ໃນວັນທີ 22 ກຸມພາ 2021 ນີ້, ກະຊວງປ້ອງກັນປະເທດໄດ້ຈັດກອງປະຊຸມສະຫຼຸບຕີລາຄາວຽກງານປ້ອງກັນຊາດ ປະຈຳປີ 2020ແລະ ທິດທາງແຜນການວຽກງານຈຸດສຸມປະຈຳປີ 2021ໂດຍການເປັນປະທານຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນການພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນດາສະຫາຍຄະນະນໍາກະຊວງປ້ອງກັນປະເທດ, ຄະນະພັກ-ຄະນະບັນຊາ ແລະ ພະນັກງານຫຼັກແຫຼ່ງທີ່ມາຈາກກຳລັງຫຼວງ, ກໍາລັງທ້ອງຖິ່ນທົ່ວກອງທັບເຂົ້າຮ່ວມ.
ໃນພິທີ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ປະທານກອງປະຊຸມໄດ້ກ່າວເປີດກອງປະຊຸມສະຫຼຸບຕີລາຄາວຽກງານປ້ອງກັນຊາດ ປະຈຳສົກປີ 2020-2021 ຢ່າງເປັນທາງການ. ສະຫາຍກ່າວວ່າ: ການດໍາເນີນກອງປະຊຸມຄັ້ງນີ້ ແມ່ນໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ປວງຊົນລາວທັງຊາດ ຫາກໍ່ສໍາເລັດການຈັດຕັ້ງສະເຫຼີມສະຫຼອງວັນສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 45 ປີ, ລະນຶກວັນຄ້າຍວັນເກີດຂອງປະທານ ໄກສອນ ພົມວິຫານ ທີ່ເຄົາລົບຮັກ ຄົບຮອບ 100 ປີ, ຍິ່ງໄປກວ່ານັ້ນແມ່ນ ພວກເຮົາ ມີຄວາມພາກພູມໃຈ, ປິຕິຍິນດີ ແລະ ຊົມເຊີຍຕໍ່ຜົນສໍາເລັດ ຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ທີ່ໄດ້ດໍາເນີນໃນກາງເດືອນ ມັງກອນ ທີ່ຜ່ານມາ ດ້ວຍບັນຍາກາດອັນເບີກບານມ່ວນຊື່ນ, ເຕັມໄປດ້ວຍຜົນສໍາເລັດອັນຈົບງາມ ແລະ ເປັນຂີດຫມາຍປະຫວັດສາດແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງພັກເຮົາ ທາງດ້ານປະລິມານ ແລະ ຄຸນນະພາບ; ອີກເຫດການຫນຶ່ງທີ່ສໍາຄັນແມ່ນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາ ຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ II ເຊິ່ງກອງທັບເຮົາໄດ້ຈັດຕັ້ງຂຶ້ນໃນ ວັນທີ 13 ກຸມພາ2021.
ສະເພາະກອງທັບເຮົາ ພວມຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນປະເທດ ເຂົ້າສູ່ຊີວິດຕົວຈິງ, ພ້ອມນີ້ ບັນດາກົມກອງທ້ອງຖິ່ນ ກໍໄດ້ສໍາເລັດການຈັດຕັ້ງສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບ ຮອບ 72 ປີ ຕິດພັນກັບຂະບວນການກໍ່ສ້າງ ຫນ່ວຍພັກປອດໃສ, ເຂັ້ມແຂງ, ຫນັກແຫນ້ນ, ການກໍ່ສ້າງກອງ 3 ປອດ (ປອດໃສ, ປອດໄພ, ປອດຄະດີ), ການສ້າງກົມກອງວັດທະນະທໍາ ແລະ ນັກຮົບວັດທະນະທໍາ, ຂະບວນການ ແຂ່ງຂັນຮັກຊາດ ແລະ ພັດທະນາ ເຕັມໄປດ້ວຍເນື້ອໃນຄວາມໝາຍເລິກເຊິ່ງ, ມີບັນຍາກາດຟົດຟື້ນ, ກວ້າງຂວາງ ໃນທົ່ວກອງທັບ.
