ວັນທີ 31 ພຶດສະພາ 2023 ຢູ່ທີ່ສະຫນາມກິລາແຫ່ງຊາດຫຼັກ 16 ໄດ້ມີພິທີປູກຕົ້ນໄມ້ ແລະ ປ່ອຍປາ ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ, ໂດຍການເຂົ້າຮ່ວມຂອງທ່ານ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ວີເພັດ ສີຫາຈັກ ປະທານສະຫະພັນບານເຕະແຫ່ງຊາດລາວ , ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໂອກາດນີ້, ທ່ານ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ກ່າວວ່າ: ດັ່ງທີ່ຮັບຮູ້ນຳກັນແລ້ວວ່າ ວັນທີ 1 ມິຖຸນາ ແມ່ນເປັນວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ. ຊຶ່ງໃນຫຼາຍປີຜ່ານມາ ເຖິງແມ່ນວ່າພວກເຮົາຈະມີຄວາມພະຍາຍາມໃນການປູກຕົ້ນໄມ້ໃຫ້ເປັນປ່າ ເພື່ອເພີ່ມເນື້ອທີ່ສີຂຽວຫຼາຍປານໃດກໍຕາມ, ແຕ່ເຫັນວ່າ ການປົກຫຸ້ມຂອງປ່າໄມ້ ຢູ່ບ້ານເຮົາ ແມ່ນນັບມື້ນັບນ້ອຍລົງ. ສະນັ້ນ, ການເພີ່ມເນື້ອທີ່ສີຂຽວ ໃນເຂດສະຖານການສຶກສາ, ວິທະຍາສາດ ແລະ ກິລາ ແມ່ນມີຄວາມຈຳເປັນຫຼາຍ ອັນໜຶ່ງແມ່ນເພື່ອຫຼຸດຜ່ອນສະພາບການປ່ຽນແປງຂອງດິນຟ້າ-ອາກາດ ອັນທີສອງແມ່ນເພື່ອສ້າງສະພາບແວດລ້ອມ-ເນື້ອທີ່ສີຂຽວ ເຮັດໃຫ້ສະຖານການສຶກສາມີສະພາບແວດລ້ອມທີ່ດີ ຕໍ່ການຈັດການຮຽນ-ການສອນ, ສະຖານການກິລາ ມີສະພາບແວດລ້ອມທີ່ເອື້ອອຳນວຍ ໃຫ້ແກ່ການອອກກຳລັງກາຍ ແລະ ຫຼິ້ນກິລາ ຂອງນັກກິລາ ແລະ ມວນຊົນທົ່ວໄປ.


ສຳລັບສະໜາມກິລາແຫ່ງຊາດ (ຫຼັກ 16) ແຫ່ງນີ້, ແມ່ນເປັນສົມບັດອັນລໍ້າຄ່າຂອງຊາດ ຊຶ່ງໄດ້ເຄີຍຖືກໃຊ້ເປັນສະໜາມເປີດ-ປິດ ງານກິລາຊີເກມ ຄັ້ງທີ 25 ໃນປີ 2009 ແລະ ຄາດວ່າຈະຖືກນຳໃຊ້ເປັນສະໜາມກິລາເປີດ-ປິດ ກິລາຊີເກມ ທີ່ ສປປ ລາວ ເປັນເຈົ້າພາບ ໃນຄັ້ງຕໍ່ໄປ. ສະນັ້ນ, ການສ້າງສະພາບແວດລ້ອມທີ່ດີ ແລະ ການປົກປັກຮັກສາ ພື້ນຖານໂຄງລ່າງທີ່ເຮົາມີຢູ່ໃຫ້ຢູ່ໃນສະພາບທີ່ພ້ອມໃຊ້ງານແມ່ນມີຄວາມຈຳເປັນຫຼາຍ.
ການປູກຕົ້ນໄມ້ຄັ້ງນີ້ ແມ່ນຈັດຂຶ້ນ 2 ຈຸດທີ່ເຂດສະໜາມກີລາຫຼັກ 16 ຄື: ຈຸດບໍລິເວນຂ້າງສະລອຍນໍ້າ ປູກຕົ້ນໄມ້ ແລະ ປ່ອຍປາລົງໜອງຢູ່ໃນສະໜາມກິລາແຫ່ງຊາດ, ສ່ວນຈຸດທີ 2 ແມ່ນຂ້າງສູນຝຶກຊ້ອມທີມຊາດຂອງ ສະຫະພັນບານເຕະແຫ່ງຊາດລາວ.
ສ່ວນກິດຈະກໍາການປູກຕົ້ນໄມ້ ແລະ ປ່ອຍປາຄັ້ງນີ້ປະກອບມີ: ແນວພັນເບ້ຍ ໄມ້ດູ່ ແລະ ໄມ້ແຕ້ ຈໍານວນ 600 ກວ່າຕົ້ນ ແລະປາທີ່ນໍາມປ່ອຍທັງໝົດ 5.500 ໂຕ.


ສ່ວນຕອນເຊົ້າ ວັນທີ 1 ມິຖຸນາ 2023 ທີ່ສູນຝຶກແຫ່ງໃໝ່ຂອງ ສະຫະພັນບານເຕະແຫ່ງຊາດລາວ ໃນເຂດສະໜາມກິລາແຫ່ງຊາດ ຫຼັກ 16 ມີກິດຈະກໍາສອນ ແລະ ແຂ່ງຂັນບານເຕະໃຫ້ເຍົາວະຊົນລາວ ໂດຍມີເດັກນ້ອຍເຍົາວະຊົນເຂົ້າຮ່ວມປະມານ 500 ຄົນ ພ້ອມທັງເປີດນໍາໃຊ້ສູນຝຶກແຫ່ງໃໝ່ຂອງ ສະຫະພັນບານເຕະແຫ່ງຊາດລາວຢ່າງເປັນທາງການ.
ໂດຍ: ຄໍາກອງ