ໃນໂອກາດຖະແຫລງຂ່າວ ໃນວັນທີ 12 ຕຸລາ2021 ນີ້, ທ່ານ ດຣ ສະໜອງ ທອງສະນະ ຮອງລັດຖະມົນຕີ, ກະຊວງສາທາລະນະສຸກ ໄດ້ໃຫ້ຮູ້ວ່າ: ກະຊວງສາທາລະນະສຸກໄດ້ອອກຄໍາສັ່ງ ສະບັບເລກທີ 1101/ສທ ລົງວັນທີ 24 ກັນຍາ 2021 ວ່າດ້ວຍການນໍາເຂົ້າ ຈໍລະຈອນຈໍາໜ່າຍ ແລະ ນໍາໃຊ້ເຄື່ອງກວດໂຄວິດ-19 ແບບໄວທັນໃຈ ເພື່ອກວດຊອກຫາເຊື້ອ ໂດຍຫ້າມບຸກຄົນ ຫລື ນິຕິບຸກຄົນ ນໍາເຂົ້າເຄື່ອງທົດສອບໄວ ມາຈໍາໜ່າຍຢູ່ ສປປ ລາວ ໂດຍບໍ່ໄດ້ຮັບອະນຸຍາດ ຈາກະກະຊວງສາທາ ລະນະສຸກຢ່າງເດັດຂາດ, ແລະ ຖ້າຫາກລະເມີດຄໍາສັ່ງ ຈະຖືກກ່າວເຕືອນ, ອາຍັດ, ປັບໄໝ ແລະ ລົງໂທດຕາມລະບຽບກົດໝາຍ, ເຊິ່ງປັດຈຸບັນ, ຍັງເຫັນບຸກຄົນ ນໍາເອົາເຄື່ອງກວດແບບໄວ ປະກາດຂາຍຊະຊາຍ ຢູ່ຕາມສື່ສັງຄົມອອນລາຍ (ເຟສບຸກ) ພ້ອມທັງລະບຸວ່າ ມີ ອຢ ອະນຸມັດ.
ຕໍ່ກັບສະພາບການດັ່ງກ່າວ, ກະຊວງສາທາລະນະສຸກ ຂໍແຈ້ງໃຫ້ທ່ານຊາບວ່າ ມາຮອດປັດຈຸບັນນີ້ ກະຊວງສາທາລະນະສຸກ ບໍ່ທັນໄດ້ອະນຸຍາດໃຫ້ບຸກຄົນ ຫລື ອົງກອນໃດໜຶ່ງ ນໍາເຂົ້າ ແລະ ຈໍາໜ່າຍເຄື່ອງກວດແບບໄວ ເນື່ອງຈາກວ່າ: ເຄື່ອງກວດມີຄວາມໄວ ປະມານ 80% ໝາຍຄວາມວ່າ ຖ້າກວດ 100 ຄົນ ຈະມີປະມານ 20 ຄົນ ທີ່ໃຫ້ຜົນກວດເປັນລົບ ແຕ່ຜົນກວດລົບອາດບໍ່ແມ່ນຄວາມຈິງ ເພາະ 20 ຄົນດັ່ງກ່າວ ອາດມີເຊື້ອ ແຕ່ການກວດໃຫ້ຜົນລົບ; ການກວດແມ່ນໃຫ້ຜົນສໍາລັບມື້ທີ່ກວດເທົ່ານັ້ນ ຖ້າກວດມື້ນີ້ແລ້ວ ຜົນອອກມາເປັນລົບ ແຕ່ບໍ່ໄດ້ໝາຍຄວາມວ່າ ໃນຕໍ່ໜ້າ ທ່ານຈະຍັງບໍ່ຕິດເຊື້ອ; ການຄົ້ນຄວ້າຈາກຫລາຍປະເທດພົບວ່າ ແພດທີ່ໃຊ້ເຄື່ອງກວດແບບໄວກວດ ແມ່ນມີປະສິດທິພາບກວ່າ ຖ້າທຽບໃສ່ບຸກຄົນທໍາມະດາ ທີ່ກວດດ້ວຍຕົນເອງ ເນື່ອງຈາກວ່າຄົນທົ່ວໄປ ອາດເກັບຕົວຢ່າງບໍ່ຖືກຈຸດ ຫລື ບໍ່ສົນໃຈ ໄລຍະເວລາທີ່ໃຊ້ກຳນົດໃນການອ່ານຜົນ ຫລື ດໍາເນີນການກວດບໍ່ຖືກຕ້ອງ ຄືກັບແພດທີ່ໄດ້ຜ່ານການອົບຮົມມາແລ້ວ ແລະ ເຫດຜົນທີ່ສໍາຄັນທີ່ສຸດ ກໍຄື ທ່ານສາມາດແພ່ເຊື້ອພະຍາດໃຫ້ຄົນອື່ນໄດ້ ໃນເວລາທີ່ທ່ານໃຊ້ເຄື່ອງກວດດ້ວຍຕົນເອງນີ້ໄດ້ ເພາະວ່າທ່ານບໍ່ໄດ້ປະຕິບັດຄືແພດ ໂດຍສະເພາະ ບໍ່ໄດ້ໃສ່ຖົງມື, ບໍ່ໄດ້ໃສ່ຊຸດປ້ອງກັນຄືແພດ, ບໍ່ໄດ້ໃສ່ຜ້າອັດປາກ-ດັງ N-95 ແລະ ບຸກຄົນກໍ່ຖີ້ມເຄື່ອງທີ່ໃຊ້ກວດແລ້ວ ລົງຖັງຂີ້ເຫຍື້ອທົ່ວໄປ ໂດຍບໍ່ໄດ້ຂ້າເຊື້ອກ່ອນ.
ຕາມທິດສະດີ ເມື່ອກວດດ້ວຍເຄື່ອງກວດໄວ, ເຊິ່ງມີຜົນເປັນລົບ ຢ່າໄດ້ເຊື່ອວ່າຕົນບໍ່ຕິດເຊື້ອ ແຕ່ບຸກຄົນນັ້ນຕ້ອງກັກຕົນເອງ 14 ວັນ ແລະ ມີການກວດຊໍ້າຄືນ ຢ່າງໜອ້ຍ 6-7 ຄັ້ງ ເພື່ອແນ່ໃຈວ່າບໍ່ຕິດເຊື້ອແທ້. ແຕ່ໃນຄວາມເປັນຈິງ ຫລາຍຄົນບໍ່ປະຕິບັດເຊັ່ນນີ້, ເມື່ອກວດບໍ່ພົບແລ້ວ ກໍປ່ອຍເສີຍບໍ່ກັກຕົວເອງ ຖ້າໂຊກບໍ່ດີ ອີກບໍ່ພໍເທົ່າໃດວັນ ຜົນກວດເປັນບວກ ແລະ ຜູ້ກ່ຽວມີຜູ້ໃກ້ຊິດຫລາຍ 100 ຄົນໄປແລ້ວ, ເຊິ່ງເປັນສາຍເຫດຂອງການແພ່ເຊື້ອໃນຊຸມຊົນທີ່ແທ້ຈິງ.
ສະນັ້ນ, ເມືອທ່ານສົງໃສວ່າເປັນຜູ້ໃກ້ຊິດ ກໍຂໍໃຫ້ມາກວດນໍາແພດໝໍເຮົາ ເພາະການກວດບໍ່ໄດ້ເສຍເງິນ ແລະ ບໍ່ລໍຖ້າຜົນກວດດົນ.
ຂ່າວ: ສຸກສະຫວັດ ສົມສະໜິດ