ກະຊວງປ້ອງກັນປະເທດຈັດພິທີປາຖະກະຖາ ແລະຊົມເຊີຍວັນສ້າງຕັ້ງພັກກອມມູນິດຈີນ ວັນທີ 1 ກໍລະກົດ ຄົບຮອບ 100 ປີ ແລະ ວັນສ້າງຕັ້ງກອງທັບປົດປ່ອຍປະຊາ ຊົນຈີນ ຄົບຮອບ 94 ປີ ໃນຕອນບ່າຍວັນທີ 4 ສິງຫາ 2021, ທີ່ສະໂມສອນໃຫ່ຍການເມືອງກອງທັບ ໂດຍການເຂົ້າຮ່ວມຂອງ ພົນເອກ ຈັນສະໝອນ ຈັນຍາລາດ, ກຳມະ ການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີປ້ອງກັນປະເທດ, ມີພະນັກງານຫລັກແຫລ່ງອ້ອມຂ້າງກະຊວງປ້ອງກັນປະເທດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງລາວ ແລະຈີນ.
ຈຸດປະສົງການປາຖະກະຖາຄັ້ງນີ້ ເພື່ອແນໃສ່ໃຫ້ນາຍ ແລະພົນທະຫານຂອງກະຊວງປ້ອງກັນປະເທດຮັບຮູ້ເຂົ້າໃຈກ່ຽວກັບປະຫວັດມູນເຊື້ອແຫ່ງການສ້າງຕັ້ງພັກກອມມູນິດຈີນ, ທັງເປັນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນເປັນມູນເຊື້ອລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງຊາດລາວຈີນໃຫ້ແຕກດອກອອກຜົນຫຍີ່ງຂື້ນ ແນໃສ່ເສີມຂະຫຍາຍ ແລະຍົກລະດັບການພົວ ພັນຂອງສອງພັກເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ໝັ້ນຄົງຍາວນານຕາມທິດ 4 ດີ ຄື: ເປັນບ້ານໃກ້ເຮືອນຄຽງທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ ແລະຄູ່ຮ່ວມມືທີ່ດີ
ໃນການປາຖະກະຖາຄັ້ງນີ້ ພັນເອກ ວິເສດ ຫລີປິ່ງ ທີ່ປຶກສາທູດຝ່າຍປ້ອງກັນຊາດຈີນປະຈໍາລາວ ໄດ້ເນັ້ນໜັກເຖິງຄໍາປາໃສຂອງ ທ່ານ ສີ ຈີ້ນຜີ້ງ ເລຂາທິການໃຫ່ຍ ປະ ທານປະເທດຈີນ ທີ່ຊີ້ໃຫ້ເຫັນຜົນ ສຳເລັດຂອງການຊີ້ນໍາໆພາຂອງພັກຕະຫລອດໄລຍະ 100 ປີຜ່ານມາ ເຮັດໃຫ້ປະເທດຈີນເກີດມີການປ່ຽນແປງໃໝ່ຄັ້ງປະຫວັດສາດ, ສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໄດ້ກ້າວເຂົ້າສູ່ຍຸກສະໄໝໃໝ່, ການສ້າງສັງຄົມອີ່ມໜໍ່າສໍາລານຢ່າງຮອບດ້ານ ລວມຍອດຜະລິດຕະພັນພາຍໃນ ຫລືGDP ຂອງຈີນໄດ້ລື່ນແຜນການ 1 ແສນຕື້ຢວນ, ສະເລ່ຍໃສ່ຫົວຄົນໄດ້ຫລາຍກວ່າ 10.000 ໂດລາສະຫະລັດ, ເສດຖະ ກິດເຕີບໃຫ່ຍຂະຫຍາຍຕົວໃນລະດັບ 2 ຂອງໂລກ, ພ້ອມທັງຍົກໃຫ້ເຫັນບັນດາເປົ້າໝາຍການພັດທະ ນາສັງຄົມນິຍົມຕາມສີສັນຈີນ ໂດຍສະເພາະການສ້າງໃຫ້ຈີນກາຍເປັນປະເທດທີ່ເຂັ້ມແຂງຮັ່ງມີ, ມີປະ ຊາທິປະໄຕ ແລະສີວິໄລ, ສັງຄົມປອງດອງ ແລະເປັນປະເທດທີ່ມີຄວາມທັນສະໄໝໃນປີ 2049.
ຂ່າວ: ຈັນທະສອນ ສີຫານາດ
ພາບ: ຄໍາກອງ ກິດຕິຄຸນ


