ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນວັນທີ 15 ກັນຍາ 2021, ທີ່ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ມີພິທີປະກາດການຈັດຕັ້ງ ຫົວໜ້າຫ້ອງການກະຊວງ ແລະ ຫົວໜ້າກົມຄຸ້ຄອງແຮງງານ ຜູ້ໃໝ່, ໂດຍຕົກລົງແຕ່ງຕັ້ງ ທ່ານ ບຸນຍອດ ຈັນທະວອນຂື້ນເປັນ ເລຂາໜວ່ຍພັກຫ້ອງການ ແລະ ທັງເປັນຫົວໜ້າຫ້ອງການກະຊວງ ແລະ ທ່ານ ພົງສະຫວັນ ໄຊໂກສີ ຂື້ນເລຂາໜວ່ຍພັກ, ທັງເປັນຫົວໜ້າກົມຄຸ້ມຄອງແຮງງານ ກະຊວງ ຮສສ. ໂດຍເປັນກຽດເຂົ້າຮວ່ມ ຂອງ ທ່ານ ນ. ໃບຄຳ ຂັດທິຍະ ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງ ຮສສ, ໂດຍມີ ທ່ານຮອງເລຂາ, ທ່ານຄະນະປະຈຳພັກ, ພ້ອມດວ້ຍບັນດາຄະນະພັກ ,ພ້ອມພະນັກງານຫຼັກແຫລງທີ່ກຽ່ວຂ້ອງ ເຂົ້າຮວ່ມ.
ໂອກາດພິທີດັ່ງກ່າວ, ທ່ານ ນ. ໃບຄຳ ຂັດທິຍະ ເລຂາຄະນະພັກກະຊວງ ຮສສ ຍັງໄດ້ໃຫ້ກຽດໂອ້ລົມ ແລະ ສະແດງຄວາມ ຊົມເຊີຍຕໍ່ ທັງສອງ ສະຫາຍ ທີ່ໄດ້ຖືກແຕ່ງຕັ້ງ ຂື້ນເປັນ ຫົວໜ້າຫ້ອງການກະຊວງ ແລະ ຫົວໜ້າກົມຄຸ້ຄອງແຮງງານໃໝ່, ໂດຍທ່ານໄດ້ກ່າວວ່າ: ເພື່ອແນ່ໃສ່ຮັບປະກັນໃນນ້າທີ່ວຽກງານສຳຄັນເຮັດສຳເລັດ ທີ່ພັກ ແລະ ລັດໄດ້ມອບໝາຍນັ້ນ, ພວກສະຫາຍ ກໍ່ຕ້ອງໄດ້ສືບຕໍ່ປັບປ່ຽນທັດສະນະຄະຕິໃໝ່, ປັບປ່ຽນຫລັກການ ແລະ ລະບອບແບບແຜນວິທີນຳພາ ແລະ ປຽ່ນວິທີເຮັດວຽກແບບໃໝ່ຫັນເປັນທັນສະໃໝ່ ໃນຍຸກ 4.0 ໃຫ້ສົມຄູ່ກັບໜ້າທີ່ໃໝ່ ໃຫ້ກາຍເປັນແບບຢ່າງການນຳທີ່ດີຂອງພັກ ແລະ ລັດເຮົາ ເປັນຕົ້ນ: ສືບຕໍ່ຍົກສູງທາງດ້ານການເມືອງ-ແນວຄິດ ຕ້ອງໜັກແໜ້ນເຂັ້ມແຂງ, ມີຫລັກໝັ້ນ, ສາມາດແກ້ໄຂບັນຫາຕ່າງໆທີ່ເກີດຂຶ້ນຢ່າງພາວະວິໃສ, ຕ້ອງໄດ້ເພີ່ມທະວີໃຫ້ມີຄວາມສະຫງົບ ແລະ ມີຄວາມສາມັກຄີພາຍໃນ-ພາຍນອກ ໃຫ້ເປັນປຶກແຜ່ນແໜ້ນໜາ, ໃຫ້ຢຶດໝັ້ນ ແລະ ປະຕິບັດຫລັກການລວມສູນປະຊາທິປະໄຕ, ນຳພາ, ເຮັດວຽກເປັນໝູ່ຄະນະ, ປຶກສາຫາລື ແລະ ຕົກລົງເປັນໝູ່ຄະນະ, ເອົາໃຈໃສ່ຊຸກຍູ້ຕິດຕາມ, ກວດກາ, ສະຫລຸບ, ຕີລາຄາ, ປະເມີນຜົນ, ທອດຖອນບົດຮຽນນໍາກັນເລື້ອຍໆ ແລະ ບັນຫາອື່ນໆ.
ທ່ານ ຍັງໄດ້ເນັ້ນຕື່ມວ່າ: ໂດຍສະເພາະ ວຽກງານຫ້ອງການ ເປັນເສນາທິການໃຫ້ກັບຄະນະພັກ-ຄະນະນຳກະຊວງ, ກໍຄືບັນດາກົມກຽ້ວຂອງໃນຂອດບໍລິການຕ່າງໆ ບົນຫຼັກການ ເພື່ອເຮັດສຳເລັດໜ້າທີ່ການເມືອງ, ທັງວຽກວິຊາສະເພາະ ອັນສູງສົ່ງ ທີ່ໄດ້ຮັບມອບໝາຍຈາກພັກ ແລະ ລັດ ທີ່ໄວ້ເນື້ອເຊື່ອໃຈ, ກົມຄຸ້ມຄອງແຮງງານກໍ່ເຊັ່ນກັນ ສືບຕໍ່ຈັດຕັ້ງປະຕິບັດວຽກງານຄຸ້ມຄອງແຮງງານ ພາຍໃນ ແລະ ຕ່າງປະເທດ ດວ້ຍການປະສານສົມທົບກັບຂະແໜງການທີ່ກຽ່ວຂ້ອງ ບົນຫຼັກການໃຫ້ມີຜົນສຳເລັດ ຄັ້ງນີ້, ໃນນາມຕາງໜ້າຄະນະນຳກະຊວງ . ຂ້າພະເຈົ້າ ຂໍຮຽກຮ້ອງໃຫ້ພວກສະຫາຍ ຈົ່ງຕັ້ງໜ້າເອົາໃຈໃສ່ນຳພາ ແລະ ຊີ້ນຳວຽກງານທີ່ພັກ ແລະ ລັດມອບໝາຍໃຫ້ນີ້ ໃຫ້ໄດ້ຮັບສຳເລັດຜົນເປັນຢ່າງດີ ແລະ ຮຽກຮ້ອງມາຍັງພະນັກງານ, ສະມາຊິກພັກທັງໝົດ ຈົ່ງໄດ້ເອົາໃຈໃສ່ໃຫ້ການຮ່ວມມືສະໝັບສະໜູນ ຊ່ວຍເຫລືອ ສະຫາຍ ເພື່ອເຮັດສຳເລັດໜ້າທີ່ການເມືອງ ທີ່ຮັບມອບໝາຍຈາກພັດ-ລັດຖະບານ ໃຫ້ມີຜົນສຳເລັດເປັນຢ່າງດີ.
(ຂ່າວສານ ຮສສ)