ໃນວັນທີ 15 ເມສາ 2020 ຢູ່ສະຖານເອກອັກຄະລັດຖະທູດ ແຫ່ງສປປລາວປະຈຳສສ ຫວຽດນາມສະຫາຍຫງວຽນຈີ່ຢູ້ງ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແຫ່ງ ສສ ຫວຽດນາມ, ປະທານຄະນະກຳມາທິການຮ່ວມມືຫວຽດນາມ-ລາວ ໄດ້ນຳເອົາເຄື່ອງຊ່ວຍເຫຼືອ ມາມອບໃຫ້ ສະຫາຍ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ເພື່ອສົ່ງຕໍ່ໃຫ້ກະຊວງແຜນການ ແລະ ການລົງທຶນ ແຫ່ງ ສປປ ລາວ ແລະ ຄະນະກຳມາທິການຮ່ວມມືລາວ-ຫວຽດນາມ ເຄື່ອງຊ່ວຍເຫຼືອດັ່ງກ່າວເປັນເງິນສົດ ມູນຄ່າ 10,000 ໂດລາ (ສີບພັນໂດລາສະຫະລັດ) ເພື່ອນຳໃຊ້ເຂົ້າໃນການສະກັດກັ້ນ ແລະ ຕ້ານພະຍາດໂຄວິດ – 19 ຢູ່ ສປປ ລາວ, ໂດຍເຂົ້າຮ່ວມເປັນພິຍານ ຂອງຄະນະນຳສະຖານເອກອັກຄະລັດຖະທູດ ແລະ ພະນັກງານທັງສອງຝ່າຍ.
ເຖີງວ່າສສ ຫວຽດນາມ ຍັງປະສົບກັບຄວາມຍຸ້ງຍາກຫຼາຍປະການໂດຍສະເພາະກຳລັງປະເຊີນໜ້າກັບພະຍາດໂຄວິດ-19 ທີ່ກຳລັງແຜ່ລະບາດໜັກພໍສົມຄວນ, ແຕ່ບົນຈິດໃຈການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ, ກໍ່ຄືນ້ຳໃຈສາກົນກຳມະຊີບອັນສູງສົງຂອງຕົນສະມາຊິກພັກ ແລະ ພະນັກງານທົ່ວກະຊວງແຜນການ ແລະ ການລົງທຶນ ແລະຄະນະກຳມາທິການຮ່ວມມືຫວຽດນາມ-ລາວຍັງໄດ້ບິແບ່ງນ້ຳໃຈມາຊ່ວຍເພື່ອນ ລາວໃນການຕ້ານພະຍາດໂຄວິດ-19
ໃນການກ່າວຮັບເຄື່ອງຊ່ວຍເຫຼືອດັ່ງກ່າວ ສະຫາຍແສງເພັດ ຮຸ່ງບຸນຍວງ ໄດ້ສະແດງຄວາມຮູ້ບຸນຄຸນ ແລະ ຂອບອົກຂອບໃຈຢ່າງຈິງໃຈມາຍັງ ສະຫາຍລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແຫ່ງ ສສ ຫວຽດນາມ ທີ່ມອບເຄື່ອງຊ່ວຍເຫຼືອດັ່ງກ່າວນີ້ໃຫ້ແກ່ ລາວ ແລະ ຍັງໄດ້ຢືນຢັນວ່າຈະນຳເຄື່ອງຊ່ວຍເຫຼືອນີ້ໄປຍັງພາກສ່ວນທີ່ກ່ຽວຂ້ອງ ເພຶ່ອນຳໃຊ້ເຂົ້າໃນການສະກັດກັ້ນ ແລະ ຕ້ານພະຍາດໂຄວິດ – 19 ຢູ່ ສປປ ລາວຢ່າງມີປະສິດທິຜົນສູງ.
ໃນໂອກາດນີ້ ສະຫາຍ ຫງວຽນຈີ່ຢູ້ງ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແຫ່ງ ສສ ຫວຽດນາມອວຍພອນຜູ້ນຳພັກ-ລັດ ແລະ ປະຊາຊົນລາວຈົ່ງຜ່ານພົ້ນວິກິດໂຄວິດ-19 ຢ່າງໂດຍໄວ ແລະ ພ້ອມກັນສ້າງສາ ແລະ ພັດທະນາປະເທດໃຫ້ນັບມື້ຂະຫຍາຍຕົວ, ເນື່ອງໃນໂອກາດປີໃໝ່ລາວ ພສ 2563 ຂໍອວຍພອນໃຫ້ການນຳພັກ-ລັດ ແລະ ປະຊາຊົນລາວບັນດາເຜົ່າຈົ່ງມີແຕ່ຄວາມຜາສຸກ ພ້ອມກັນຜ່ານຜາຄວາມຍຸ້ງຍາກຈາກພະຍາດໂຄວິດ-19 ແລະ ກັບຄືນສູ່ສະພາບປົກກະຕິໂດຍໄວ.
(ຂ່າວ,ພາບ: ໂອລຳ ຈັນທະວິໄລ)