ກະຊວງສາທາລະນະສຸກ ສະເໜີຮ່າງກົດໝາຍ ວ່າດ້ວຍວຽກງານສາທາລະນະສຸກ ໃຫ້ສະພາແຫ່ງຊາດພິຈາລະນາ.
ການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ 9 ໃນວັນທີ 11 ກໍລະກົດ 2023 ຢູ່ຫໍສະພາແຫ່ງຊາດນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ຄຳໃບ ດຳລັດ ຮອງປະທານສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດແຕ່ລະເຂດເລອກຕັ້ງໄດ້ຮັບຟັງການສະເໜີຮ່າງກົດໝາຍວ່າດ້ວຍວຽກງານສາທາລະນະສຸກສະບັບສ້າງໃໝ່ທີ່ສະເໜີໂດຍ ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ກົດໝາຍສະບັບນີ້ປະກອບມີ 11 ພາກ 7 ໝວດ 60 ມາດຕາ ຈະນຳໃຊ້ເພື່ອຄຸ້ມຄອງບໍລິຫານ, ວຽກງານອະນາໄມ, ກັນພະຍາດ ແລະ ຟື້ນຟູໜ້າທີ່ການ, ວຽກງານປິ່ນອ້ອມ ການບໍລິຫານການປິ່ນປົວຄົນເຈັບໃຫ້ມີຄຸນນະພາບ ແລະ ໄດ້ຮັບການພັດທະນາໃນແຕ່ລະໄລຍະໃຫ້ສອດຄ່ອງກັບນະໂຍບາຍຂອງພັກ-ລັດ ເປັນເຄື່ອງມື ແລະ ມາດຕະການໃຫ້ແກ່ບຸກຄະລາກອນສາທາລະນະສຸກ ເຄື່ອນໄຫວວຽກງານຕາມໜ້າທີ່ສະເພາະຢ່າງຫ້າວຫັນ ປະກອບສ່ວນສຳຄັນໃຫ້ການພັດທະນາປະເທດຊາດ ແລະ ມີນ້ຳໃຈຮັບໃຊ້ປະຊາຊົນ, ອຳນວຍຄວາມສະດວກໃຫ້ແກ່ບຸກຄົນ, ນິຕິບຸກຄົນ, ອົງການຈັດຕັ້ງຂອງລັດ ແລະ ເອກະຊົນຢູ່ຕົວເມືອງ, ຊົນນະບົດໃຫ້ເຂົ້າຮ່ວມເປັນເຈົ້າການ ແລະ ມີສ່ວນຮ່ວມໃນວຽກງານສາທາລະນະສຸກ ແລະ ອື່ນໆ.
ພາຍຫຼັງສະເໜີຮ່າງກົດໝາຍວ່າດ້ວຍວຽກງານສາທາລະນະສຸກສຳເລັດ ທ່ານ ຄຳໃບ ດຳລັດ ຮອງປະທານສະພາແຫ່ງຊາດໃນນາມປະທານກອງປະຊຸມມີຄຳເຫັນເຈາະຈີ້ມ ເພື່ອເປັນທິດທາງໃນການປະກອບຄຳເຫັນຂອງສະມາຊິກສະພາແຫ່ງຊາດ
ທ່ານ ວິໄຊທໍ່ ເພຍຫຼວງຢົ່ງເຊີ່ ສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 18 ແຂວງໄຊສົມບູນ ສະເໜີໃຫ້ຄະນະຮັບຜິດຊອບສ້າງຮ່າງກົດໝາຍເພີ່ມຕື່ມ ແລະ ຕັດອອກບາງເນື້ອໃນຢູ່ມາດຕາ 2 ແລະ ມາດຕາ 28 ເນື່ອງຈາກການອະທິບາຍຍັງບໍ່ທັນລະອຽດຈະແຈ້ງອາດເຮັດໃຫ້ຄົນອ່ານມີລັກສະນະສັບສົນ ແລະ ອື່ນໆ.
ທ່ານ ສຸກສະຫວັນ ຈັນທິສຸກ ສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 14 ແຂວງສາລະວັນ ສະເໜີໃຫ້ພາກສ່ວນຮັບຜິດຊອບຮ່າງກົດໝາຍເພີ່ມຕື່ມບາງຄຳສັບໃນມາດຕາທີ 2 ເນື່ອງຈາກການຂຽນຄຳສັບຢູ່ບາງປະໂຫຍກຍັງບໍ່ແທດເໝາະກັບສະພາບເງື່ອນໄຂຕົວຈີງໃນປັດຈຸບັນ.
ສຳລັບການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ 9 ໃນຕອນບ່າຍມື້ນີ້ ຕາມວາລະແລ້ວສະມາຊິກສະພາແຫ່ງຊາດແຕ່ລະເຂດເລືອກຕັ້ງຈະສືບຕໍ່ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍວຽກງານສາທາລະນະສຸກສະບັບສ້າງຂຶ້ນໃໝ່ໃຫ້ສຳເລັດ.