ເນື່ອງຈາກສະຖານະການລະບາດຂອງພະຍາດໂຄວິດ-19 ທີ່ເພີ່ມສູງຂຶ້ນ ໃນແຕ່ລະມື້, ກະຊວງສາ ທາລະນະສຸກ ຈຶ່ງມີການສົ່ງເສີມໃຫ້ມີການປິ່ນປົວຢູ່ເຮືອນ ສຳລັບຜູ້ທີ່ຕິດໂຄວິດ-19 ແຕ່ບໍ່ມີອາ ການ ຫຼື ມີອາການທີ່ບໍ່ຮຸນແຮງ.

ທັງນີ້ກໍເພື່ອຮັບປະກັນໃຫ້ຄົນເຈັບທີ່ຕ້ອງການ ການປິ່ນປົວແທ້ໆ ໄດ້ເຂົ້າເຖິງໂຮງໝໍ ແລະ ສູນປິ່ນປົວທີ່ມີຢູ່ໃນທົ່ວປະເທດ.
“ເນື່ອງໃນໂອກາດປີໃໝ່ລາວທີ່ຈະມາເຖິງ, ຂ້າພະເຈົ້າຂໍຮຽກຮ້ອງໃຫ້ທຸກຄົນຈົ່ງພ້ອມພາກັນປະຕິບັດບັນດາມາດຕະການປ້ອງກັນຕ່າງໆ, ລວມທັງການໃສ່ຜ້າອັດປາກ- ດັງ ແລະ ຮັກສາໄລຍະຫ່າງ ເພື່ອປ້ອງກັນຕົນເອງ ແລະ ຄົນໃນຊຸມຊົນ. ຖ້າຫາກ ທ່ານ ຮູ້ສຶກບໍ່ສະບາຍ ຫຼື ມີອາການຄ້າຍຄືພະຍາດໂຄວິດ-19, ກະລຸນາຢູ່ເຮືອນ ແລະ ປະຕິບັດຕາມຄຳແນະນຳໃນການປິ່ນປົວຢູ່ເຮືອນ. ພ້ອມນັ້ນ, ຄຽງຄູ່ກັບການສະເຫຼີມສະຫຼອງປີໃໝ່ລາວ, ຂໍໃຫ້ທຸກຄົນຈົ່ງປົກປ້ອງ ຄົນທີ່ ທ່ານ ຮັກ ຈາກພະຍາດໂຄວິດ-19.” ກ່າວໂດຍ ດຣ. ບຸນແຝງ ພູມະໄລສິດ, ລັດຖະມົນ ຕີກະຊວງສາທາລະນະສຸກ.
ດຣ. ຢິງ-ຣູ ແຈັກເກີຣີນ ໂລ, ຜູ້ຕາງໜ້າຈາກອົງການອະນາໄມໂລກກໍ່ໄດ້ກ່າວວ່າ “ການຮັກສາ ແລະ ປິ່ນປົວ ພະຍາດໂຄວິດ-19 ຢູ່ເຮືອນ ເປັນສ່ວນໜຶ່ງຂອງແຜນໄລຍະຍາວຂອງລັດຖະບານລາວ ເພື່ອຮັບມືກັບພະຍາດໂຄວິດ-19, ພ້ອມທັງເປັນການ ປົກປ້ອງລະ ບົບສາທາລະນະສຸກ ແລະ ຫຼຸດຜ່ອນຄວາມກົດດັນໃຫ້ແກ່ບັນດາພະນັກງານສາທາລະນະສຸກ.
ສຳລັບກຸ່ມຄົນທີ່ບໍ່ໄດ້ຢູ່ໃນກຸ່ມທີ່ມີຄວາມສ່ຽງສູງ, ແລະ ບໍ່ມີອາການ ຫຼື ມີອາການເລັກນ້ອຍ ສາມາດປິ່ນປົວຕົນເອງຢ່າງປອດໄພຢູ່ເຮືອນ ໂດຍການປະຕິບັດຕາມຄຳແນະນຳ ແລະ ຕິດຕໍ່ຂໍຄວາມຊ່ວຍເຫຼືອຖ້າຫາກມີອາການຮ້າຍແຮງຂຶ້ນ.”
