ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດຂະບວນການສັກວັກແຊງກັນພະຍາດໂຄວິດ-19 ຂຶ້ນໃນວັນທີ 29 ເມສາ 2021 ທີ່ຫ້ອງປະຊຸມ ກະຊວງອຸດສະຫະກຳແລະການຄ້າ, ຊຶ່ງນໍາໂດຍ ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ພ້ອມດ້ວຍຄະນະນໍາກະຊວງ, ພະນັກງານບໍານານ, ພະນັກງານກົມກອງອ້ອມຂ້າງ ແລະ ຄອບຄົວ ພາຍໃນກະຊວງ ດ້ວຍຄວາມສະໝັກໃຈເຂົ້າຮ່ວມສັກວັກແຊງກັນພະຍາດໂຄວິດ-19.
ໃນການສັກວັກແຊງຄັ້ງນີ້, ແມ່ນນໍາໃຊ້ວັກແຊງປະເພດ ຊີໂນຟາມ (Sinopharm) ເພື່ອປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19, ຊຶ່ງເປັນການສັກເຂັມທີໜຶ່ງ ສ່ວນຄັ້ງທີສອງແມ່ນມີໄລຍະຫ່າງຈາກເຂັມທໍາອິດ ເປັນເວລາ 21 ວັນ ຫລື ຊ້າສຸດບໍ່ເກີນໜຶ່ງເດືອນ. ການສັກວັກແຊງດັ່ງກ່າວ, ເພື່ອຊ່ວຍກະຕຸ້ນພູມຕ້ານທານ ຫລີກເວັ້ນຄວາມສ່ຽງໃນການຕິດພະຍາດໃຫ້ໜ້ອຍລົງ.
ໂອກາດດັ່ງກ່າວ, ທ່ານ ຄຳແພງ ໄຊສົມແພງ ຍັງໄດ້ສະແດງຄວາມຍ້ອງຍໍ, ຊົມເຊີຍພະນັກງານ ທີມງານແພດໝໍ ທີ່ມີຄວາມຫ້າວຫັນຮັບໃຊ້ປະຊາຊົນຢ່າງແທ້ຈິງ. ແຕ່ເຖິງຢ່າງໃດກໍ່ດີ, ໃນສະພາບທີ່ຜູ້ຕິດ ເຊື້ອຢູ່ປະເທດເຮົາເພີ່ມຂຶ້ນແຕ່ລະມື້, ພະນັກງານລັດຖະກອນພວກເຮົາ ຕ້ອງພ້ອມກັນປະຕິບັດມາດຕະ ການຕ້ານ, ຄວບຄຸມ ແລະ ປ້ອງກັນ ທີ່ຄະນະສະເພາະກິດວາງອອກຢ່າງເຂັ້ມງວດ ໂດຍສະເພາະການປະຕິບັດຄຳສັ່ງເລກທີ 15/ນຍ ແລະ ຄຳແນະນຳຂອງຂະແໜງການທີ່ກ່ຽວຂ້ອງ ຄຽງຄູ່ກັບການສືບຕໍ່ປະຕິ ບັດມາດຕະການປ້ອງກັນ ການຕິດເຊື້ອຢ່າງຖືກວິທີ ໂດຍການໃສ່ຜ້າອັດປາກ-ດັງ ເມື່ອອອກຈາກເຮືອນ, ລ້າງມືດ້ວຍສະບູ, ນໍ້າສະອາດ ຫລື ເຈວລ້າງມືຂ້າເຊື້ອເລື້ອຍໆ, ເວັ້ນໄລຍະຫ່າງທາງສັງຄົມຢ່າງໜ້ອນ 1 ແມັດຂຶ້ນໄປ ແລະ ຫລີກລ້ຽງການໄປສະຖານທີ່ແອອັດ ເຮົາກໍ່ຈະຫ່າງໄກຈາກເຊື້ອພະຍາດ ແລະ ຢຸດການແຜ່ເຊື້ອໄດ້ຢ່າງແນ່ນອນ.
ຂ່າວ: ມະນີທອນ
Loading...