່ວມກັບ ຄະນະໂຄສະນາອົບຮົມສູນກາງພັກ ສປ ຈີນ ໄດ້ຈັດຂື້ນໃນວັນທີ 26 ເມສາ 2021 ທີ່ນະຄອນຫຼວງວຽງຈັນ ແຫ່ງ ສປປ ລາວ ແລະ ນະຄອນຫຼວງປັກກິ່ງ ແຫ່ງ ສາທາລະນະລັດ ປະຊາຊົນ ຈີນ ເຂົ້າຮ່ວມເປັນສັກຂີພະຍານໃນການຈັດຕັ້ງພິທີລົງນາມ ທີ່ ສປປ ລາວ ຄັ້ງນີ້ ໂດຍທ່ານ ນາງ ສວນສະຫວັນ ວິຍະເກດ, ກຳມະການສູນກາງພັກ ລັດຖະມົນຕີ ກະຊວງຖະແຫຼງ ຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ພ້ອມດ້ວຍ ທ່ານ ສິນເສິນ ທີ່ປຶກສາ ສະຖານທູດ ສປ ຈີນ ປະຈຳ ສປປ ລາວ ມີບັນດາຫົວໜ້າກົມ, ຮອງກົມ, ຜູ້ປະສານງານໂຄງການ ປະຈຳ ສປປ ລາວ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ການລົງນາມບົດບັນທຶກການຮ່ວມມື ວ່າດ້ວຍໂຄງການແປ ແລະ ຈັດພິມບົດປະພັນວັນນະຄະດີ ທີ່ໂດດເດັ່ນ ລະຫວ່າງ ລາວ-ຈີນຄັ້ງນີ້ ເປັນຂໍ້ລິເລີ່ມຂອງຄະນະໂຄສະນາອົບຮົມສູນກາງພັກ ສປ ຈີນ ມີຈຸດປະສົງຮ່ວມມືກັບຝ່າຍ ລາວ ກໍ່ຄືກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເພື່ອເອົາບັນດາປື້ມເກົ່າແກ່ ແລະ ມີສື່ສຽງ ຂອງລາວ ແລະ ຈີນ ຫຼາຍກວ່າ 50 ຫົວເລື່ອງ ນຳມາແປເປັນພາສາຂອງຝ່າຍໃດຝ່າຍໜຶ່ງ ໃນໄລຍະເວລາ 05ປີ.
ຄຽງຄູ່ກັນນັ້ນ, ຂໍ້ລິເລີ່ມຮ່ວມມືດັ່ງກ່າວ ກໍເປັນໜຶ່ງ ກິດຈະກຳ ທີ່ນອນຢູ່ໃນ 15 ກິດຈະກຳຂອງກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເພື່ອປະກອບສ່ວນສະເຫຼີມ ສະຫຼອງ ວັນສ້າງຕັ້ງສາຍພົວພັນການທູດລາວ-ຈີນ ຄົບ ຮອບ 60ປີ (25 ເມສາ 1961-25 ເມສາ 2021) ທີ່ຝ່າຍ ລາວ ຈະໄດ້ຈັດຕັ້ງປະຕິບັດຮ່ວມກັບພາກສ່ວນທີ່ກ່ຽວຂ້ອງຂອງ ຝ່າຍ ຈີນ.
ແຕ່ຍ້ອນອີງໃສ່ສະພາບການແຜ່ລະບາດຂອງພະຍາດໂຄວິດ-19ຢູ່ນີ້, ເຮັດໃຫ້ການໄປມາ ຫາສູ່ ເຊິ່ງກັນ ແລະ ກັນ ມີຄວາມຫຍຸ້ງຍາກ ລວມທັງການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ພວມເກີດຂື້ນຢູ່ໃນນະຄອນຫຼວງວຽງຈັນ ໃນຂະນີ້ ຈຶ່ງເຮັດໃຫ້ການຈັດຕັ້ງປະຕິບັດພິທີລົງນາມດັ່ງກ່າວ ດຳເນີນໄປໂດຍພາຍໃຕ້ການປະຕິບັດຄຳສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 15/ນຍ, ລົງວັນທີ 21 ເມສາ 2021 ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ, ຄວບຄຸມ ແລະ ກະກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດໂຄວິດ 19. ໂດຍສະເພາະການລົງນາມບົດບັນທຶກຄວາມເຂົ້າໃຈໃນຄັ້ງນີ້ ຈຶ່ງດຳເນີນໄປຢ່າງກະທັດຫັດ ແຕ່ຫັດກຸມຮອບດ້ານ.
