ເພື່ອສະເຫຼີມສະຫຼອງວັນແມ່ຍິງສາກົນ ພາຍໃຕ້ຫົວຂໍ້ “ນະວັດຕະກໍາ ແລະ ເຕັກໂນໂລຊີ ເພື່ອຄວາມສະເໝີພາບລະຫວ່າງຍິງ-ຊາຍ” ຕອນເຊົ້າວັນທີ 3 ມີນາ 2023 ທີ່ ສູນໂຄສະນາຂ່າວສານການສຶກສາ ແລະ ກິລາ ໄດ້ຈັດຝຶກອົບຮົມໃຫ້ແກ່ຂະແໜງສື່ອີເລັກໂຕຼນິກ ແລະ ການສຶກສາທາງໄກ.

ທ່ານ ປອ ນາງ ສີສຸກ ວົງວິຈິດ ໄດ້ກ່າວວ່າ: “ ກະຊວງສຶກສາທິການ ແລະ ກິລາ ແລະ ລັດຖະບານອົດສະຕຣາລີ ແມ່ນມີການຮ່ວມມືອັນແໜ້ນແຟ້ນໃນການພັດທະນາຂະແໜງການສຶກສາ, ໂດຍສະເພາະແມ່ນໃນດ້ານການຜະລິດສື່ການຮຽນ-ການສອນທີ່ເປັນດີຈີຕອນ ,ວິດີໂອ ແລະ ສື່ໃນຮູບແບບຕ່າງໆ ເຊິ່ງຮ່ວມຜະລິດໂດຍທີມງານ ຂະແໜງສື່ອີເລັກໂຕຼນິກ ແລະ ການສຶກສາທາງໄກ ແລະ ທີມງານສູນໂຄສະນາຂ່າວສານການສຶກສາ ແລະ ກິລາ. ສະນັ້ນ, ຈິ່ງເຫັນວ່າມີຄວາມສຳຄັນຍ່າງຍິ່ງສຳລັບນັກຜະລິດສື່ ທີ່ຄວນຈະໄດ້ຮັບຮູ້ ແລະ ມີທັກສະ ເພື່ອສົ່ງເສີມວຽກງານບົດບາດຍິງ-ຊາຍ ແລະ ຫຼີກລ້ຽງຄວາມຄິດຕີລວດກວດພຽງ ຫຼື ການກຳນົດບົດບາດຂອງເພດຍິງ ຫຼື ເພດຊາຍແບບຕາຍໂຕ ດ້ານເນື້ອໃນຂອງສື່ ແລະ ຮູບພາບທີ່ພວກເຂົາຜະລິດ”.


