ການແຂ່ງຂັນກີລາວູຊູ ໃນຊຽງຂວາງ ເກມ 2022 ຈັດຂຶ້ນເປັນທາງການວັນທີ 17-19 ທັນວາ 2022 ຢູ່ເດີ່ນກີລາໃນຮົ່ມວິທະຍາ ໄລຄູຂັງໄຂ ແຂວງຊຽງຂວາງ ໂດຍມີນັກກີລາເຂົ້າຮ່ວມ 75 ຄົນ ຍິງ 14 ຄົນ ຈາກ 9 ພາກສ່ວນ ຄື: ແຂວງຊຽງຂວາງ ນະຄອນຫຼວງວຽງຈັນ ແຂວງຄໍາມ່ວນ ແຂວງເຊກອງ ແຂວງຈໍາປາສັກ ແຂວງບໍລິຄໍາໄຊ ແຂວງສາລະວັນ ແຂວງຫຼວງພະບາງ ແລະ ກະຊວງປ້ອງກັນປະເທດ ແບ່ງເປັນ 2 ປະເພດ ຄື: ປະເພດຟ້ອນ 3 ຮຸ່ນ ແລະ ປະເພດຕໍ່ສູ້ 14 ມີການຊີງໄຊ 17 ຫຼຽນຄໍາ 17 ຫຼຽນເງິນ 31 ຫຼຽນທອງ.
ຜ່ານການແຂ່ງຂັນ ກະຊວງປ້ອງກັນປະເທດ ເປັນເຈົ້າຫຼຽນຄໍາ ຍາດໄດ້ 4 ຫຼຽນຄໍາ 3 ຫຼຽນເງິນ ລວມ 7 ຫຼຽນ ອັນດັບ 2 ແຂວງຄໍາມ່ວນ 3 ຫຼຽນຄໍາ 4 ຫຼຽນເງິນ 2 ຫຼຽນທອງ ລວມ 9 ຫຼຽນ ອັນດັບ 3 ແຂວງຊຽງຂວາງ 2 ຫຼຽນຄໍາ 3 ຫຼຽນເງິນ 7 ຫຼຽນທອງ ລວມ 12 ຫຼຽນ ອັນດັບ 4 ແຂວງຫຼວງພະບາງ 2 ຫຼຽນຄໍາ 1 ຫຼຽນເງິນ 5 ຫຼຽນທອງ ລວມ 8 ຫຼຽນ ອັນດັບ 5 ແຂວງບໍລິຄໍາໄຊ 2 ຫຼຽນຄໍາ 1 ຫຼຽນເງິນ 4 ຫຼຽນທອງ ລວມ 7 ຫຼຽນ ອັນດັບ 6 ແຂວງເຊກອງ 1 ຫຼຽນຄໍາ 2 ຫຼຽນເງິນ 6 ຫຼຽນທອງ ລວມ 9 ຫຼຽນ ອັນດັບ 7 ແຂວງຈໍາປາສັກ 1 ຫຼຽນຄໍາ 2 ຫຼຽນເງິນ 2 ຫຼຽນທອງ ລວມ 5 ຫຼຽນອັນດັບ 8 ນະຄອນຫຼວງວຽງຈັນ 1 ຫຼຽນຄໍາ 1 ຫຼຽນເງິນ 2 ຫຼຽນທອງ ລວມ 4 ຫຼຽນ ອັນດັບ 9 ແຂວງສາ ລະວັນ 1 ຫຼຽນຄໍາ 3 ຫຼຽນທອງ ລວມ 4 ຫຼຽນ.


