ວັນທີ 4 ກຸມພາ 2022ນີ້, ທີ່ສະໂມສອນ ກະຊວງປ້ອງກັນປະເທດ ໄດ້ຈັດພິທີປະກາດເລື່ອນຊັ້ນ​ໃຫ້​ນາຍທະຫານຂັ້ນສູງຂຶ້ນ, ໂດຍການເປັນ ປະທານຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ຮອງນາຍຍົກລັດຖະມົນຕີ,ລັດຖະມົນຕີ ກະຊວງ ປ້ອງກັນປະເທດ, ມີຄະນະພັກ, ຫ້ອງການ ເມືອງ ຈາກ 4 ກົມ, ບັນດາຫົວໜ້າກົມ, ຮອງກົມ ພ້ອມ ດ້ວຍນາຍທະຫານທີ່ໄດ້ຮັບການເລື່ອນຊັ້ນໃຫມ່ເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ພູມີ ດາລາເພັດ ຄະນະປະຈຳພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ. ໄດ້ຂື້ນຜ່ານ ລັດຖະດຳລັດຂອງປະທານປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ວ່າດ້ວຍການການເລື່ອນຊັ້ນນາຍທະຫານ ຊັ້ນພັນເອກ ຂຶ້ນຊັ້ນ ພົນຈັດຕະວາ ອີງຕາມ ລັດຖະທຳມະນູນ ແຫ່ງ ສປປ ລາວ ສະບັບປັບປຸງປີ 2015 ມາດຕາ 76 ຂໍ້ 06 ອີງຕາມ ກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ ສະບັບເລກທີ 43/ສພຊ, ລົງວັນທີ 14 ມິຖຸນາ 2018. ອີງຕາມ ໜັງສືສະເໜີຂອງນາຍົກລັດຖະມົນຕີ ສະບັບເລກທີ 03/ນຍ, ລົງວັນທີ 21 ມັງກອນ 2022. ມາດຕາ 1 ຕົກລົງເລື່ອນຊັ້ນນາຍທະຫານ ຊັ້ນ ພັນເອກ ຂຶ້ນຊັ້ນ ພົຈັດຕະວາ ຈຳນວນ 18 ສະຫາຍຄື: ພົຈ ວົງສັກ ສີພັນດອນ ຫົວໜ້າ ກົມກໍ່ສ້າງ-ຄຸ້ມຄອງຊັບສິນ ກົມໃຫຍ່ພະລາທິກາກອງທັບ, ພົຈ ສີພອນໄຊ ຄຳທອງເຫວີນ ຫົວໜ້າກົມເສດຖະກິດ ຫ້ອງວ່າການກະຊວງປ້ອງກັນປະເທດ, ພົຈ ຈອມເພັດ ໄຊຍະສຸກ ຮອງກົມໃຫຍ່ເຕັກນິກກອງທັບ, ພົຈ ນິກອນ ແກ້ວພັນໄຕ ຫົວໜ້າ ກົມອຸດສາຫະກຳປ້ອງກັນຊາດ ກົມໃຫຍ່ເຕັກນິກກອງທັບ, ພົຈ ປົວວັນ ອາດຖະໜາໄຊ ຮອງກົມ 213, ພົຈ ອຸ່ນຈັນ ແດງວັນສົມ ຫົວໜ້າການທະຫານ ກອງພົນທີ 1, ພົຈ ຄຳອີ້ງ ກິ່ງແກ້ວ ຫົວໜ້າການທະຫານ ກບຊ ແຂວງໄຊສົມບູນ, ພົຈ ພູວັນ ພິມມະຈັນ ຫົວໜ້າການເມືອງ ກຊບ ແຂວງສາລະວັນ, ພົຈ ສົມພອນ ສີສຸວັນນະ ຫົວໜ້າກົມການເມືອງ ວປກ, ພົຈ ວິລະພັນ ດວງມະນີ ຫົວໜ້າກົມຄົ້ນຄວ້າວິທະຍາສາດກາານທະຫານ-ການເມືອງ ວປກ, ພົຈ ຖາວອນ ແກ້ວອິນທະວົງ ຫົວໜ້າການເມືອງ ວິທະຍາຄານ ກົມມະດຳ, ພົຈ ຄຳໄພ ຟອງດາລາ ຫົວໜ້າການທະຫານ ໂຮງຮຽນທິດສະດີ ການເມືອງກອງທັບ, ພົຈ ສີລາວົງ ບຸນມີໄຊ ຫົວໜ້າການເມືອງ ໂຮງຮຽນກໍ່ສ້າງນາຍສິບທະຫານຮາບເລກ 1, ພົຈ ສຸລິວົງ ລັດວິໄລ ຫົວໜ້າການເມືອງ ວິທະຍາຄານການແພດກອງທັບ, ພົຈ ທອງຈັນ ວັນນະສີ ຫົວໜ້າກົມແຜ່ນທີ່ ກົມໃຫຍ່ເສນາທິການກອງທັບ, ພົຈ ສີທອງ ຖິ່ນສະຫວັນ ຫົວໜ້າກົມເສນາພະລາ ກົມໃຫຍ່ພະລາທິການກອງທັບ, ພົນຈັດຕະວາ ວຽງໄຊ ໄຊສະໝອນ ຫົວໜ້າກົມຊ່າງແສງ ກົມໃຫຍ່ເສນາທິການກອງທັບ, ພົນຈັດຕະວາ ບີ ມົວໄຟດາເຍຍຈ່າ ຮອງອຳນວຍການ ບໍລິສັດ ຢູນິເທວ ຫ້ອງວ່າການກະຊວງປ້ອງກັນປະເທດ ແລະ ຕົກລົງເລື່ອນຊັ້ນ ພັນໂທ ຂື້ນ ພັນເອກ 2 ສະຫາຍ ຈະໄປເປັນທີ່ປຶກສາທູດປ້ອງກັນຊາດລາວ ຢູ່ລາຊະອານາຈັກກຳປູເຈຍ ແລະ ປະເທດ ມາເລເຊຍ ຄື: ພັນເອກ ຄຳແພງ ສອນພະຈັນ ຫົວໜ້າພະແນກຂ່າວ-ໄອທີ ກົມພົວພັນຕ່າງປະເທດ ແລະ ພັນເອກ ວິໄສອນ ສີສົມບັດ ຮອງຫົວໜ້າຫ້ອງການ ກົມໃຫຍ່ເສນາທິການກອງທັບ.
ໂອກາດນີ້ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ທິດທາງຊີ້ນໍາຫຼາຍບັນຫາສຳຄັນຕໍ່ນາຍທະຫານທີ່ໄດ້ຮັບການເລື່ອນຊັ້ນໃຫມ່ໃນຄັ້ງນີ້, ພ້ອມທັງເນັ້ນໜັກໃຫ້ນາຍທະຫານແຕ່ລະສະຫາຍສຶບຕໍ່ເຝິກຝົນຫຼໍ່ຫຼອມຕົນເອງໃນຮອບດ້ານ, ພ້ອມກັນຍົກສູງຄວາມຮັບຜິດຊອບການເມືອງຂອງຕົນຢ່າງເປັນເຈົ້າການ, ເປັນຫຼັກແຫຼ່ງໃນການເຕົ້າໂຮມຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ, ສຸມໃສ່ແບບແຜນວິທີເຮັດວຽກໃຫ້ຮັດກຸມ ແລະ ເປັນບັນຫາສຳຄັນບົນພື້ນຖານຕ້ອງປະຕິບັດຕາມຫຼັກການລວມສູນປະຊາທິປະໄຕ ເຮັດວຽກເປັນໝູ່ຄະນະ, ແບບແຜນການເຮັດວຽກຕ້ອງມີຂັ້ນຕອນ ແລະ ມີຈຸດສຸມ ແລະ ປະຕິບັດໜ້າທີ່ການເມືອງຂອງຕົນໃຫ້ສຳເລັດສູງກວ່າເກົ່າເພື່ອພ້ອມກັນກໍ່ສ້າງກອງທັບປະຊາຊົນລາວກ້າວຂຶ້ນເປັນກອງທັບທີ່ມີແບບແຜນ ແລະ ທັນສະໄຫມ.
Loading...