“ອົງການອະນາໄມໂລກ ຈະສືບຕໍ່ປະສານງານກັບ ກະຊວງສາທາ ລະນະສຸກ ເພື່ອຄຸ້ມຄອງ ແລະ ຮັບມືກັບການເພີ່ມຂຶ້ນຂອງຈຳ ນວນຜູ້ຕິດເຊື້ອ ແລະ ການຫັນປ່ຽນໄປສູ່ການຈັດການພະຍາດໂຄວິດ-19 ແບບຍືນຍົງ ໂດຍການແກ້ໄຂບັນຫາຕ່າງໆ ເຊັ່ນ: ໝູນໃຊ້ລະບົບສາທາລະນະສຸກຢ່າງມີປະສິດທິຜົນ ໂດຍການໃຫ້ຄຳປຶກສາກ່ຽວກັບການເບິ່ງແຍງຄົນເຈັບ, ການປິ່ນປົວ, ການປ້ອງກັນ ແລະ ຄວບຄຸມການລະບາດ, ພ້ອມທັງການເຜີຍແຜ່ຂໍ້ມູນທີ່ຖືກຕ້ອງ ແລະ ໜ້າເຊື່ອຖື ເພື່ອໃຫ້ປະຊາ ຊົນສາມາດສືບຕໍ່ປ້ອງກັນຕົນເອງ, ກຸ່ມຄົນທີ່ມີຄວາມສ່ຽງສູງ ແລະ ລະບົບສາທາລະນະສຸກຢູ່ໃນຊຸມ ຊົນຂອງພວກເຂົາ.” ດຣ. ຢິງ ກ່າວຕື່ມ.
ດັ່ງນັ້ນ, ຖ້າຫາກທ່ານກວດພົບວ່າຕົນເອງຕິດພະຍາດໂຄວິດ-19, ທ່ານ ສາມາດປະຕິບັດຕາມ 9 ຂັ້ນຕອນແນະນຳ ເພື່ອຫຼີກເວັ້ນການແຜ່ເຊື້ອ, ປົກປ້ອງທຸກຄົນໃຫ້ປອດໄພ ແລະ ຮູ້ວ່າຕ້ອງເຮັດແນວໃດ ຖ້າຫາກມີອາການຮຸນແຮງ. ນອກນັ້ນ, ຫຼາຍໆຂັ້ນຕອນເຫຼົ່ານີ້ ກໍ່ຍັງມີປະໂຫຍດສຳລັບຜູ້ສຳຜັດກັບຜູ້ທີ່ຕິດເຊື້ອ ຫຼື ຜູ້ສຳຜັດໃກ້ຊິດ ເຊັ່ນກັນ.
1. ລົງທະບຽນແຈ້ງເຈົ້າໜ້າທີ່ສາທາລະນະສຸກຖ້າຫາກທ່ານ ກວດພົບເຊື້ອໂຄວິດ-19 ດ້ວຍເຄື່ອງກວດໄວ ຫຼື RDT, ມັນສຳຄັນຫຼາຍທີ່ ທ່ານ ຈະຕ້ອງແຈ້ງເຈົ້າໜ້າທີ່ ຫຼື ອົງການປົກຄອງທ້ອງຖິ່ນ ໃຫ້ຮັບຮູ້. ທ່ານ ສາມາດລົງທະບຽນອອນລາຍ ຜ່ານມືຖື ໄດ້ ໂດຍການກົດເຂົ້າໄປໃນລິ້ງ https://forms.gle/wNJ7uTWH1i22onPm7 ຫຼື ໂທຫາສາຍດ່ວນ 163 ແລະ 164. ຫຼັງຈາກນັ້ນ, ເຈົ້າໜ້າທີ່ ຈະສົ່ງຂໍ້ຄວາມ ຫຼື ໂທຫາທ່ານເພື່ອເອົາລະຫັດຄົນເຈັບໃຫ້ ເພື່ອຕິດ ຕາມອາການຂອງທ່ານ.
