ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ກອງປະຊຸມສ້າງຂີດຄວາມສາມາດດ້ານພັດທະນາວິຊາຊີບຄູແບບຕໍ່ເນື່ອງ ແມ່ນໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານການປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດການເຂົ້າຮຽນຂັ້ນພື້ນຖານ ໃນ ສປປ ລາວ ( ແຜນງານບີຄວາ ) ໄດ້ເລີ່ມໃຫ້ຄໍາໝັ້ນສັນຍາໃນການພັດທະນາຄວາມອາດສາມາດດ້ານວຽກງານ ການພັດທະນາວິຊາຊີບຄູແບບຕໍ່ເນື່ອງ (CPD) ໃນ ສປປ ລາວ ເປົ້າໝາຍແມ່ນເພື່ອປັບປຸງການຮຽນ-ການສອນໃນບັນດາໂຮງຮຽນຂັ້ນປະຖົມສຶກສາ.
ເພື່ອສືບຕໍ່ຈັດຕັ້ງປະຕິບັດວຽກງານດັ່ງກ່າວທາງໂຄງການຈັດສໍາມະນາຄັ້ງທຳອິດຂຶ້ນທີ່ ວິທະຍາໄລຄູ ແຂວງສະຫວັນນະເຂດ ເຊິ່ງໄດ້ດໍາເນີນເປັນເວລາ 9 ວັນ ແລະ ມີຜູ້ເຂົ້າຮ່ວມເຖິງ 70 ກວ່າຄົນ ໃນກາງເດືອນມັງກອນ 2023 ທີ່ຜ່ານມາ ສ່ວນການສໍາມະນາຄັ້ງທີ 2 ແມ່ນໄດ້ຈັດຂຶ້ນທີ່ວິທະຍາໄລຄູຫຼວງນ້ຳທາ ແລະ ການສໍາມະນາຄັ້ງທີ 3 ແມ່ນໄດ້ຈັດຂຶ້ນທີ່ວິທະຍາໄລຄູຄັງໄຂ ແຂວງຊຽງຂວາງ.
ຈຸດປະສົງຫຼັກຂອງການເຝິກອົບຮົມແມ່ນເພື່ອໃຫ້ຄູຈາກວິທະຍາໄລຄູໄດ້ຮູ້ກ່ຽວກັບວິທີການໃຫ້ການຊ່ວຍເຫຼືອພະນັກງານນິເທດພາຍໃນ ເຊິ່ງພະນັກງານນິເທດພາຍໃນແມ່ນຕໍາແໜ່ງໃໝ່ ແລະ ຈະປະຈໍາຢູ່ໃນໂຮງຮຽນ ຄູສອນຈາກວິທະຍາໄລຄູ ຈະຮັບຜິດຊອບການເຝິກອົບຮົມ ແລະ ສະໜັບສະໜູນພະນັກງານນິເທດພາຍໃນ ຈາກນັ້ນ ພະນັກງານນິເທດພາຍໃນ ຈະມີໜ້າທີ່ສົ່ງເສີມວຽກງານການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ໃຫ້ແກ່ຄູສອນໃນໂຮງຮຽນເຂດຮັບຜິດຊອບຂອງຕົນ ແລະ ໃກ້ຄຽງ.
ຫົວຂໍ້ສຳລັບການເຝິກອົບຮົມຄັ້ງນີ້ປະກອບມີ : ການເສີມຂະຫຍາຍຄວາມສາມາດດ້ານວິຊາການຂອງຄູໃນວິທະຍາໄລຄູ ຮັບຟັງຜົນການເກັບກຳຂໍ້ມູນທາງດ້ານຄຸນນະພາບກ່ຽວກັບແນວຄວາມຄິດຂອງຜູ້ມີສ່ວນຮ່ວມໃນຂັ້ນທ້ອງຖິ່ນສໍາລັບການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ການວາງແຜນ ແລະ ການປະເມີນຜົນໃນອະນາຄົດໃຫ້ແກ່ພະນັກງານຂອງຂະແໜງສຶກສາທິການ ແລະ ກິລາແຂວງ ຫ້ອງການສຶກສາທິການ ແລະ ກິລາເມືອງ.
