ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ເພື່ອການຊ່ວຍເຫລືອຕ້ານໄພໜາວ, ອຸປະກອນການສຶກສາ ແລະ ອຸປະກອນກິລາໃຫ້ນັກຮຽນຄົນພິການ ແລະ ຄົນປົກກະຕິຢູ່ 2 ແຂວງ ຄື: ແຂວງໄຊສົມບູນ ແລະ ແຂວງຊຽງຂວາງ ໃນລະຫວ່າງວັນທີ 7-10 ກຸມພາ 2022 ເຊີ່ງນໍາພາໂດຍ ທ່ານ ນາງ ແສງເດືອນ ຫລັາຈັນທະບູນ, ປະທານຄະນະກໍາມະການໂອແລມປິກແຫ່ງຊາດ ແລະ ທ່ານ ວັດທະນະໄຊ ລາດຊະວົງສິງ, ປະທານສະຫະພັນກິລາແລ່ນ-ລານຄົນພິການແຫ່ງຊາດລາວ, ທັງເປັນປະ ທານສະມາຄົມມັງກອນທອງ.
ທ່ານ ນາງ ແສງເດືອນ ຫລັາຈັນທະບູນ ໃຫ້ສໍາພາດວ່າ: ໃນການເຄື່ອນ ໄຫວມອບເຄື່ອງໃນຄັ້ງນີ້ ສະເພາະຢູ່ແຂວງໄຊສົມບູນ ຄະນະກຳມະການພາຣາແລມປິກແຫ່ງ ຊາດລາວ ແລະ ສະຫະພັນກິລາແລ່ນ-ລານຄົນພິການແຫ່ງ ຊາດລາວ ຈະໄດ້ຈັດເຝິກອົບຮົມ, ພ້ອມທັງມອບອຸປະ ກອນກິລາສໍາລັບຄົນພິການໃຫ້ຜູ້ບໍລິການການກິລາຂອງແຂວງ, ພ້ອມນີ້, ຫ້ອງການສຶກສາ ທິການ ແລະ ກິລາ ຈະມອບອຸປະກອນການແພດສໍາລັບນໍາໃຊ້ປ້ອງກັນພະຍາດໂຄວິດ-19 ໃຫ້ພະແນກສຶກສາທິການ ແລະ ກິລາແຂວງ ແລະ ໂຮງຮຽນອາຊີວະສຶກສາຂອງແຂວງ. ນອກຈາກນີ້ ຍັງມີອຸ ປະກອນການຮຽນ, ອຸປະ ກອນກິລາ, ເຄື່ອງນຸ່ງຮົມ ແລະ ເຄື່ອງບໍລິໂພກຈໍານວນໜຶ່ງທີ່ສະມາຄົມມັງ ກອນທອງ ລະດົມໄດ້ຈາກສະມາຊິກ ເພື່ອໄປມອບໃຫ້ນັກຮຽນໃນເຂດຫ່າງໄກສອກຫລີກ, ລວມມູນຄ່າເຄື່ອງຊ່ວຍເຫລືອທີ່ນໍາໄປມອບຄັ້ງນີ້ທັງໝົດຫລາຍກວ່າ 200 ລ້ານກີບ.
ສ່ວນ ທ່ານ ວັດທະນະໄຊ ລາດຊະວົງສິງ ໃຫ້ສໍາພາດວ່າ: ເປົ້າໝາຍໃນການໄປມອບເຄື່ອງຄັ້ງນີ້ ສະເພາະຢູ່ແຂວງໄຊສົມບູນ ມີ 89 ບ້ານພາຍໃນ 5 ເມືອງ ຄື: ເມືອງອະນຸວົງ, ລ້ອງແຈ້ງ, ລ້ອງຊານ, ທ່າໂທມ ແລະ ເມືອງຮົ່ມ. ສ່ວນຢູ່ແຂວງຊຽງຂວາງ ມີ 6 ບ້ານ ພາຍໃນ 2 ເມືອງ ຄື: ເມືອງຄໍາ ແລະ ເມືອງໜອງແຮດ ໂດຍເນັ້ນໃສ່ເດັກນ້ອຍນັກຮຽນໃນເຂດຊົນນະບົດເປັນຕົ້ນຕໍ ເພື່ອປະກອບສ່ວນຊຸກຍູ້ສົ່ງເສີມການຮຽນຂອງເຂົາເຈົ້າໃຫ້ດີຂຶ້ນກວ່າເກົ່າ ແລະ ກາຍເປັນຜູ້ສືບທອດທີ່ດີຂອງປະເທດຊາດໃນອະນາ ຄົດ. ປີນີ້ ຖືເປັນປີທີ 12 ທີ່ສະມາຄົມມັງກອນທອງ ຈັດຂະ ບວນການຊ່ວຍເຫລືອສັງຄົມ ເຊີ່ງຄັ້ງຫລ້າສຸດຄືປີ 2021 ຜ່ານມາ ໄດ້ໄປມອບຢູ່ເມືອງດາກຈຶງ, ແຂວງເຊກອງ.
ພາບ: ສັງຄົມໄຊ