ວັນທີ 21 ຕຸລາ 2021, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວໄດ້ ເປີດຕົວແນວທາງການຟື້ນຟູການທ່ອງທ່ຽວ ຫລັງຈາກການແຜ່ລະບາດຂອງພະຍາດໂຄວິດ -19 ສຳລັບປີ 2021 – 2025, ໂດຍການເຂົ້າຮ່ວມຂອງ ທ່ານ ອຸ່ນທວງ ຂາວພັນ, ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ພ້ອມດ້ວຍ ທ່ານ ນາງ ຣີຄາດາ ຣີເກີ, ຜູ້ຕາງໜ້າ ອົງການ UNDP ປະຈຳ ສປປ ລາວ. ງານເປີດຕົວດັ່ງກ່າວໄດ້ຈັດຂຶ້ນຢູ່ທີ່ໂຮງແຮມ ຄຣາວພຼາຊາເຊິ່ງໄດ້ ມີການ ປະຕິບັດ ມາດ ຕະການ ປ້ອງກັນ ການແຜ່ລະບາດຂອງພະຍາດໂຄວິດ 19 ຢ່າງເຂັ້ມງວດ.
ນອກຈາກນີ້ ຍັງມີຜູ້ເຂົ້າຮ່ວມຈາກທາງໄກ ທີ່ເປັນຕົວແທນຈາກບັນດາກະຊວງທີ່ກ່ຽວຂ້ອງ, ພະແນກ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ຈາກບັນດາແຂວງທົ່ວປະເທດ, ສະຖາບັນການສຶກສາ, ພາກທຸລະກິດ ຈາກສູນກາງ ແລະ ທ້ອງຖິ່ນ, ບັນດາສະຖານທູດ ແລະ ຄູ່ຮ່ວມພັດທະນາ ກໍໄດ້ເຂົ້າຮ່ວມໃນງານດັ່ງກ່າວ ໂດຍຜ່ານລະບົບການປະຊຸມທາງໄກ ຫລື Videoedio conference.
ແນວທາງການຟື້ນຟູການທ່ອງທ່ຽວສະບັບນີ້ ແມ່ນໝາກຜົນຂອງຄວາມພະຍາຍາມຮ່ວມກັນ ລະຫວ່າງລັດຖະບານ, ພາກເອກະຊົນ ແລະ ບັນດາຄູ່ຮ່ວມພັດທະນາ ເຊິ່ງເປັນການລິເລີ່ມໂດຍກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ກົມພັດທະນາການທ່ອງທ່ຽວ ພາຍໃຕ້ການສະໜັບສະໜູນດ້ານງົບປະມານຈາກອົງການ UNDP ປະຈຳ ສປປ ລາວ. ແນວທາງການຟື້ນຟູການທ່ອງທ່ຽວສະບັບນີ້ບໍ່ພຽງແຕ່ຖືກສ້າງຂຶ້ນເພື່ອສະທ້ອນໃຫ້ເຫັນເຖິງສິ່ງທ້າທາຍ ແລະ ຜົນກະທົບທີ່ມີຕໍ່ກັບຂະແໜງການທ່ອງທ່ຽວໃນປະຈຸບັນ, ແຕ່ຍັງເປັນການວາງມາດຕະການ ເພື່ອແກ້ໄຂບັນຫາທາງຍຸດທະສາດ ເພື່ອແນໃສ່ ປັບປຸງ ແລະ ພັດທະນາ ຂະແໜງການທ່ອງທ່ຽວໃຫ້ມີຄວາມຍືນຍົງ ອີກດ້ວຍ.
ໃນໂອກາດກ່າວເປີດງານຂອງ ທ່ານ ອຸ່ນທວງ ຂາວພັນ ໄດ້ກ່າວວ່າ ເຮົາສາມາດເຫັນໄດ້ວ່າ ໃນປີ 2020, ຈໍານວນນັກທ່ອງທ່ຽວໄດ້ຫຼຸດລົງຢ່າງຫຼວງຫຼາຍເຖີງ 75% ແລະ ສົ່ງຜົນກະທົບເຮັດໃຫ້ມີການສູນເສຍລາຍຮັບຈາກການທ່ອງທ່ຽວທັງໝົດ ເຖິງ 80% ຈາກຜົນກະທົບຂອງ ພະຍາດໂຄວິດ -19 . ເຖິງແມ່ນວ່າ ສປປລາວ ຈະສາມາດຈຳກັດການແຜ່ລະບາດ ຂອງພະຍາດໃຫ້ຢູ່ໃນວົງແຄບ ໃນໄລຍະ ທີ່ຜ່ານມາ ແຕ່ປັດໄຈເຫລົ່ານີ້ ໄດ້ສົ່ງຜົນກະທົບທາງລົບຕໍ່ເສດຖະກິດ ກໍຄືຕໍ່ຊີວິດການເປັນຢູ່ຂອງປະຊາຊົນພາຍໃນຢ່າງຫຼວງຫຼາຍ.