ຜູ້ອຳນວຍການຂອງທັງ 3 ວິທະຍາໄລຄູ ໄດ້ຊຸກຍູ້ໃຫ້ບັນດານັກສຳມະນາກອນເຂົ້າຮ່ວມຢ່າງຕັ້ງໜ້າໃນການອົບຮົມຄັ້ງນີ້ ແລະ ພະຍາຍາມແລກປ່ຽນຄວາມຮກັບບັນດາຊ່ຽວຊານວຽກງານການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ເພື່ອກະກຽມໃຫ້ແກ່ການຊ່ວຍເຫຼືອການສອນພາຍໃນໂຮງຮຽນ ໃນທ້ອງຖິ່ນຂອງຕົນ, ການເຝິກອົບຮົມໄລຍະໜຶ່ງອາທິດນີ້ແມ່ນມີຄວາມສຳຄັນຕໍ່ກັບອາຈານຂອງວິທະຍາໄລຄູທຸກທ່ານ ເພາະຈະໄດ້ຮຽນຮູ້ທັກສະທີ່ພວກເຂົາຈະສາມາດນຳໃຊ້ໄດ້ໃນເວລາທີ່ໃຫ້ການຊ່ວຍເຫຼືອແກ່ຄູໃນຊຸມຊົນທ້ອງຖິ່ນ ຜົນໄດ້ຮັບທີ່ໜ້າປະທັບໃຈ ແມ່ນຈະເຮັດໃຫ້ບັນດາຄູສອນໃນໂຮງຮຽນມີຄວາມຮູ້ສຶກໝັ້ນໃຈກັບການສອນຂອງຫຼັກສູດໃໝ່ ແລະ ສືບຕໍ່ປັບປຸງທັກສະຂອງພວກເຂົາຕະຫຼອດສົກຮຽນ.
ອີງຕາມຜົນການເກັບກຳຂໍ້ມູນທາງດ້ານຄຸນນະພາບ ກ່ຽວກັບແນວຄວາມຄິດຂອງຜູ້ມີສ່ວນຮ່ວມຂັ້ນທ້ອງຖິ່ນສຳລັບການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ຊີ້ໃຫ້ເຫັນວ່າ : ຄູ ຢາກໃຫ້ສົ່ງເສີມດ້ານຄວາມເຂົ້າໃຈກ່ຽວກັບວຽກງານດັ່ງກ່າວ ໂດຍສະເພາະໃນຂົງເຂດເມືອງເປົ້າໝາຍຂອງແຜນງານບີຄວາ ໄລຍະທີ 2 ແຜນງານບີຄວາ ແລະ ກະຊວງສຶກສາທີການ ແລະ ກິລາ ໄດ້ພົບວ່າເຫດຜົນທີ່ຢາກມີສ່ວນຮ່ວມໃນວຽກງານການພັດທະນາວິຊາຊີບແບບຕໍ່ເນື່ອງແມ່ນເພື່ອປັບປຸງຄຸນນະພາບການສອນ ແລະ ຜົນການຮຽນຂອງເດັກທີ່ດີຂຶ້ນ ເພື່ອເຂົ້າໃຈວິທີການຮຽນຮູ້ຂອງນັກຮຽນ ແລະ ພັດທະນາຄວາມຮູ້ຂອງພວກເຂົາໃນຫຼາຍວິຊາ ຕ້ອງການໃຫ້ສະໜັບສະໜູນຄວາມຮູ້ວຽກງານສົ່ງເສີມບົດບາດຍິງຊາຍ ແລະ ການສຶກສາຮຽນຮ່ວມເພື່ອປະກອບເຂົ້າໃນການສອນຂອງພວກເຂົາ ການໄດ້ຮັບຄໍາແນະນຳແບບບຸກຄົນ ຫຼື ການສອນຮ່ວມກັນ ແລະ ການເຮັດກິດຈະກຳຢູ່ໃນກຸ່ມໂຮງຮຽນເພື່ອໃຫ້ຄູສາມາດແລກປ່ຽນບົດຮຽນລະຫວ່າງກັນ.