ກະຊວງອຸດສາຫະກຳແລະການຄ້າເຜີຍແຜ່ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງ, ຕິດຕາມໄມ້ຂາເຂົ້າ ແລະ ໄມ້ຂາອອກ ສະບັບເລກທີ 0777/ອຄ ລົງວັນທີ 25 ສິງຫາ 2020.ໃນຕອນເຊົ້າວັນທີ 1 ກໍະກົດ 2021 ຢູ່ທີ່ພະແນກອຸດສາຫິກຳ ແລະ ການຄ້າແຂວງຈຳປາສັກ.ໃຫ້ກຽດເຂົ້າ ຮ່ວມຂອງ ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ,ທ່ານ ສົມບູນ ເຮືອງວົງສາ ຮອງເຈົ້າແຂວງໆຈຳປາສັກ, ມີຫົວໜ້າກົມ, ຫົວໜ້າພະແນກ,ຮອງພະແນກ,ຂະແໜງການຕ່າງໆທີ່ຂື້ນກັບພະແນກອຸດສາ ຫະກຳ ແລະ ການຄ້າ 4 ແຂວງພາກໃຕ້ ຈຳປາສັກ,ສາລະວັນ,ເຊກອງ ແລະອັດຕະປືເຂົ້າຮ່ວມ.
ທ່ານ ຄໍາແພງ ໄຊສົມແພງ ລັດຖະ ມົນຕີກະຊວງອຸດສາຫະກຳ ແລະການຄ້າໄດ້ມີຄຳເຫັນກ່າວເປີດກອງປະຊຸມວ່າ:
ໃນປີ 2006 ຂະແໜງອຸດສາຫະກຳ ແລະ ການຄ້າ ໄດ້ຮັບມອບໂອນໂຮງງານປຸງແຕ່ງໄມ້ຈາກ ຂະແໜງກະສິກຳ ແລະ ປ່າໄມ້ ໃນຈຳນວນທັງໝົດ 2.103 ແຫ່ງ ແລະ ນັບແຕ່ນັນເປັນຕົ້ນມາ ຈົນຮອດເດືອນ ພຶດສະພາ ປີ 2020, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ປັບປຸງ, ດັດສົມ ແລະ ໄດ້ຍູບເລີກໂຮງງານປຸງແຕ່ງໄມ້ ເຊິ່ງຍັງເຫຼືອ 1090 ແຫ່ງ, ໃນນັ້ນ ມີໂຮງເລື່ອຍ 6 ແຫ່ງ, ໂຮງງານປຸງແຕ່ໄມ້ ສຳເລັດຮູບ 364 ແຫ່ງ, ໂຮງງານເຟີນີເຈີມີ 599 ແຫ່ງ ແລະ ການປຸງແຕ່ງໄມ້ ແບບຄອບຄົວມີ 121 ແຫ່ງ. ໃນນີ້ມີໂຮງງານທີ່ນຳໃຊ້ໄມ້ປູກມີ 78 ແຫ່ງ.
ຈຳນວນໂຮງງານປຸງແຕ່ງໄມ້ 969 ແຫ່ງ (ບໍ່ລວມການປຸ່ງແຕ່ງໄມ້ແບບຄອບຄົວ) ມີໄມ້ຄ້າງໂຮງງານ ທີ່ສັງລວມໄດ້ທັງໝົດ 257.779,52 ແມັດກ້ອນ. ໃນນີ້ມີ ບໍລິ ມາດໄມ້ຄ້າງໂຮງງານຂອງ 4 ແຂວງ ພາກໃຕ້ ຈຳນວນ 69.540,61 ແມັດກ້ອນ ຫຼື ກວມເອົາ 26,97% ຂອງໄມ້ຄ້າງທັງໝົດທົ່ວປະເທດ.