ໃນປະຈຸບັນ ລັດຖະບານ ໄດ້ໃຫ້ຄວາມສຳຄັນຕໍ່ວຽກງານວັດທະນະທຳ ໂດຍສະເພາະໄດ້ກຳນົດທິດທາງນະໂຍບາຍເພື່ອອະນຸລັກ ແລະ ເສີມຂະຫຍາຍຄຸນຄ່າຂອງປື້ມ, ນະວະນິຍາຍ ທີ່ບັນດານັກປະພັນຢູ່ ສປປ ລາວໄດ້ຮຽບຮຽງໄວ້ ໃຫ້ມີລັກສະນະຊາດ, ກ້າວໜ້າມະຫາຊົນ ແລະ ທັນສະໄໝ ແລະ ຄົງຄຸນຄ່າຫຼາຍຂື້ນກວ່າເກົ່າ ຊຶ່ງມັນຈະກາຍເປັນແຮງຈຸງໃຈ ໃຫ້ຜູ້ທີ່ມັກຮັກໃນການອ່ານທັງ ສປປລາວ ແລະ ສປ ຈີນ ໃຫ້ຮັບຮູ້ ແລະ ເຂົ້າໃຈ ຊຶ່ງກັນ ແລະ ກັນຫຼາຍຂື້ນກວ່າເກົ່າ.
ຄຽງຄູ່ກັບການຈັດຕັ້ງພິທີລົງນາມບົດບັນທຶກຄວາມເຂົ້າໃຈ ຢູ່ທີ່ ນະຄອນຫຼວງວຽງຈັນ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ຄັ້ງນີ້, ຄະນະໂຄສະນາອົບຮົມສູນກາງພັກ ສປ ຈີນ ກໍໄດ້ຈັດຕັ້ງພິທີລົງນາມຄຽງຄູ່ກັນ ທີ່ ນະຄອນຫຼວງ ປັກກິ່ງ ແຫ່ງສາທາລະນະລັດ ປະຊາຊົນ ຈີນ.
ທ່ານ ນາງ ຫວັງ ຊິນ ຢາງ, ຜູ້ອຳນວຍການ ບໍລິສັດ ວຽງຈັນ ມີເດຍ ຈຳກັດ ໃນນາມເປັນຜູ້ປະສານງານຕາງໜ້າໃຫ້ແກ່ອົງການຂ່າວສານ ແລະ ພິມຈຳໜ່າຍແຫ່ງຊາດຈີນ ທີ່ຂື້ນກັບຄະນະໂຄສະນາອົບຮົມສູນກາງພັກ ສປ ຈີນ ແລະ ເປັນຄູ່ຮ່ວມມືກັບຝ່າຍ ລາວ ໃນການຈັດຕັ້ງປະຕິບັດໂຄງການ ກໍໄດ້ສະແດງຄວາມຂອບອົກຂອບໃຈ ຕໍ່ການນຳ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ສະຖານທູດ ແຫ່ງ ສາທາລະນະລັດ ປະຊາຊົນ ຈີນ ປະຈຳ ສປປ ລາວ ທີ່ເປີດໂອກາດໃຫ້ພາກທຸລະກິດ ໄດ້ເຂົ້າມາມີສ່ວນຮ່ວມ ແລະ ຈັດຕັ້ງປະຕິບັດໂຄງການ ຮ່ວມກັບພາກລັດ ໃນການພັດທະນາຂະແໜງວັດທະນະທຳ ເວົ້າລວມ, ເວົ້າສະເພາະແມ່ນການສ້າງຄວາມເຂັ້ມແຂງໃຫ້ແກ່ບຸກຄະລາກອນ ໃນຂະແໜງການພິມຈຳໜ່າຍ ໃນການເຂົ້າຮ່ວມໂຄງການແປປື້ມຊື່ສຽງໂດ່ງດັ່ງໃນຄັ້ງນີ້. ພ້ອມດຽວກັນນັ້ນ, ການຮ່ວມມື ດັ່ງກ່າວ ຍັງຈະສົ່ງຜົນດີໃຫ້ແກ່ນ້ອງໆເຍົາວະຊົນ ໄດ້ປູກຈິດສຳນຶກ ກ່ຽວກັບ ຄວາມມັກຮັກການອ່ານ ຊຶ່ງຈະເປັນວຽກງານທີ່ມີປະໂຫຍດໃຫ້ແກ່ນ້ອງໆ ເຍົາວະຊົນ ໂດຍສະເພາະນັກຮຽນນັກສຶກສາ ທີ່ກຳລັງສຶກສາຮໍ່າຮຽນ ພາສາຈີນ ອີກຕື່ມ.