ນະໂຍບາຍຂອງລັດຖະບານ ແມ່ນຮີບຮ້ອນເລັ່ງຟື້ນຟູຂະແໜງການທ່ອງທ່ຽວຈາກຜົນກະທົບທີ່ເກີດຈາກການແຜ່ລະບາດຂອງພະຍາດໂຄວິດ -19. ເຊິ່ງຂະແຫນງການທ່ອງທ່ຽວ ແມ່ນຂະແຫນງທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດ ແລະ ເປັນຂະແໜງພື້ນຖານທີ່ໄດ້ປະກອບສ່ວນຊ່ວຍປັບປຸງຊີວິດຂອງປະຊາຊົນລາວໃຫ້ດີຂຶ້ນ. ຍ້ອນແນວນັ້ນ, ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ພາຍໃຕ້ການສະໜັບສະໜູນ ຂອງອົງການສະຫະປະຊາຊາດ ເພື່ອການພັດທະນາ (UNDP) ປະຈຳ ສປປ ລາວ ຈຶ່ງໄດ້ສຸມໃສ່ກໍານົດແນວທາງການຟື້ນຟູຂະແໜງການທ່ອງທ່ຽວໃນ ສປປ ລາວ ໃຫ້ສາມາດກັບຄືນເຂົ້າສູ່ສະພາບປົກກະຕິ ແບບໃຫມ່ ຫລື (new normal) ໃຫ້ໄດ້ໄວທີ່ສຸດ.
ຈາກນັ້ນ ທ່ານ ນາງ ຣີຄາດາ ຣີເກີ, ຜູ້ຕາງໜ້າ ອົງການ UNDP ປະຈຳ ສປປ ລາວ ໄດ້ເນັ້ນໃຫ້ເຫັນວ່າ “ ການທ່ອງທ່ຽວແບບສີຂຽວ ແລະ ຍືນຍົງ ມີທ່າແຮງອັນໃຫຍ່ຫຼວງ ສຳລັບ ສປປ ລາວ ໃນການຟື້ນຟູພາຍຫຼັງການແຜ່ລະບາດຂອງພະຍາດ ໂຄວິດ -19.” ແນວທາງດັ່ງກ່າວ ໄດ້ກວມເອົາສາມນະໂຍ ບາຍຫຼັກເຊິ່ງລວມມີ: 1) ການສະໜັບສະໜູນ ແລະ ສົ່ງເສີມການທ່ອງທ່ຽວພາຍໃນ, 2) ການທ່ອງທ່ຽວໃນຮູບແບບ Travel bubble ກັບປະເທດທີ່ມີຄວາມສ່ຽງຕໍ່າ, ແລະ 3) ການທ່ອງທ່ຽວສີຂຽວເປັນມິດກັບສິ່ງແວດລ້ອມ ເພື່ອການຟື້ນຕົວໄລຍະຍາວທີ່ດີກວ່າ. ເຊິ່ງແນວທາງການຟື້ນຟູການທ່ອງທ່ຽວດັ່ງກ່າວນີ້ ແມ່ນກວມເອົາສາມຫົວຂໍ້ການຟື້ນຟູໂດຍເນັ້ນໃສ່: 1) ປົກປ້ອງວຽກເຮັດງານທໍາ ແລະ ການຊ່ວຍ ເຫຼືອເພື່ອຟື້ນຟູຂະແໜງການທ່ອງທ່ຽວ; 2) ສ້າງຄວາມເຊື່ອໝັ້ນ ແລະ ສ້າງຄວາມເຂັ້ມແຂງໃຫ້ຂະ ແໜງການ; 3) ປັບປຸງ, ຜັນຂະຫຍາຍ ແລະ ເພີ່ມຄວາມຫຼາກຫຼາຍຂອງຜະລິດຕະພັນ, ການບໍລິການ ແລະ ຕະຫຼາດການທ່ອງທ່ຽວ.