ໃນປີ 2020 ການຊີ້ນຳ-ນຳພາຂອງຄະນະພັກກະຊວງປ້ອງກັນປະເທດ, ກໍຄືຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ໃນການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ ແລະ ວຽກງານຈຸດສຸມຂອງກະຊວງປ້ອງກັນປະເທດພວກເຮົາສາມາດຍາດໄດ້ຜົນສຳເລັດໃນຫຼາຍດ້ານ, ຍັງຮັບປະກັນສະຖຽນລະພາບທາງດ້ານການເມືອງ, ມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ, ແກ້ໄຂຄວາມທຸກຍາກຂອງປະຊາຊົນຢ່າງໜັກແໜ້ນ ເຮັດໃຫ້ບົດບາດອິດທິພົນຂອງຊາດລາວເຮົາ ພົົ້ນເດັ່ນຂຶ້ນໃນເວທີສາກົນ ແລະ ພາກພື້ນ. ໃນນັ້ນ, ກອງທັບເຮົາໄດ້ເປັນກໍາລັງຫຼັກແຫຼ່ງໃນການປ້ອງກັນບັນດາວັນບຸນ ແລະ ກອງປະຊຸມສໍາຄັນຕ່າງໆໃຫ້ມີຄວາມສະຫງົບປອດໄພ 100% , ສ້າງໄດ້ຄວາມເຊື່ອຫມັ້ນ, ຄວາມໄວ້ວາງໃຈຈາກການນໍາພັກ-ລັດກໍຄືປະຊາຊົນບັນດາເຜົ່າ. ພວກເຮົາໄດ້ສຸມໃສ່ຮັບປະກັນປົກປັກຮັກສາອໍານາດອະທິປະໄຕຂອງຊາດ ຮັບປະກັນເຮັດໃຫ້ການເມືອງມີສະຖຽນລະພາບ, ສັງຄົມມີຄວາມສະຫງົບ-ປອດໄພໂດຍພື້ນຖານ, ການປະຕິບັດແນວທາງແຜນນະໂຍບາຍຂອງພັກ, ການພັດທະນາເສດຖະກິດ-ວັດທະນະທໍາ-ສັງຄົມ ມີການຂະຫຍາຍຕົວ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງດີຂຶ້ນເປັນກ້າວໆ, ການປັບປຸງກໍ່ສ້າງກອງທັບເຮົາ ກໍມີຫຼາຍດ້ານພົ້ນເດັ່ນຂຶ້ນ ແລະ ກ້າວເຂົ້າສູ່ຄວາມເປັນລະບຽບ, ມີແບບແຜນ ແລະ ທັນສະໄຫມ; ແຕ່ເຫັນວ່າຍັງມີຫຼາຍບັນຫາ ທີ່ພວກເຮົາຈະຕ້ອງໄດ້ສຸມໃສ່ແກ້ໄຂເປັນຕົ້ນແມ່ນປະກົດການຫຍໍ້ທໍ້ຕ່າງໆ, ຄຸນທາດການເມືອງຂອງພະນັກງານຈໍານວນຫນຶ່ງຍັງມີການເຊື່ອມຖອຍລົງ, ຂາດຄວາມຈູບຈ້າວຫ້າວຫັນຕໍ່ວຽກງານ, ບັນຫາຢາເສບຕິດ, ການຄ້າມະນຸດ, ອາດສະຍາກໍາ ແລະ ອື່ນໆ. ເຊິ່ງໄດ້ສົ່ງຜົນກະທົບໂດຍກົງຕໍ່ການພັດທະນາເສດຖະກິດ-ສັງຄົມ ເວົ້າລວມ, ເວົ້າສະເພາະກໍຄື ການປັບປຸງກໍ່ສ້າງກອງທັບເຮົາໄປພ້ອມກັນນັ້ນ, ການຈັດຕັ້ງປະຕິບັດແນວທາງແຜນນະໂຍບາຍຂອງພັກ ແລະ ວຽກງານຈຸດສຸມຂອງກະຊວງ, ເປັນຕົ້ນແມ່ນວຽກງານເຮັດໃຫ້ສະພາບມີຄວາມສະຫງົບ, ການປັບປຸງກໍ່ສ້າງກໍາລັງ, ການປະກອບສ່ວນພັດທະນາເສດຖະກິດ-ວັດທະນະທໍາ-ສັງຄົມ ກໍຄືວຽກງານອື່ນໆ ຂອງກອງທັບເຮົາ ມີບາງດ້ານຕ້ອງໄດ້ເບິ່ງຄືນ ແລະ ພ້ອມກັນຄົ້ນຄວ້າໃຫ້ຈະແຈ້ງເພື່ອມີວິທີການຊຸກຍູ້-ຊີ້ນໍາການຈັດຕັ້ງປະຕິບັດໃຫ້ມີການຫັນປ່ຽນດີຂຶ້ນກວ່າເກົ່າ.
ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຍັງໃຫ້ຮູ້ຕື່ມອີກວ່າ: ກອງປະຊຸມຄັ້ງນີ້ ຈະໄດ້ພ້ອມກັນສັງເກດ-ຕີລາຄາການຈັດຕັ້ງປະຕິບັດວຽກງານໃນປີຜ່ານມາ ໂດຍສະເພາະແມ່ນ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ເພື່ອຄວາມເປັນເອກະພາບໃນການປັບປຸງກໍ່ສ້າງກອງທັບເຮົາໃຫ້ມີການຫັນປ່ຽນໃໝ່ຢ່າງຕັ້ງໜ້າ ແລະ ພ້ອມກັນຄົ້ນຄວ້າເປັນເອກະພາບທິດທາງແຜນການທີ່ຈະສຸມໃສ່ຈັດຕັ້ງປະຕິບັດໃນປີ 2021. ບົນພື້ນຖານຍົກສູງຈິດໃຈຄວາມເປັນເຈົ້າການ, ເສີມຂະຫຍາຍປະຊາທິປະໄຕ ແລະ ມີຄວາມຮັບຜິດຊອບໃນການເບິ່ງບັນຫາ, ຕີລາຄາສະພາບການຢ່າງພາວະວິໄສ, ເບິ່ງຄືນບັນດາຫນ້າວຽກທີ່ເຮັດໄດ້ ແລະ ບັນຫາທີ່ຫຍໍ້ທໍ້-ຄົງຄ້າງ ເພື່ອກໍານົດທິດທາງວຽກງານຈຸດສຸມ ໃນປີ 2021 ໃຫ້ແທດເໝາະກັບສະພາບຕົວຈິງຂອງກອງທັບເຮົາ, ບົນພື້ນຖານການຊຸກຍູ້ຂະບວນການປະຕິບັດຫນ້າທີ່ວຽກງານໃນດ້ານຕ່າງໆ ດ້ວຍຈິດໃຈບຸກທະລຸ, ມີການຫັນປ່ຽນທີ່ຕັ້ງຫນ້າຫຼາຍຂຶ້ນ ແລະ ເກີດໝາກຜົນຕົວຈິງ.ກອງປະຊຸມວຽກງານປ້ອງກັນຊາດ ປະຈຳປີ 2020 ຂອງກະຊວງປ້ອງກັນປະເທດດໍາເນີນເປັນເວລາ 2 ວັນຈຶ່ງຈະສຳເລັດ.


