ໃນວັນທີ 25 ມີນາ 2022 ນີ້, ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ) ຈັດປາຖະກະຖາມູນເຊື້ອວັນສ້າງຕັ້ງ ພັກປະຊາຊົນ ປະຕິວັດລາວ ຄົບ ຮອບ 67 ປີ ໂດຍການປະຖະກະກາຂອງ ສະຫາຍ ພົທ ແສງນວນ ໄຊຍະລາດ ເລຂາຄະນະພັກ, ປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ, ມີສະຫາຍ ນາງ ສວນສະຫວັນ ວິຍະເກດ ກຳມະການສູນກາງພັກ, ເລຂາຄະນະບໍລິຫານພັກກະຊວງ, ລັດຖະມົນຕີກະຊວງ ຖວທ, ພ້ອມດ້ວຍພະນັກງານຫລັກແຫລ່ງ, ສະມາຊິກພັກ ອ້ອມຂ້າງກະຊວງເຂົ້າຮ່ວມ.
ສະຫາຍ ນາງ ສວນສະຫວັດ ວິຍະເກດ ໄດ້ກ່າວຈຸດປະສົງຂອງການຈັດພິທີໃນຄັ້ງນີ້, ພ້ອມທັງສະເໜີສະພາບການນຳພາ ແລະ ຈັດຕັ້ງປະຕິບັດວຽກງານໃນໄລຍະ 1 ປີ ຜ່ານມາຂອງກະຊວງ ຖວທ ເຊິ່ງຄະນະພັກຂອງກະຊວງ ຖວທ ແຕ່ລະຂັ້ນ ໄດ້ມີຄວາມເອົາໃຈໃສສູງ ເພື່ອນຳພາ-ຊີ້ນຳ ການຈັດຕັ້ງປະຕິບັດໜ້າທີ່ການເມືອງ ແລະ ໜ້າທີ່ວິຊາສະເພາະ ຕະຫລອດໄລຍະ 1 ປີ ຜ່ານມາ ສາມາດສະຫລຸບໄດ້ວ່າ ມີຜົນສຳເລັດຫລາຍດ້ານ ຄື: ດ້ານການເມືອງແນວຄິດ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດ ໄດ້ຈັດຕັ້ງເຊືອມຊຶມມະຕິຂອງພັກຄັ້ງທີ XI ໄດ້ສຳເລັດ; ວຽກພັກ-ພະນັກງານ ກໍໄດ້ສຳເລັດການກວດກາຕີລາຄາຄຸນະພາບສະມາຊິກພັກ ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2021, ເອົາໃຈໃສ່ຄົ້ນຄວ້າແຕ່ງຕັ້ງບຸກຄະລາກອນດຳລົງຕຳແໜ່ງປະເພດຕ່າງໆ, ໄດ້ມີການຍົກຍ້າຍສັບຊ້ອນພະນັກງານພາຍໃນໄປຂະແໜງການອື່ນ; ດ້ານວິຊາສະເພາະຄະນະພັກຄະນະນຳໄດ້ເອົາໃຈໃສ່ ນຳພາ-ຊີ້ນຳແຕ່ລະດ້ານ ໂດຍສະເພະແມ່ນວຽກງານເສນາທິການ ໄດ້ເອົາໃຈໃສ່ປະຕິບັດໜ້າທີ່ອຳນວຍຄວາມສະດວກ ໃຫ້ແກ່ການເຄື່ອນໄຫວພາລະບົດບາດຂອງກະຊວງ ຖວທ ແລະ ວຽກງານອື່ນໆ.
ຈາກນັ້ນ, ສະຫາຍ ພົທ ແສງນວນ ໄຊຍະລາດ ກໍໄດ້ຍົກໃຫ້ເຫັນເຖິງມູນເຊື້ອນການນຳເນີດ, ເຕີບໃຫຍ່ຂະຫຍານຕົວ, ຄວາມໝາຍຄວາມສຳຄັນ ຂອງພັກປະຊາຊົນ ປະ ຕິວັດລາວ ແລະ ການນຳພາ-ຊີ້ນຳຂອງພັກປະຊາຊົນ ປະຕິວັດລາວ ເຊິ່ງມີເນື້ອໃນສຳຄັນບາງຕອນວ່າ: ຕະຫລອດໄລຍະ 67 ປີ ຜ່ານມາ ພັກເຮົາໄດ້ວາງແນວທາງປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບທົ່ວປວງຊົນ ຮອບດ້ານ ຕິດພັນກັບການພັດທະນາເສດຖະກິດ-ສັງຄົມ ໂດຍຍຶດໝັ້ນ ແລະ ເສີມຂະຫຍາຍແນວທາງປ່ຽນແປງໃໝ່ຮອບດ້ານ ແລະ ມີຫລັກການຂອງພັກ, ພັກເຮົາ ມີຄວາມສະດຸ້ງໄວຕໍ່ສະພາບການ ກໍາແໜ້ນສະພາວະຕົວຈິງຂອງ ປະເທດຊາດ ແລະ ສຶກສາບົດຮຽນຂອງຕ່າງປະເທດຢ່າງມີການເລືອກເຟັ້ນ, ຖອດຖອນບົດຮຽນຈາກພຶດຕິກຳຕົວຈິງ, ໝູນໃຊ້ທິດສະດີຢ່າງປະດິດສ້າງເດີນຕາມແນວທາງປ່ຽນແປງໃໝ່ ຂອງພັກ, ປົກປັກຮັກສາ ແລະ ເສີມຂະຫຍາຍທາດແທ້ປະຕິວັດ, ມູນເຊື້ອອັນດີງາມຂອງຊາດ ຂອງກຳລັງປະກອບອາວຸດປະຕິວັດ, ຝຶກຝົນຫລໍ່ຫລອມທັດສະນະຄຸນສົມບັດສິນທຳປະຕິວັດ, ຕັ້ງໜ້າປັບປຸງກໍ່ສ້າງກຳລັງໃຫ້ເຕີບໃຫຍ່ເຂັ້ມແຂງ ຮອບດ້ານຫັນກຳລັງລົງສູ່ຮາກຖານຢ່າງແຮງແຂງ.
ຂ່າວ: ສົມຫວັງ
ພາບ: ອ່າຍຄຳ
Loading...