ທ່ານ ນາງ ຣີຄາດາ ຍັງໄດ້ເນັ້ນເຖິງຄວາມສຳຄັນ ຂອງການຮ່ວມມື ແລະ ລົງມືປະຕິບັດຮ່ວມກັນໂດຍລັດຖະບານ, ຄູ່ຮ່ວມພັດທະນາ, ແລະ ພາກເອກະຊົນ ເພື່ອຊ່ວຍໃຫ້ປະເທດສາມາດຟື້ນຟູ ແລະ ສ້າງສາຂະແໜງການທ່ອງທ່ຽວໃຫ້ມີຄວາມເຂັ້ມແຂງຢູ່ໃນ ສປປ ລາວ, “ດ້ວຍການມີຊັບພະຍາກອນທໍາມະຊາດ ແລະ ຊີວະນາໆພັນທີ່ອຸດົມສົມບູນນີ້, ສປປລາວ ສາມາດນຳສະເໜີໂອກາດໃນການສົ່ງເສີມການທ່ອງທ່ຽວແບບທໍາມະຊາດ ເພື່ອການເຕີບໂຕແບບຍືນຍົງ ່ເຊິ່ງຈະນໍາໄປສູ່ການສ້າງວຽກງານແບບສີຂຽວ ແລະ ໂອກາດການດໍາລົງຊີວິດ, ການຟື້ນຕົວແບບສີຂຽວ, ດ້ວຍການເຕີບໂຕແບບສີຂຽວ ເພື່ອປະກອບເຂົ້າເປັນສ່ວນໜຶ່ງຂອງແຜນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ 9”.
ຜົນສໍາເລັດຂອງ ການສ້າງທາງລົດໄຟລາວຈີນ ສະແດງໃຫ້ເຫັນທ່າແຮງທາງດ້ານການຄ້າ ແລະ ອຸດສາຫະກໍາການທ່ອງທ່ຽວ ເຊິ່ງຄາດວ່າ ເສັ້ນທາງລົດໄຟສາຍນີ້ ຈະເຮັດໃຫ້ມີນັກທ່ອງທ່ຽວເພີ່ມຂຶ້ນ ທັງພາຍໃນພາກພື້ນ ແລະ ສາກົນ ເນື່ອງຈາກການຫຼຸດຜ່ອນເວລາ ທີ່ໃຊ້ໃນການເດີນທາງລົງຢ່າງຫຼວງຫຼາຍ.
ທ່ານ ນາງ ຣີຄາດາ ໄດ້ສະເໜີເພີ່ມເຕີມວ່າ,“ ດ້ວຍສະຖານະການທີ່ຕ້ອງຕໍ່ສູ້ກັບພະຍາດໂຄວິດ -19 ປະຈໍາວັນ ທີ່ຂ້ອນຂ້າງສູງ, ຄວາມປອດໄພດ້ານສຸຂະພາບ ສໍາລັບທຸກພາກສ່ວນ ທັງພາກລັດ ແລະ ເອກະຊົນ ພ້ອມດ້ວຍນັກທ່ອງທ່ຽວແມ່ນມີຄວາມຈໍາເປັນໃນສະພາບປະຈຸບັນ, ດັ່ງນັ້ນ ພາກລັດ ແລະ ເອກະຊົນ ຈື່ງຄວນມີການພິຈາລະນາເປັນພິເສດ ຖ້າຫາກຈະມີການເປີດການເດີນທາງໃນຮູບແບບ Travel bubble ໃນອະນາຄົດອັນໃກ້ນີ້.”
ໃນຕອນທ້າຍຂອງພິທີເປີດຕົວດັ່ງກ່າວ, ທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີກະຊວງ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ເນັ້ນຕື່ມວ່າ, “ແຜນແນວທາງການຟື້ນຟູການທ່ອງທ່ຽວນີ້ ຈະມີຄວາມສຳຄັນເປັນຢ່າງຍິ່ງຕໍ່ກັບການຟື້ນຕົວຂອງຂະແໜງການທ່ອງທ່ຽວ ໃນ ສປປ ລາວ, ເພື່ອບັນລຸຈຸດປະສົງທີ່ວາງໄວ້ໃນແຜນ, ລັດຖະບານລາວຈະສືບຕໍ່ປະຕິບັດໜ້າທີ່ຢ່າງໃກ້ຊິດ ກັບທຸກພາກສ່ວນທີ່ກ່ຽວຂ້ອງ ເພື່ອລະດົມແຫຼ່ງທຶນ ແລະ ການສະໜັບສະໜູນທາງດ້ານວິຊາການ ຈາກທຸກພາກສ່ວນທີ່ກ່ຽວຂ້ອງເພື່ອຜັນຂະຫຍາຍໃຫ້ເປັນວຽກລະອຽດໃນໄລຍະໃກ້ໆນີ້ ແລະ ຊຸມປີຕໍ່ໜ້າ”.


