ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ພິທີປະກາດການແຕ່ງຕັ້ງ, ຍົກ ຍ້າຍ ແລະ ມອບ-ຮັບໜ້າທີ່ການ ນຳຂັ້ນສູງກະຊວງປ້ອງກັນປະ ເທດ ໄດ້ຈັດຂຶ້ນຢ່າງເປັນທາງ ການ ໃນວັນທີ 11 ກຸມພາ 2022 ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ, ກຳມະການກົມການ ເມືອງສູນກາງພັກ, ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີກະ ຊວງປ້ອງກັນປະເທດ, ມີຄະນະ ພັກ-ຄະນະນຳກະຊວງ, ຄະນະ ນຳບັນດາກົມໃຫຍ່, ຫ້ອງວ່າ ການ, ຄະນະພັກ-ຄະນະບັນຊາ ອົງການ, ກົມ, ກອງອ້ອມຂ້າງກະຊວງ ແລະ ຜູ້ທີ່ຖືກແຕ່ງຕັ້ງຮັບ ໜ້າທີ່ໃໝ່ເຂົ້າຮ່ວມ. ສະຫາຍ ພົນຕີ ສອນທອງ ພົມລາວົງ ຄະນະປະຈຳພັກກະ ຊວງ, ຮອງຫົວໜ້າກົມໃຫຍ່ການ ເມືອງກອງທັບ ໄດ້ອ່ານຄໍາສັ່ງ ຂອງນາຍົກລັດຖະ ມົນຕີ ວ່າດ້ວຍ ການຍົກຍ້າຍ ສະຫາຍ ພົນຕີ ຈັນທອງ ສອນຕະອາດ ວ່າການ ຫົວໜ້າກົມໃຫຍ່ເສນາທິການ ກອງທັບ ໄປຮັບໜ້າທີ່ໃໝ່ ເປັນ ຮອງລັດຖະມົນຕີກະຊວງປ້ອງ ກັນປະເທດ; ດຳລັດຂອງນາຍົກ ລັດຖະມົນຕີ ວ່າດ້ວຍ ການແຕ່ງ ຕັ້ງ ສະຫາຍ ພົນຕີ ຄໍາລຽງ ອຸ ທະໄກສອນ ເປັນຮອງລັດຖະ ມົນຕີກະຊວງປ້ອງ ກັນປະເທດ ທັງເປັນຫົວໜ້າກົມໃຫຍ່ເສນາທິ ການກອງທັບ; ມະຕິຕົກລົງຂອງ ຄະນະເລຂາ ທິການສູນກາງພັກ ວ່າດ້ວຍ ການແຕ່ງຕັ້ງ ສະຫາຍ ພົນຕີ ຄໍາລຽງ ອຸທະໄກສອນ ກຳ ມະການສູນກາງພັກ ເປັນກຳມະ ການຄະນະປະຈຳພັກກະຊວງ ປ້ອງ ກັນປະເທດ ແລະ ຄໍາສັ່ງ ຂອງນາຍົກລັດຖະມົນຕີ ວ່າດ້ວຍ ການຍົກຍ້າຍ ສະຫາຍ ພົນຕີ ວົງ ສອນ ອິນປານພິມ ຮອງຫົວໜ້າ ກົມໃຫຍ່ການເມືອງກອງທັບ ກະ ຊວງປ້ອງກັນປະເທດ ໄປຮັບໜ້າ ທີ່ໃໝ່ ເປັນຮອງເລຂາພັກແຂວງ ໄຊສົມບູນ. ເພື່ອເຮັດໃຫ້ພິທີດັ່ງກ່າວມີ ຄວາມໝາຍ, ຄວາມສໍາຄັນເລິກ ເຊິ່ງ ກໍໄດ້ມີການເຊັນບົດບັນທຶກ ມອບ-ຮັບ ໜ້າທີ່ຢ່າງເປັນທາງ ການລະຫວ່າງ ສະຫາຍ ພົນຕີ ຈັນທອງ ສອນຕະອາດ ວ່າການ ຫົວໜ້າກົມໃຫຍ່ເສນາ ທິການ ກອງທັບ (ຜູ້ເກົ່າ) ແລະ ສະຫາຍ ພົນຕີ ຄໍາລຽງ ອຸທະໄກສອນ ຫົວ ໜ້າກົມໃຫຍ່ເສນາທິການກອງ ທັບ (ຜູ້ໃໝ່). ໃນໂອກາດອັນມີຄວາມໝາຍ ສໍາຄັນນີ້, ສະຫາຍ ພົນເອກ ຈັນ ສະໝອນ ຈັນຍາລາດ ກໍໄດ້ມີ ຄຳເຫັນໂອ້ລົມຕໍ່ຜູ້ທີ່ໄດ້ຮັບໜ້າ ທີ່ໃໝ່ ກ່ອນອື່ນສະຫາຍໄດ້ສະ ແດງຄວາມຍິນດີ ແລະ ຍ້ອງຍໍ ຊົມເຊີຍຕໍ່ຜົນສໍາເລັດ ໃນການ ປະຕິບັດໜ້າທີ່ວຽກງານໃນໄລ ຍະຜ່ານມາ, ພ້ອມທັງເນັ້ນໜັກ ບາງບັນຫາ ໂດຍຮຽກຮ້ອງໃຫ້ ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ຈົ່ງເອົາໃຈ ໃສ່ນຳພາ-ຊີ້ນຳການເມືອງແນວ ຄິດໃຫ້ແກ່ພະນັກງານ, ຍົກສູງ ຄວາມຮັບຜິດຊອບຕໍ່ໜ້າທີ່ການ ເມືອງຂອງຕົນໃຫ້ສູງ, ເອົາໃຈໃສ່ ປັບປຸງແບບແຜນວີທີເຮັດວຽກ ແບບ ແຜນວິທີນຳພາໃຫ້ໜັກແໜ້ນ ເຂັ້ມແຂງ, ເອົາໃຈໃສ່ເພີ່ມທະວີ ຄວາມສາມັກຄີພາຍໃນໃຫ້ແໜ້ນ ແຟ້ນ, ກຳແໜ້ນ ແລະ ປະຕິບັດ ຫຼັກການລວມສູນປະຊາທິປະໄຕ ເຮັດວຽກເປັນໝູ່ຄະນະ, ສືບຕໍ່ ເຝິກຝົນຫຼໍ່ຫຼອມຕົນເອງ ແລະ ເອົາໃຈໃສ່ປັບປຸງວຽກງານກໍ່ ສ້າງພັກ-ກໍ່ສ້າງພະນັກງານໃຫ້ ມີຄວາມກ້າວໜ້າ ແລະ ບັນຫາ ອື່ນໆ.
ໂດຍ: ແສງເດືອນ