ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ແລະ ບໍລິສັດ ພູສີ ກຣຸບ ຈໍາກັດຜູ້ດຽວ ໄດ້ຈັດພິທີເຊັນສັນຍາ ວ່າດ້ວຍການທົດລອງດຳເນີນທຸລະກິດຊັບສິນດີຈິຕອລ ໃນວັນທີ 03 ກຸມພາ 2022 ຜ່ານມານີ້ ທີ່ກະຊວງເຕັກໂນໂລຊີ ແລະ ການສື່ສານ ລະຫວ່າງ ທ່ານ ແກ້ວນະຄອນ ໄຊສຸລຽນ, ຫົວໜ້າກົມເຕັກໂນໂລຊີດີຈິຕອລ, ກະ ຊວງ ກຕສ ກັບ ທ່ານ ສີທາ ພົມມະຈິດ, ຮອງປະທານ ບໍລິສັດ ພູສີ ກຣຸບ ຈໍາກັດຜູ້ດຽວ ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງທ່ານບັນດິດ ສ.ຈ ບໍ່ວຽງຄໍາ ວົງດາລາ, ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ; ທ່ານ ສີທອງ ພົມມະຈິດ, ປະທານ ບໍລິສັດ ພູສີ ກຣຸບ ຈໍາກັດຜູ້ດຽວ ມີບັນດາການນຳກະຊວງກ່ຽວ ຂ້ອງ ແລະ ແຂກຖຶກເຊີນເຂົ້າຮ່ວມ.

ໃນພິທີ, ທ່ານ ແກ້ວນະຄອນ ໄຊສຸລຽນ ໄດ້ກ່າວບາງຕອນສໍາຄັນວ່າ: ປັດຈຸບັນ, ການປະຕິວັດອຸດສະ ຫະກຳຄັ້ງທີ 4 ພວມເປັນທ່າອ່ຽງລວມ ແລະ ເປັນກະແສຟອງພັດຜ່ານໄປທົ່ວໂລກ. ໃນນັ້ນ, Block chain ຫຼື ກຸ່ມຂໍ້ມູນຜູກພັນ ເປັນເຕັກໂນໂລຊີໜຶ່ງທີ່ພົ້ນເດັ່ນໃນຍຸກອຸດສາຫະກໍາ 4.0 ທີ່ທົ່ວໂລກກໍາລັງເອົາໃຈໃສ່ຄົ້ນຄວ້າພັດທະນາ ແລະ ນໍາໃຊ້ເຂົ້າໃນຫຼາຍຂົງເຂດໂດຍສະເພາະໃນຂະແໜງການເງິນ. ດ້ວຍຄຸນລັກສະນະພິເສດຂອງເຕັກໂນໂລຊີ Block chain ຈຶ່ງເຮັດໃຫ້ການແລກປ່ຽນມູນຄ່າໃນຮູບແບບເອເລັກໂຕຣນິກສາມາດດໍາເນີນການຜ່ານລະບົບເຄືອຂ່າຍຄອມພີວເຕີ ຈຶ່ງເກີດມີທຸລະກໍາຊັບສິນດີຈິຕອລຂຶ້ນມາຢ່າງຫຼວງຫຼາຍ ເພື່ອໃຊ້ໃນການຊື້-ຂາຍ ຫຼື ແລກປ່ຽນມູນຄ່ານໍາກັນ. ການຮ່ວມມືໃນຄັ້ງນີ້ແມ່ນຈັດຕັ້ງຜັນຂະຫຍາຍແຜນວິໄສທັດ, ແຜນຍຸດທະສາດ ແລະ ແຜນພັດ ທະນາເສດຖະກິດດິຈິຕອລແຫ່ງຊາດຂອງລັດຖະບານໃຫ້ບັນລຸຕາມເປົ້າໝາຍ.

ຄຽງຄູ່ກັນນັ້ນ, ທ່ານ ສີທາ ພົມມະຈິດ ກ່າວຕື່ມວ່າ: ການເຊັນສັນຍາໃນຄັ້ງນີ້ຈະເປັນຜົນດີໃນການສົ່ງ ເສີມໃຫ້ພາກທຸລະກິດມີຄວາມເຂັ້ມແຂງ, ພ້ອມທັງເປັນຊ່ອງທາງໃນການເພີ່ມລາຍຮັບໃຫ້ແກ່ພາກລັດຫຼາຍຂຶ້ນ. ຊຶ່ງບໍລິສັດພວກເຮົາພ້ອມແລ້ວທີ່ຈະພັດທະນາຮ່ວມກັບພາກລັດໃນການສຶກສາ ແລະ ນໍາໃຊ້ລະບົບ ບລັອກເຊນ (Block chain) ເຂົ້າໃນການພັດທະນາຂະແໜງການຕ່າງຂອງລັດຖະບານ ດ້ວຍການຫັນຈາກລະບົບທໍາມະດາກ້າວສູ່ລະບົບດິຈິຕອລ, ເຮັດໃຫ້ການບໍລິຫານມີປະສິດທິພາບຍິ່ງຂຶ້ນ ເພື່ອຂັບເຄື່ອນລະບົບເສດຖະກິດມະຫາພາກໃຫ້ຂະຫຍາຍໂຕແບບກ້າວກະໂດດ, ມີຄວາມທັນສະໄໝ, ປອດໄພ, ໂປ່ງໃສ ແລະ ເຊື່ອມໂຍງກັບສາກົນໄດ້.

ຂໍ້ມູນຂອງບໍລິສັດ ຍັງໃຫ້ຮູ້ຕື່ມວ່າ: ໃນວັນທີ 13 ມັງກອນ 2022 ຜ່ານມາ, ບໍລິສັດ ແວວນັນສ໌ ເທຣດດິງ ອອນລາຍ ຈໍາກັດຜູ້ດຽວ ຊຶ່ງເປັນບໍລິສັດໃນເຄືອຂອງພູສີກຣຸບ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມ ມືສຶກສາຄວາມເປັນໄປໄດ້ ໂຄງ ການພັດທະນາ ແລະ ບໍລິການລະບົບເຕັກໂນໂລຊີກຸ່ມຂໍ້ມູນຜູກພັນ (Block chain) ຢູ່ ສປປ ລາວ. ໂຄງການດັ່ງກ່າວຈະແນ່ໃສ່ພັດທະນາລະບົບຖານ (Platform), ຊອບແວຣ໌/ໂປຣແກຣມ ແລະ ແອັບພລິເຄຊັນ (Application) ເພື່ອຊຸກຍູ້ສົ່ງເສີມວຽກງານການຄຸ້ມຄອງ, ການບໍລິຫານ ລວມທັງການບໍລິການໃຫ້ແກ່ລັດຖະບານ ແລະ ສັງຄົມ ເຊັ່ນ:
1. ລະບົບຢັ້ງຢືນຕົວຕົນທາງດິຈິຕອລ (Digital ID);
2. ລະບົບຄຸ້ມຄອງຂໍ້ມູນທີ່ຢູ່ອາໃສແບບທັນສະໄໝ (E-Resident);
3. ລະບົບການເງິນແບບທັນສະໄໝ (E-Finance);
4. ລະບົບສາທາລະນະສຸກແບບທັນສະໄໝ (E-Health);
5. ລະບົບໂຮງຮຽນແບບທັນສະໄໝ (E-School);
6. ການບໍລິຫານລັດແບບທັນສະໄໝ (E-Government).