ທ່ານ ໂພລ ແຄລລີ ເອກອັກຄະລັດຖະທູດອົດສະຕຣາລີ ປະຈຳ ສປປ ລາວ ໄດ້ກ່າວວ່າ ” ວິດີໂອ ແລະ ສື່ດິຈິຕອນ ແມ່ນມີບົດບາດສໍາຄັນໃນການຮັບປະກັນການເຂົ້າເຖິງຂໍ້ມູນທີ່ເທົ່າທຽມກັນສໍາລັບນັກຮຽນ ແລະ ຄູ ແລະ ໄດ້ສົ່ງເສີມແນວຄວາມຄິດ “ ບໍ່ປະລະໃຜໄວ້ເບື້ອງຫຼັງ ”. ສະນັ້ນ, ສ່ວນໜຶ່ງຂອງການສະໜັບສະໜູນຂອງລັດຖະບານອົດສະຕຣາລີຕໍ່ການພັດທະນາວິຊາຊີບຄູໃນ ສປປ ລາວ ແມ່ນການສະໜອງອຸປະກອນ ແລະ ການຝຶກອົບຮົມເພື່ອສ້າງ ແລະ ຜະລິດສື່ການຮຽນຮູ້ດີຈີຕໍໃຫ້ແກ່ຄູ.
ດ້ວຍການສືບຕໍ່ຂອງແຜນງານບີຄວາໄລຍະທີ່ 2, ລັດຖະບານອົດສະຕຣາລີ ຈະລວມເອົາການເນັ້ນໜັກແນວທາງໃຫ້ມີການຄຳນຶ່ງເຖິງບົດບາດ ຍິງ-ຊາຍ, ຄວາມພິການ ແລະ ການສຶກສາຮຽນຮ່ວມ. ຂ້າພະເຈົ້າໄດ້ຮັບຮູ້ວ່າ ໄດ້ມີການສົນທະນາກັນຫຼາຍຢ່າງແລ້ວກ່ຽວກັບວິທີຫຼີກລ້ຽງ ການມີຄວາມຄິດຕີລວດກວດພຽງດ້ານເພດ, ຄວາມພິການ ແລະ ຊົນເຜົ່າ ແລະ ຊຸກຍູ້ຄວາມຫຼາກຫຼາຍຢູ່ພາຍໃນທີມງານໃນແຕ່ລະຂັ້ນຕອນຂອງການຜະລິດສື່, ໂດຍສະເພາະແມ່ນການຂຽນບົດຄວາມ ແລະ ການຄັດເລືອກເອົານັກສະແດງ. ຂ້າພະເຈົ້າມີຄວາມປະທັບໃຈຫຼາຍທີ່ ເຫັນວ່າ ວິດີໂອທັງໝົດແມ່ນມີການແປເປັນພາສາມືນຳອີກ ແລະ ຂ້າພະເຈົ້າຂໍຊົມເຊີຍ ຂະແໜງສື່ອີເລັກໂຕຼນິກ ແລະ ສູນໂຄສະນາຂ່າວສານການສຶກສາ ແລະ ກິລາ ສໍາລັບຄວາມພະຍາຍາມຂອງພວກທ່ານ. ຂ້າພະເຈົ້າຫວັງວ່າ ຜ່ານການຝຶກອົບຮົມໃນມື້ນີ້, ທີມງານຈະເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບບົດບາດຂອງສື່ມວນຊົນ ແລະ ການຜະລິດສື່ດິຈິຕອນໃນການສ້າງສັງຄົມທີ່ກ້າວໜ້າແລະ ມີຄວາມຫຼາກຫຼາຍຂື້ນກວ່າເກົ່າ.”
ທ່ານ ປອ ອ່ອນແກ້ວ ນວນນະວົງ, ຜູ້ອຳນວຍການ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ໄດ້ກ່າວວ່າ “ໃນນາມກະຊວງສຶກສາທິການ ແລະ ກິລາ, ຂ້າພະເຈົ້າຂໍຂອບໃຈມາຍັງ ລັດຖະບານອົດສະຕຣາລີ ທີ່ໄດ້ໃຫ້ການສະໜັບສະໜູນຂະແໜງການສຶກສາໃນລາວ ຢ່າງຕໍ່ເນື່ອງ. ອຸປະກອນດັ່ງກ່າວຈະຖືກນຳໃຊ້ໂດຍທີມງານ ຂະແໜງສື່ອີເລັກໂຕຼນິກແລະ ການສຶກສາທາງໄກຂອງສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ເພື່ອຜະລິດວິດີໂອສຳລັບການພັດທະນາຄູໃຫ້ຫຼາຍຂຶ້ນ ເພື່ອຮອງຮັບການປັບຕົວເພື່ອປະຕິບັດການຮຽນ-ການສອນຫຼັກສູດຊັ້ນປະຖົມສະບັບປັບປຸງໃໝ່, ແລະ ສົ່ງເສີມຄວາມສະເໝີພາບລະຫວ່າງຍິງ-ຊາຍ. ດ້ວຍການຜະລິດວິດີໂອ ແລະ ສື່ດີຈິຕອນ, ພວກເຮົາສາມາດສົ່ງເສີມບົດບາດຍິງ-ຊາຍ ແບບກ້າວໜ້າ ແລະ ການສຶກສາຮຽນຮ່ວມ ແລະ ສ້າງຄວາມແຕກຕ່າງໂດຍການໃຫ້ໂອກາດແກ່ເດັກນ້ອຍຜູ້ທີ່ດ້ອຍໂອກາດໃຫ້ຫຼາຍທີ່ສຸດ.”


ພາຍຫຼັງການກ່າວເປີດງານໂດຍ ພະນະທ່ານ ໂພລ ແຄລລີ, ທ່ານ ໄດ້ມອບ ອຸປະກອນສຳລັບການຖ່າຍທຳ ແລະ ອຸປະກອນບັນທຶກສຽງ, ກ້ອງຖ່າຍຮູບ, ອຸປະກອນກັນພາບສັ່ນ, ໂປເຈັກເຕີ ແລະ ໄມໂຄຣໂຟນ ພ້ອມອຸປະກອນຕັດຕໍ່ພາບ ເຊັ່ນ : ຄອມພິວເຕີ 5 ເຄື່ອງ, ຈໍພາບໃຫຍ່ພິເສດ, ຊອບແວເພື່ອການຕັດຕໍ່, ເຄື່ອງພິມ ແລະ ອື່ນໆ ລວມມູນຄ່າທັງໝົດ 476.000.000 ກີບ ຫຼື ເທົ່າກັບ40.400 ໂດລາອົດສະຕຣາລີ.