2. ຕັດສິນໃຈວ່າຈະປິ່ນປົວຢູ່ ເຮືອນ ຫຼື ຢູ່ສູນປິ່ນປົວທີ່ທາງຄະນະສະເພາະກິດໄດ້ກຳນົດໄວ້
ກະຊວງສາທາລະນະສຸກ ໄດ້ໃຫ້ຄຳແນະນຳວ່າ ຜູ້ທີ່ສາມາດປິ່ນປົວຢູ່ເຮືອນໄດ້ ແມ່ນ ຕ້ອງເປັນຜູ້ທີ່ບໍ່ໄດ້ຢູ່ໃນກຸ່ມທີ່ມີປັດໄຈສ່ຽງສູງ, ແລະ ບຸກຄົນທີ່ມີອາການບໍ່ຮຸນ ແຮງ ຫຼື ບໍ່ມີອາການເລີຍ ເທົ່ານັ້ນ. ຖ້າຫາກ ທ່ານ ປິ່ນປົວຢູ່ເຮືອນ, ທ່ານຕ້ອງມີຜູ້ເບິ່ງແຍງ 1 ຫຼື 2 ຄົນ, ຊຶ່ງບຸກຄົນດັ່ງກ່າວຕ້ອງບໍ່ມີພະຍາດປະຈຳໂຕ ແລະ ສັກວັກຊີນແລ້ວຢ່າງໜ້ອຍສອງເຂັມ.
ການປິ່ນປົວຢູ່ເຮືອນ ແມ່ນບໍ່ແນະ ນຳ ສຳລັບຜູ້ສູງອາຍຸ (60 ປີ ຂຶ້ນໄປ), ຜູ້ທີ່ມີພະຍາດປະຈຳໂຕ ແລະ ແມ່ຍິງຖືພາ ເນື່ອງຈາກ ພວກເຂົາເຫຼົ່ານີ້ ມີຄວາມສ່ຽງສູງໃນການເຈັບເປັນຮຸນແຮງເມື່ອມີອາການ. ດັ່ງນັ້ນ, ພວກເຂົາມີຄວາມຈຳເປັນທີ່ຈະຕ້ອງເຂົ້າເຖິງມືແພດໝໍຢ່າງໃກ້ຊິດເພື່ອຕິດ ຕາມອາການ.
3. ແຍກດ່ຽວ ແລະ ຮັກສາໄລຍະຫ່າງເພື່ອປ້ອງກັນການຕິດຕໍ່ພະ ຍາດພາຍໃນສະມາຊິກຄອບຄົວ, ຜູ້ທີ່ຕິດພະຍາດໂຄວິດ-19 ຄວນຈະຢູ່ໃນຫ້ອງທີ່ແຍກຕ່າງຫາກ. ຖ້າມີຄວາມເປັນໄປໄດ້, ພວກເຂົາຄວນມີຕຽງນອນທີ່ແຍກອອກຈາກຜູ້ອື່ນ.
ນອກນັ້ນ, ພວກເຂົາກໍ່ຄວນໃຊ້ຫ້ອງນ້ຳ ແລະ/ຫຼື ຫ້ອງອາບນ້ຳ ທີ່ແຍກອອກຈາກຜູ້ອື່ນເຊັ່ນດຽວ ກັນ. ຖ້າຫາກເປັນໄປບໍ່ໄດ້, ກໍ່ໃຫ້ລ້າງທຳຄວາມສະອາດຫ້ອງອາບນ້ຳ/ຫ້ອງນ້ຳ ພາຍຫຼັງທີ່ຜູ້ທີ່ຕິດພະຍາດໂຄວິດ-19 ໃຊ້ແລ້ວ.
ຜູ້ທີ່ຕິດພະຍາດໂຄວິດ-19 ຄວນຈຳກັດການເຄື່ອນໄຫວໃນບໍລິ ເວນເຮືອນຂອງຕົນ, ອອກໄປນອກຫ້ອງໃນຍາມຈຳເປັນເທົ່ານັ້ນ ເຊັ່ນ ອອກໄປຫ້ອງນ້ຳ. ນອກນັ້ນ, ກໍ່ຄວນຮັກສາໄລຍະຫ່າງຢ່າງໜ້ອຍ 1 ແມັດ ຈາກຜູ້ອື່ນ.
ໃນໄລຍະການແຍກດ່ຽວ, ບໍ່ຄວນອະນຸຍາດໃຫ້ຄົນອື່ນເຂົ້າມາຢ້ຽມ ຢາມເຮືອນ ເພື່ອປ້ອງກັນການລະບາດຂອງພະຍາດ.