ເພື່ອສຶບຕໍ່ເຮັດໃຫ້ໂຮງງານປຸງແຕ່ງໄມ້ ໄດ້ຮັບການຍົກລະດັບ ດ້ານມາດຕະຖານ ສາມາດຄຸ້ມຄອງ ແລະ ຕິດຕາມກວດກາ ການສະໜອງໄມ້ ພາຍໃນໂຮງງານປຸງແຕ່ງໄມ້ ແລະ ການຄ້າໄມ້ ຫັນເຂົ້າສູ່ລະບຽບການເທື່ອລະກ້າວ ແລະ ເປັນລະບົບຕ່ອງໂສ້ ທີ່ສາມາດຕິດຕາມທີ່ມາຂອງໄມ້ໄດ້, ພ້ອມດຽວກັນ ເພື່ອສືບຕໍ່ຈັດຕັ້ງຜັນຂະ ຫຍາຍ ຄຳສັ່ງຂອງທ່ານນາຍົກລັດຖະມົນຕີ ເລກທີ 15/ນຍ, ລົງວັນທີ 13 ພຶດສະພາ 2016 ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ ແລະ ກວດກາ ການຂຸດຄົ້ນໄມ້, ເຄື່ອນຍ້າຍໄມ້, ສະນັ້ນ, ໃນວັນທີ 25 ສິງຫາ 2020, ກະຊວງອຸດສາຫະກຳ ແລະ ການຄ້າ ຈຶ່ງໄດ້ອອກຂໍ້ຕົກລົງວ່າດ້ວຍການຄຸ້ມຄອງ, ຕິດຕາມໄມ້ສົ້ນເຂົ້າ ແລະ ສົ້ນອອກ, ສະບັບເລກທີ 0777/ອຄ.ກອຫ ເພື່ອເປັນການກຳນົດ ການຈັດຕັ້ງປະຕິບັດໃຫ້ເປັນເອກະພາບກັນ ໃນຂອບເຂດທົ່ວປະເທດ, ທັງສາມາດອຳນວຍຄວາມສະດວກ ໃຫ້ຜູ້ດຳເນີນທຸລະກິດໄມ້ ໄດ້ມີລະບົບບໍລິຫານຈັດການທີ່ດີຂື້ນ ເປັນຕົ້ນ ລະບົບຕິດຕາມ ແລະ ກວດກາ ໄມ້ສົ້ນເຂົ້າ, ສົ້ນອອກ ແລະ ໄມ້ຄ້າງພາຍໃນໂຮງງານປຸງແຕ່ງໄມ້, ລວມທັງລະບົບຄຳນວນອັດຕາການນຳໃຊ້ໄມ້ ຫຼື ອັດຕາການສູນເສຍຂອງໄມ້ ໂດຍຜ່ານລະບົບບັນທຶກ ຫຼື ຂຶ້ນບັນຊີ ການແປຮູບໄມ້ທ່ອນ ເປັນ ຜະລິດຕະພັນໄມ້ ອື່ນໆ.
ຂໍ້ຕົກລົງລັດຖະມົນຕີຂອງກະຊວງອຸດສາຫະກຳ ແລະ ການຄ້າທີ່ນໍາມາເຜີຍ ແຜ່ໃນຄັ້ງນີ້ ມີທັງໝົດ 8 ໝວດ 32 ມາດຕາ.ຈຸດປະສົງ ຂໍ້ຕົກລົງສະບັບນີ້ກຳ ນົດຫຼັກການ,ລະບຽບການ ແລະມາດຕະການກ່ຽວກັບການຄຸ້ມຄອງ,ຕິດຕາມແລະ ກວດກາໄມ້ສົ້ນເຂົ້າ ແລະສົ່ງອອກຂອງຜູ້ດຳເນີນທຸລະກິດໄມ້ເພື່ອຄຸ້ມຄອງການນໍາໃຊ້ໄມ້ຢ່າງມີປະສິດທິຜົນແລະ ຖືກຕ້ອງຕາມລະລຽບກົດໜາຍແນ່ໃສ່ສົ່ງເສີມການຊົມໃຊ້ຊັບພະຍາກອນປ່າໄມ້ໃຫ້ມີຄວາມຢືນຢົງປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດຕາມທິດຫັນເປັນອຸດສາຫະກຳທັນສະໄໜ ແລະ ຢືນຢົງ.
ເກດສະໜາ ແກ້ວສຸວັນນະແສງ
Loading...