ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ປັດຈຸບັນ ກະຊວງອຸດສາຫະກໍາເເລະການຄ້າກໍາລັງສົມທົບກັບພາກສ່ວນກ່ຽວຂ້ອງເລັ່ງເເກ້ໄຂຂອດການນໍາເຂົ້ານໍ້າມັນເຊື້ອໄຟ ຢ່າງຮີບດ່ວນເພາະວ່າໃນໄລຍະ2ຫາ3ມື້ຜ່ານມາຄືນັບເເຕ່ວັນທີ7ຫາ11ພຶດສະພານີ້ຢູ່ຫລາຍທ້ອງຖີ່ນໃນຂອບເຂດທົ່ວປະເທດ ໂດຍສະເພາະຢູ່ນະຄອນຫລວງວຽງຈັນພົບກັບບັນຫານໍາມັນເຊື້ອໄຟຂາດຕະຫລາດ ເຮັດໃຫ້ປະຊາຊົນລາວບັນດາເຜົ່າໄດ້ຮັບຜົນກະທົບຢ່າງຫນັກໃນການດໍາລົງຊີວິດປະຈໍາວັນເນື່ອງຈາກສ່ວນໃຫຍ່ຕ້ອງໄດ້ນໍາໃຊ້ຍານພາຫະນະທີ່ມີນໍາມັນເຊື້ອໄຟເປັນຕົວຂັບເຄື່ອນໃນການໄປມາຫາສູ່ກັນ,ການເດີນທາງໄປປະຕິບັດຫນ້າທີ່ວຽກງານ ລວມເຖີງການເຮັດການຜະລິດຕ່າງໆ.
ໃນໂອກາດຖະເເຫລງຂ່າວຕໍ່ສື່ມວນຊົນຢູ່ສະພາການຄ້າເເລະອຸດສາຫະກໍາເເຫ່ງຊາດລາວໃນຕອນເເລງວັນທີ10ພຶດສະພາ2022 ທ່ານຄໍາເເພງ ໄຊສົມເເພງ ລັດຖະມົນຕີ ກະຊວງອຸດສາຫະກໍາເເລະການຄ້າໃຫ້ຮູ້ວ່າ:ສະພາບການຂາດເເຄນນໍ້າມັນທີ່ເກີດຂື້ນໃນໄລຍະ2ຫາ3ມື້ຜ່ານມາເກີດຈາກຫລາຍປັດໃຈເປັນຕົ້ນ:ສະພາບການຂັດຂໍ້ເເຍ່ງລະຫວ່າງຜູ້ຜະລິດນໍາມັນ,ການລະບາດຂອງພະຍາດໂຄວິດ19,ການເພີ່ມຂື້ນຂອງລາຄານໍາມັນຂອງບັນດາປະເທດຜູ້ຜະລິດນໍາມັນມີການປັບຕົວສູງຂື້ນ,ການດໍາເນີນຂັ້ນຕອນ ເອກກະສານລະຫວ່າງລາວກັບປະເທດຜູ້ສົ່ງອອກນໍ້າມັນມີການປັບປຸງເນື້ອໃນບາງອັນເພື່ອໃຫ້ສອດຄ່ອງກັນສະພາບເງື່ອນໄຂປັດຈຸບັນ,ການເພີ່ມຂື້ນຢ່າງຕໍ່ເນື່ອງຂອງອັດຕາເເລກປ່ຽນເງີນຕາຕ່າງປະເທດກັບເງິນກີບລາວເຮັດໃຫ້ບໍລິສັດນໍາເຂົ້ານໍ້າມັນເຊື້ອໄຟບາງເເຫ່ງຕ້ອງໂຈະການນໍາເຂົ້າຊົ່ວຄາວ ລວມເຖີງບັນຫາອື່ນໆ ສົ່ງຜົນກະທົບໂດຍກົງເຮັດໃຫ້ການ ເຂົ້ານໍາມັນເຊື້ອໄຟຂອງລາວມີຄວາມຊັກຊ້າ ກາຍເປັນສາຍເຫດເຮັດໃຫ້ນໍ້າມັນເຊື້ອໄຟຂາດຕະຫລາດ ເນື່ອງຈາກລາວເຮົາເປັນປະເທດຫນື່ງທີ່ນໍາເຂົ້ານໍ້າມັນເຊື້ອໄຟຈາກຕ່າງປະເທດຮ້ອຍສ່ວນຮ້ອຍ ປັດຈຸບັນລັດຖະບານກໍ່ຄືກະຊວງອຸດສະຫະກໍາເເລະການຄ້າກໍາລັງສົມທົບກັບພາກສ່ວນກ່ຽວຂ້ອງເລັ່ງເເກ້ໄຂຂອດການນໍາເຂົ້ານໍ້າມັນເຊື້ອໄຟກັບປະເທດຜູ້ສົ່ງອອກນໍ້າມັນໃນຮູບເເບບຕ່າງໆ ເພື່ອສະຫນອງໃຫ້ປະຊາຊົນກໍ່ຄືຜູ້ຊົມໃຊ້ໄດ້ຢ່າງພຽງພໍ ຄາດວ່າຈະໄດ້ຮັບການເເກ້ໄຂໃນໄວໆນີ້ ຮຽກຮ້ອງໃຫ້ປະຊາຊົນລາວບັນດາເຜົ່າຢ່າເເຕກຕື່ນຈົນເກີນໄປເເລະໃຫ້ຄວາມເຊື່ອຫມັ້ນຕໍ່ການນໍາພາຂອງພັກເເລະລັດຖະບານໃນການເເກ້ໄຂວິການໃນຄັ້ງນີ້
ທ່ານຄໍາເເພງ ໄຊສົມເເພງ ໃຫ້ຮູ້ຕື່ມວ່າ:ສໍາລັບບັນຫາລາຄານໍາມັນເຊື້ອໄຟຢູ່ປະເທດເຮົາມີລາຄາເພີ່ມຂື້ນໃນເເຕ່ລະວັນນັ້ນ ເເມ່ນເກີດຂື້ນຈາກການປັບຕົວຂອງລາຄານໍ້າມັນໃນຕະຫລາດໂລກ ໂດຍສະເພາະບັນດາກຸ່ມປະເທດຜະລິດເເລະສົ່ງອອກນໍ້າມັນ ເນື່ອງຈາກຕ້ອງໄດ້ຄິດໄລ່ຕາມອັດຕາເເລກປ່ຽນເງີນຕາຕ່າງປະເທດກັບເງີນກີບລາວເເຕ່ເຖີງຢ່າງໃດກໍ່ຕາມລັດຖະບານກໍ່ຄືກະຊວງອຸດສາຫະກໍາເເລະການຄ້າຈະພະຍາຍາມປັບປຸງກົນໄກຂັ້ນຕ່າງໆທີ່ກ່ຽວຂ້ອງໂດຍສະເພາະການປັບຫລຸດພາສີອາກອນນໍາເຂົ້າ,ອາກອນລາຍໄດ້ ລວມເຖີງຂອດບໍລິການຕ່າງໆເພື່ອປັບຫລຸດຄາລານໍ້າມັນລົງໃຫ້ຢູ່ໃນລະດັບທີ່ເຫມາະສົມຕາມສະພາບເງື່ອນໄຂຕົວຈີງໃນປັດຈຸບັນ ເພື່ອໃຫ້ປະຊາຊົນເກີດຄວາມເພີ່ງພໍໃຈ ເເລະ ອີກບັນຫາຫນື່ງທີ່ສັງຄົມໃຫ້ຄວາມສົນໃຈໃນປັດຈຸບັນວ່າລັດຖະບານຈະມີການນໍາເຂົ້ານໍ້າມັນເຊື້ອເຊື້ອຈາກປະເທດຣັດເຊຍນັ້ນເເມ່ນບໍ່ມີມູນຄວາມຈີງເປັນພຽງການສະເຫນີໃນກອງປະຊຸມຂອງຄະນະລັດຖະບານເທົ່ານັ້ນ ໂດຍບໍ່ທັນໄດ້ມີການຕົກລົງເຫັນດີຈາກພາກສ່ວນໃດເທື່ອເນື່ອງຈາກຕ້ອງໄດ້ດໍາເນີນການໃນຫລາຍຂັ້ນຕອນ ເຊີ່ງປັດຈຸບັນນີ້ລາວໄດ້ນໍາເຂົ້ານໍ້າມັນເຊື້ອໄຟຈາກ3ປະເທດເທົ່ານັ້ນຄື:ຫວຽດນາມ,ສີງກະໂປເເລະປະເທດໄທ ຮຽກຮ້ອງໃຫ້ທຸກຄົນບໍລິໂພກຂໍ້າມູນຂ່າວສານຢ່າງມີສະຕິ.
ຂ່າວ:ເດດອາລຸນ ເເກ້ວວິໄລ
ພາບ: ຊໍານານ