4. ເຮັດໃຫ້ອາກາດຖ່າຍເທ ໃນຫ້ອງ ແລະ ພື້ນທີ່ສ່ວນລວມ
ອາກາດຖ່າຍເທ ທີ່ດີ ໃນຫ້ອງຂອງ ຜູ້ທີ່ຕິດພະຍາດໂຄວິດ-19 ຫຼື ພື້ນທີ່ສ່ວນລວມ ແມ່ນການປ່ອຍໃຫ້ອາກາດສົດເຂົ້າມາພາຍໃນພື້ນທີ່ໃຫ້ໄດ້ຫຼາຍທີ່ສຸດເທົ່າທີ່ຈະເປັນໄປໄດ້, ຊື່ງສາມາດເຮັດໄດ້ໂດຍການເປີດປ່ອງຢ້ຽມ ໃນບ່ອນທີ່ປອດໄພ.
5. ໃສ່ຜ້າອັດປາກ-ດັງ ແລະ ຮັກ ສາຄວາມສະອາດເມື່ອໃດກໍ່ຕາມທີ່ ຜູ້ທີ່ຕິດພະຍາດໂຄວິດ-19 ຢູ່ຫ້ອງດຽວກັບຜູ້ອື່ນ, ທຸກຄົນທີ່ຢູ່ໃນຫ້ອງຄວນໃສ່ຜ້າອັດປາກ- ດັງ. ໃນເວລາທີ່ຜູ້ດູແລ ອອກຈາກຫ້ອງຂອງຜູ້ທີ່ຕິດພະຍາດໂຄວິດ- 19, ພວກເຂົາຕ້ອງປົດຜ້າອັດປາກ-ດັງ ອອກ ແລະ ລ້າງມືທຸກຄັ້ງ. ຫຼີກລ້ຽງການໃຊ້ຜ້າເຊັດໂຕ, ຜ້າປູບ່ອນ, ຈານ ແລະໂທລະສັບມືຖື ຮ່ວມກັນ.
ຂ້າເຊື້ອ ແລະ ທຳຄວາມສະອາດວັດຖຸ ແລະ ພື້ນທີ່ທີ່ໃຊ້ຮ່ວມກັນກັບ ຜູ້ທີ່ຕິດພະຍາດໂຄວິດ-19 ທຸກມື້ ຈົນກວ່າຈະໝົດໄລຍະເວລາການແຍກດ່ຽວ. ຄວນທຳຄວາມສະອາດ ແລະ ຂ້າເຊື້ອ ໃນຫ້ອງຂອງຜູ້ທີ່ຕິດພະຍາດໂຄວິດ-19ເປັນປະຈຳ. ຂີ້ເຫຍື້ອຕ່າງໆ ທີ່ໃຊ້ໂດຍຜູ້ທີ່ຕິດພະຍາດໂຄວິດ-19 ເຊັ່ນ ເຈ້ຍອະນາໄມ ແມ່ນຂີ້ເຫຍື້ອທີ່ຕິດເຊື້ອ ແລະ ຕ້ອງນຳເອົາໄປຖິ້ມຢ່າງຖືກຕ້ອງ.
6. ຕິດຕາມອາການ ແລະ ປິ່ນປົວຕາມອາການ.ອາການຂອງພະຍາດໂຄວິດ-19 ຈະເກີດຂຶ້ນເປັນເວລາ ສາມ ຫາ ສີ່ ມື້. ອາການທີ່ພົບເຫັນເປັນປະຈຳແມ່ນ ເປັນໄຂ້, ໄອແຫ້ງ, ແລະ ເມື່ອຍ. ນອກນັ້ນ, ກໍ່ມີອາການອື່ນໆເຊັ່ນ ບໍ່ຮັບຮູ້ລົດຊາດ ຫຼື ກິ່ນ, ເຈັບຄໍ, ເຈັບຫົວ, ປວດກ້າມຊີ້ນ ແລະ ວິນຫົວ. ແນະນຳໃຫ້ ປະຕິບັດຕາມຄຳແນະນຳຂອງ ທ່ານໝໍ ກ່ຽວກັບຢາປິ່ນປົວອາການຕ່າງໆ.
