ໃນວັນທີ 18 ສິງຫາ 2021 ຢູ່ສະໂມສອນກະຊວງປ້ອງກັນປະເທດ, ໄດ້ຈັດປາຖະ ກະຖາ ວັນລັດຖະທໍາມະນູນແຫ່ງຊາດ ຄົບຮອບ 30 ປີ (15 ສິງຫາ 1991-15 ສິງຫາ 2021), ໂດຍການປາຖະກະຖາຂອງ ທ່ານ ຈະເລີນ ເຢຍປາວເຮີ ກໍາມະການສູນກາງພັກ, ຮອງປະທານສະ ພາແຫ່ງຊາດ, ປະທານກໍາມາທິການກົດໝາຍ, ມີ ທ່ານ ພົນຕີ ວົງສອນ ອິນປານພິມ ຄະນະປະຈໍາພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ພ້ອມດ້ວຍນາຍ ແລະ ພົນ ທະຫານເຂົ້າຮ່ວມ.
ໃນໂອກາດດັ່ງກ່າວ, ທ່ານ ຈະເລີນ ເຢຍປາວເຮີ ໄດ້ຍົກໃຫ້ເຫັນການກໍາເນີດຂອງລັດຖະທໍາມະນູນແຫ່ງ ສປປ ລາວ ວ່າ: ພາຍຫລັງປະເທດຊາດ ໄດ້ຮັບການສະ ຖາປະນາ ເປັນ ສປປ ລາວ, ພັກໄດ້ວາງແນວທາງ ແລະ ນໍາພາປະຊາຊົນປະຕິບັດສອງໜ້າທີ່ຍຸດທະສາດ ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ປີ 1986 ພັກໄດ້ວາງແນວທາງປ່ຽນແປງໃໝ່ຮອບດ້ານ, ໂດຍເລີ່ມຈາກການປ່ຽນແປງທາງດ້ານເສດຖະກິດ ຫັນຈາກການຄຸ້ມຄອງລວມສູນບໍລິຫານເກື້ອກູນ ໄປສູ່ການຄຸ້ມ ຄອງຕາມກົນໄກຕະຫລາດ ທີ່ມີການໄລ່ລຽງເສດຖະກິດ ແລະ ມີການດັດສົມຂອງລັດ. ອີງໃສ່ຄວາມຮຽກຮ້ອງຕ້ອງການຂອງການປ່ຽນແປງໃໝ່ດັ່ງກ່າວ, ຈຶ່ງມີຄວາມຈໍາເປັນຕ້ອງຫັນການຄຸ້ມຄອງລັດດ້ວຍລັດຖະທໍາມະນູນ ແລະ ກົດໝາຍ ຢ່າງເປັນເອກະພາບ. ດັ່ງນັ້ນ, ກອງປະຊຸມເທື່ອທີ 6 ຂອງສະພາປະຊາຊົນສູງສຸດ ຊຸດທີ II ( ປີ1991) ຈຶ່ງໄດ້ພິຈາລະນາຮັບຮອງເອົາລັດຖະທໍາມະນູນສະບັບ ທໍາອິດຂອງ ສປປ ລາວ, ຊຶ່ງໄດ້ປະກາດໃຊ້ໃນວັນທີ 15 ສິງຫາ 1991. ລັດຖະທໍາມະນູນແມ່ນກົດ ໝາຍພື້ນຖານຂອງຊາດ, ທັງເປັນການຫັນແນວທາງປ່ຽນແປງໃໝ່ຮອບດ້ານ ທີ່ມີຫລັກການຂອງພັກ ມາເປັນກົດໝາຍພື້ນຖານ ຂອງລະບອບປະຊາທິປະໄຕປະຊາຊົນ ເພື່ອສຶກສາອົບຮົມປະຊາຊົນລາວບັນດາເຜົ່າ ໃຫ້ຍົກສູງນໍ້າໃຈຮັກຊາດ, ຮັກລະບອບໃໝ່ ເພີ່ມທະວີຄວາມສາມັກຄີປວງຊົນລາວທັງຊາດ, ເຊີດຊູບົດບາດຄວາມເປັນເຈົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕາມຈຸດ ໝາຍທີ່ພັກໄດ້ວາງໄວ້.
ລັດຖະທໍາມະນູນແຫ່ງ ສປປ ລາວ ໃນທາດແທ້ກໍແມ່ນການສ້າງສະຕິຊາດ ເອກະພາບອັນໜຶ່ງອັນດຽວກັນ ພາຍໃຕ້ການນໍາພາຂອງພັກ, ຮັບຮູ້ ແລະ ປົກປ້ອງການດໍາລົງຄົງຕົວ ທີ່ບໍ່ຕັດແຍກອອກຈາກກັນໄດ້ຂອງປະຊາຊົນບັນດາເຜົ່າ, ເປັນພາຫະນະທີ່ສໍາຄັນ ເພື່ອສຶກສາອົບຮົມປະຊາຊົນໃນການຍົກສູງນໍ້າໃຈຮັກຊາດ, ຮັກລະບອບປະຊາທິປະໄຕ, ເພີ່ມທະວີຄວາມປອງດອງທົ່ວປວງຊົນທັງຊາດ, ເຊີດຊູບົດບາດ ແລະ ຄວາມສາມາດເປັນເຈົ້າປະເທດຊາດ ຂອງປະຊາຊົນບັນດາເຜົ່າ ເພື່ອພ້ອມກັນສຸມທຸກກໍາລັງວັງຊາ ແລະ ຄວາມສາມາດຂອງຕົນ ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດຂອງພວກເຮົາ ຕາມແນວທາງປ່ຽນແປງໃໝ່ ແນໃສ່ເຮັດໃຫ້ປະເທດຊາດມັ່ງຄັ່ງເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມມີຄວາມສາມັກຄີປອງດອງ, ມີປະຊາທິປະໄຕ, ຍຸຕິທໍາ ແລະ ສີວິໄລ. ໃນຕໍ່ໜ້າ, ພວກເຮົາຕ້ອງເພີ່ມທະວີການໂຄສະນາ ສຶກສາອົບຮົມໃຫ້ພົນລະເມືອງລາວທຸກຄົນຮັບຮູ້ເຊື່ອມຊືມ ແລະ ກໍາແໜ້ນກ່ຽວກັບລັດຖະທໍາມະນູນ ແລະ ກົດໝາຍຕ່າງໆ ດ້ວຍຫລາຍຮູບການ, ຫລາຍລະດັບອັນເໝາະສົມ, ສ້າງເງື່ອນໄຂໃຫ້ເຂົາເຈົ້າປະຕິບັດກົດໝາຍຢ່າງເຂັ້ມງວດ, ຮູ້ນໍາໃຊ້ກົດໝາຍເພື່ອປົກປ້ອງຜົນປະໂຫຍດອັນຊອບທໍາ ແລະ ປະຕິບັດພັນທະຂອງຕົນຢ່າງຖືກຕ້ອງ, ສຶກສາອົບຮົມໃຫ້ທຸກຄົນກ້າວເຂົ້າສູ່ແບບແຜນການດໍາລົງຊີວິດ ແລະ ເຮັດວຽກງານຕາມກົດໝາຍທີ່ໄດ້ວາງອອກ.
ຂ່າວ: ສຸພະສະຫວັນ ຮູບ: ຂັນໄຊ
