ກະຊວງປ້ອງກັນປະເທດ ຈັດພິທີໂຮມຊຸມນຸມ ເພື່ອລະນຶກ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ ໃນຕອນເຊົ້າວັນທີ 19 ມັງກອນ 2023 ຢູ່ສະໂມສອນໃຫຍ່ ກົມໃຫຍ່ການເມືອງກອງທັບ ກະຊວງປ້ອງກັນປະເທດ ພາຍໃຕ້ການເປັນປະທານ ຂອງ ພົນໂທ ທອງລອຍ ສີລິວົງ ກໍາມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວຫນ້າກົມໃຫຍ່ການເມືອງກອງທັບ, ມີພົນໂທ ຄໍາລຽງ ອຸທະໄກສອນ ກໍາມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວຫນ້າກົມໃຫຍ່ເສນາທິການກອງທັບ, ມີຄະນະພັກ -ຄະນະນໍາ, ນາຍ ເເລະ ພົນທະຫານ ອ້ອມຂ້າງກະຊວງປ້ອງກັນປະເທດເຂົ້າຮ່ວມ.

ໂອກາດນີ້ ພົນໂທ ທອງລອຍ ສີລິວົງ ໄດ້ກ່າວຫວນຄືນປະຫວັດ ແລະ ວິລະກໍາອັນລໍ້າເລີດຂອງກອງທັບ ປະຊາຊົນລາວ ເຊິ່ງໄດ້ຮັບການສ້າງຕັ້ງຂຶ້ນ ໃນວັນທີ 20 ມັງກອນ 1949 ໂດຍປະທານໄກສອນ ພົມວິຫານ ຜ່ານຫົນທາງແຫ່ງການສ້າງຕັ້ງ, ສູ້ຮົບມີໄຊ ແລະ ເຕີບໃຫຍ່ຂະຫຍາຍຕົວພາຍໃຕ້ການນຳພາອັນປີຊາສາມາດ ສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ ກອງທັບປະຊາຊົນລາວໄດ້ຜ່ານຜ່າອຸປະສັກນາໆປະການ, ເຕັມໄປດ້ວຍການເສຍສະຫຼະອັນໃຫຍ່ຫຼວງ ໃນພາລະກິດຕໍໍ່ສູ້ປົດປ່ອຍປະເທດຊາດ, ເຮັດສຳເລັດພາລະກຳປະຫວັດສາດທີ່ພັກ ແລະ ປະຊາຊົນມອບ ໝາຍໃຫ້ຢ່າງມີໄຊ, ສາມາດຕີເອົາຊະນະຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະແບບໃໝ່ ພ້ອມດ້ວຍລູກແຫຼ້ງຕີນມືຂອງພວກເຂົາ ສາມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນ, ສະຖາປະນາເປັນປະເທດ ສາທາລະນະລັດປະຊາທິປະໄຕປະຊາຊົນລາວ ໃນວັນທີ 2 ທັນວາ 1975 ຢ່າງສະຫງ່າຜ່າເຜີຍ; ມາເຖິງປັດຈຸບັນກອງທັບປະຊາຊົນລາວໄດ້ກາຍເປັນກຳລັງຫຼັກແຫຼ່ງເເກ່ນສານໃນການປົກປັກຮັກສາໝາກຜົນຂອງການປະຕິວັດ ແລະລະບອບໃໝ່ໄວ້ໄດ້ຢ່າງໝັ້ນຄົງ ການສ້າງຕັ້ງກອງທັບປະຊາຊົນລາວວັນທີ 20 ມັງກອນ 1949 ມີຄວາມໝາຍຄວາມສຳຄັນ ແລະບາດກ້າວແຫ່ງການຂະຫຍາຍຕົວຂອງການປະຕິວັດ, ແມ່ນການເຕີບໃຫຍ່ຂະຫຍາຍຕົວຂອງການປະຕິວັດ, ການເຕີບໃຫຍ່ເຂັ້ມແຂງຂອງກຳລັງປະກອບອາວຸດປະຕິວັດ ເພາະເປັນກຳລັງຫຼັກແຫຼ່ງໃຫ້ຂະບວນການຕໍ່ສູ້ຂອງປະຊາຊົນລາວ ເພື່ອຄວາມເປັນເອກະລາດແຫ່ງຊາດ.

ໂອກາດດຽວກັນນີ້ ພົນໂທ ທອງລອຍ ສີລິວົງ ໄດ້ຮຽກຮ້ອງໃຫ້ບັນດາພະນັກງານ-ນັກຮົບ, ນາຍ ແລະ ພົນທະຫານ ໃນທົ່ວກອງທັບ ຈົ່ງອອກແຮງເສີມຂະຫຍາຍທາດແທ້, ມູນເຊື້ອຂອງຊາດ ແລະ ຂອງກອງທັບ, ເດັດດ່ຽວປະຕິບັດແນວທາງປ່ຽນແປງໃໝ່ຮອບດ້ານຢ່າງມີຫຼັກການຂອງພັກ, ເສີມຂະຫຍາຍບົດບາດເປັນກຳລັງຫຼັກແຫຼ່ງແກ່ນສານໃນການຈັດຕັ້ງປະຕິບັດສອງໜ້າທີ່ຍຸດທະສາດ ໃນໄລຍະໃໝ່ ຄືປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ກອງທັບເຮົາຈົ່ງກ້າວຂຶ້ນຍາດເອົາຜົນງານໃໝ່ໃຫຍ່ຫຼວງກວ່າເກົ່າ ໃຫ້ສົມກັບຄຳສັ່ງສອນຂອງປະທານ ໄກສອນ ພົມວິຫານ ທີ່ວ່າ ‘‘ເວລາໃດ ກອງທັບກໍນຳໜ້າທຸກວຽກງານ, ເດັດດ່ຽວໜຽວແໜ້ນຜ່ານຜ່າອຸປະສັກ, ສຳເລັດທຸກໜ້າທີ່, ຕີເອົາຊະນະສັດຕູທຸກໂຕ, ສົມແລ້ວເປັນກຳລັງແກ່ນສານທີ່ເຂັ້ມແຂງຂອງການປະຕິວັດ, ເປັນເຄື່ອງມືອັນຄົມແຫຼມຂອງພັກ”.


ຂ່າວ : ເດດອາລຸນ ແກ້ວວິໄລ
ພາບ : ດອກຈຳປີ