7. ຂໍຄວາມຊ່ວຍເຫຼືອໃນທັນທີຖ້າຫາກພົບເຫັນສັນຍານທີ່ບໍ່ດີໃນຮ່າງກາຍຜູ້ທີ່ຕິດພະຍາດໂຄວິດ- 19 ແລະ ປິ່ນປົວຢູ່ເຮືອນ ຈະຕ້ອງມີການຕິດຕາມອາການຕົນເອງຢ່າງໜ້ອຍມື້ລະ 1 ຄັ້ງ. ສັນຍານທີ່ອາດຈະເກີດການເຈັບເປັນທີ່ຮຸນແຮງແມ່ນຂຶ້ນກັບ ອາຍຸ ຂອງຜູ້ທີ່ຕິດພະຍາດ:
• ສຳລັບຜູ້ໃຫຍ່, ອາການຕເຫຼົ່ານັ້ນລວມມີ ໜັກຫົວ,ຫາຍໃຈຝືດ, ຫາຍໃຈຍາກ, ເຈັບໜ້າເອິກ ຫຼື ອາການຂາດນ້ຳ.
• ສຳລັບເດັກນ້ອຍ ອາດຈະເກີດອາການມຶນງົງກະທັນຫັນ, ເບື່ອອາຫານ, ຫຼື ມີສົບສີຟ້າ ຫຼື ໜ້າສີຟ້າ.
• ສຳລັບແອນ້ອຍ ອາດຈະເກີດອາການບໍ່ສາມາດດູດນົມແມ່ໄດ້.
• ຖ້າຫາກກໍລະນີດັ່ງກ່າວເກີດຂຶ້ນກັບທ່ານ, ກະລຸນາຂໍຄວາມຊ່ວຍເຫຼືອໃນທັນທີ.
8. ຢູ່ເຮືອນຕາມໄລຍະການກັກໂຕທີ່ໄດ້ກຳນົດໂດຍຄະນະສະເພາະກິດ
• ຜູ້ທີ່ຕິດພະຍາດໂຄວິດ-19 ແຕ່ບໍ່ມີອາການ ຕ້ອງກັກໂຕ ຫຼື ແຍກດ່ຽວຢູ່ເຮືອນເປັນເວລາ 10 ມື້.
• ຜູ້ທີ່ຕິດພະຍາດໂຄວິດ-19 ແຕ່ມີອາການບໍ່ຮຸນແຮງ ຕ້ອງແຍກດ່ຽວເປັນເວລາ 10 ມື້ ແລະ ເພີ່ມອີກ 3 ມື້ ພາຍຫຼັງທີ່ບໍ່ມີອາການແລ້ວ. ຫຼັງຈາກທີ່ແຍກດ່ຽວຄົບຕາມໄລຍະທີ່ກຳນົດແລ້ວ, ພວກເຂົາສາມາດກັບໄປໃຊ້ຊີວິດແບບປົກກະຕິ ໂດຍບໍ່ຈຳເປັນຕ້ອງກວດໂຄວິດ-19 ຄືນອີກ.
• ສຳລັບຜູ້ສຳຜັດໃກ້ຊິດ ເນື່ອງຈາກມີການສຳຜັດກັບຜູ້ທີ່ຕິດພະຍາດໂຄວິດ-19 ຕ້ອງກັກໂຕເປັນເວລາ 7 ມື້.
9. ຊອກຫາຂໍ້ມູນ ແລະ ຄວາມຊ່ວຍເຫຼືອ ເພີ່ມຕື່ມປັດຈຸບັນ, ມີຫຼາຍວິທີໃນການຂໍຄວາມຊ່ວຍ ເຫຼືອ ລວມທັງການໂທຫາສາຍດ່ວນ 163 ແລະ 164 ເພື່ອຂໍຄຳປຶກສາກ່ຽວກັບການປິ່ນປົວຢູ່ເຮືອນ.
ທ່ານ ຍັງ ສາມາດຊອກຫາຄຳແນະນຳໃນການປິ່ນປົວຢູ່ເຮືອນໄດ້ໃນ ເຟສບຸກຂອງ
ສູນຂ່າວສານການແພດສຸຂະສຶກສາ https://www.facebook.com/CCEH.MoH.Lao ແລະ ອ່ານຄຳແນະນຳທັງໝົດກ່ຽວກັບການປິ່ນປົວຕົນເອງຢູ່ເຮືອນ ໃນເວັບໄຊ້ຂອງອົງການອະນາໄມໂລກ
WHO’s questions and answers on home care for families and caregivers.