ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ທ່ານ ພົນໂທ ສຸວອນ ເລືອງບຸນມີ, ຮອງປະທານສະພາແຫ່ງຊາດ ມີຄໍາເຫັນໃນໂອກາດຕາງໜ້າຄະນະປະຈໍາສະພາແຫ່ງຊາດປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານກ່ຽວກັບວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດຢູ່ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະ ພາແຫ່ງຊາດ ຊຸດທີ IX ໃນວັນທີ 6 ສິງຫານີ້ ວ່າ: ຄະນະປະຈໍາສະພາແຫ່ງຊາດ ເຫັນດີເປັນເອກະພາບຕາມການແບ່ງຄວາມຮັບຜິດຊອບໃຫ້ທຸກອົງການການຈັດຕັ້ງໃນສັງຄົມນັບແຕ່ສູນກາງລົງຮອດທ້ອງຖິ່ນ ຕະຫຼອດຮອດສະຖາ ບັນຄອບຄົວ ແລະ ທຸກຊັ້ນຄົນໃນສັງຄົມ ໄດ້ມີສ່ວນຮ່ວມເຂົ້າໃນການຈັດ ຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ແຕ່ປີ 2021-2023, ລວມມີ 25 ພາກສ່ວນ ແຕ່ຄະນະປະຈໍາສະພາແຫ່ງຊາດ ສະເຫນີເພີ່ມເຕີມບາງບັນຫາ ຄື: ລັດຖະບານ ຄວນມີການກໍານົດກົນໄກປະສານງານລະຫວ່າງກະຊວງ, ອົງການຂັ້ນສູນກາງດ້ວຍກັນ ແລະ ລະຫວ່າງສູນກາງກັບທ້ອງຖິ່ນໃຫ້ຈະແຈ້ງ, ລະອຽດ, ມີຄວາມກົມກຽວ ແລະ ຄ່ອງຕົວ.
ນອກຈາກນີ້ ທ່ານສະເຫນີໃຫ້ລັດຖະບານ ກໍ່ຄື ກະຊວງປ້ອງກັນຄວາມສະຫງົບ ສົມທົບກັບກະຊວງສາທາລະນະສຸກ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ກະຊວງສຶກສາທິການ ແລະ ກິລາ ຄົ້ນຄ້ວາຄືນການປັບປຸງບັນດາສູນບໍາບັດ ແລະ ສະຖານທີ່ປິ່ນປົວຜູ້ທີ່ກໍາລັງຕິດຢາເສບຕິດໃຫ້ມີຄຸນນະພາບ ແລະ ຄົ້ນຄ້ວາສ້າງສູນຝຶກວິຊາ ຊີບຮອງຮັບໃຫ້ແກ່ພາກ ສ່ວນຕິດຢາເສບຕິດ ທີ່ສໍາເລັດການບໍາບັດມາແລ້ວ ເພື່ອໃຫ້ເຂົາເຈົ້າໄດ້ມີໂອກາດໄດ້ຝຶກອາຊີບຫາລ້ຽງຕົນເອງ ກ່ອນປົດປ່ອຍກັບຄືນມາເປັນພົນ ລະເມືອງດີ ແລະ ບໍ່ກັບໄປຫຍຸ້ງກ່ຽວຢາເສບຕິດອີກ. ຢ່າງ ໃດກໍ່ຕາມ, ຄາດຫມາຍໃຫ່ຍ ທີ່ພວກເຮົາຕ້ອງບັນລຸໃຫ້ໄດ້ໃນແຕ່ລະໄລຍະ ແມ່ນການສູ້ຊົນເຮັດໃຫ້ຈໍານວນຜູ້ມາບໍາບັດຢາເສບຕິດຫຼຸດລົງ, ສູນບໍາບັດ ຫຼື ສະຖານທີ່ປິ່ນປົວຜູ້ຕິດຢາເສບຕິດຫຼຸດລົງເປັນກ້າວໆ ເຊິ່ງນັ້ນຫມາຍເຖິງຕົວຊີ້ວັດຫນຶ່ງ ທີ່ຊີ້ໃຫ້ເຫັນປະສິດທິຜົນ ຫຼື ຜົນໄດ້ຮັບຈາກການແກ້ໄຂບັນຫາຢາເສບຕິດຢູ່ປະເທດເຮົາ.
ຕາງໜ້າຄະນະປະຈໍາສະພາແຫ່ງຊາດ ຍັງໄດ້ສະເຫນີຄົ້ນຄ້ວາຄືນກ່ຽວກັບລະບົບການປະສານງານ ລະຫວ່າງເຫຼົ່າວິຊາສະເພາະປ້ອງກັນຄວາມສະຫງົບດ້ວຍກັນໃຫ້ຈະແຈ້ງ ເປັນຕົ້ນ: ການປະສານງານລະຫວ່າງຂະແຫນງການປາບຢາເສບຕິດກັບຂະແຫນງການຕ້ານອາຊະຍາກໍາ ແລະ ວິຊາສະເພາະອື່ນ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດການແກ້ໄຂບັນຫາຢາເສບຕິດໄປຕາມທິດລວງດຽວ ແລະ ຈອດກັນ.
Cr: ມົດແດງນ້ອຍ