ກະຊວງແຜນການ ແລະ ການລົງທຶນ (ຜທ) ໄດ້ຈັດພິທີປະກາດການຈັດຕັ້ງຂັ້ນຮອງລັດຖະມົນຕີແລະ ຂັ້ນຄະນະກົມ ຂຶ້ນໃນວັນທີ 10 ທັນວານີ້ ທີ່ຫ້ອງປະຊຸມຂອງກະຊວງດັ່ງກ່າວ, ພາຍໃຕ້ການເປັນປະ ທານຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງ ຜທ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ອິງຕາມການຕົກລົງໃນກອງປະຊຸມຄະນະເລຂາທິການສູນກາງພັກ ຄັ້ງວັນທີ 14 ກັນຍາ 2021, ອິງຕາມໜັງສືສະເໜີຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 369/ຄຈສພ ລົງວັນທີ 30 ພະຈິກ 2021, ນາຍົກລັດຖະມົນຕີ ອອກຄໍາສັ່ງ: ຍົກຍ້າຍ ທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄປຮັບໜ້າທີ່ໃໝ່ຢູ່ ກະຊວງອຸດສາຫະກໍາ ແລະ ການຄ້າ, ນາຍົກລັດຖະມົນຕີ ອອກດໍາລັດ ແຕ່ງຕັ້ງ ທ່ານ ສະຖາບັນດິດ ອິນສີຊຽງໃໝ່ ເປັນຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ.
ນອກຈາກນັ້ນ, ກະຊວງແຜນການ ແລະ ການລົງທຶນ ຍັງໄດ້ສັບຊ້ອນ ແລະ ແຕ່ງຕັ້ງຂັ້ນຮອງຫົວໜ້າກົມ ຄື: ທ່ານ ຄໍາສາຍ ນັນທະວົງ ຮັກສາການຫົວໜ້າກົມນິຕິກໍາ ໄປເປັນຮອງຫົວໜ້າກົມສົ່ງເສີມການລົງທຶນ, ທ່ານນາງ ລັດຕະນາ ອິນທະພົນ ຮອງຫົວໜ້າຫ້ອງການສົ່ງເສີມປະຕູດຽວ ກົມສົ່ງເສີມການລົງທຶນ ໄປເປັນຮອງຫົວໜ້າຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ, ທ່ານ ນາງ ນວນລະອອງ ທໍາມະວົງ ເປັນຮອງຫົວໜ້າຫ້ອງການ ກະຊວງ ແຜນການແລະການລົງທຶນ, ທ່ານ ພົງສະຫວັນ ລາດທິຈັກ ເປັນຮອງຫົວໜ້າຫ້ອງການ ກະຊວງ ຜທ, ທ່ານ ໄຊຍະວົງ ຈິດຕະວົງ ເປັນຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງ ຜທ, ທ່ານ ພອນທະວົງ ສິງຫາລາດ ເປັນຮອງຫົວໜ້າກົມກວດກາ ກະຊວງ ຜທ, ທ່ານ ນະຄອນໄຊ ພິມມະຈັນ ເປັນຮອງຫົວໜ້າກົມກວດກາ ກະຊວງ ຜທ, ທ່ານ ຈັນຕະນະພອນ ວົງໄຊ ເປັນຮອງຫົວໜ້າກົມແຜນການ ກະຊວງ ຜທ, ທ່ານ ນາງ ສົມພັດ ສຸວັນນະວົງ ເປັນຮອງຫົວໜ້າກົມປະເມີນຜົນ ກະຊວງ ຜທ, ທ່ານ ທອງດາ ເພັດມະນີວົງ ເປັນຮອງຫົວໜ້າກົມປະເມີນຜົນ ກະຊວງ ຜທ, ທ່ານ ນາງ ອຸດາລອນ ສີໂພວົງ ເປັນຮອງຫົວໜ້າກົມປະເມີນຜົນ ກະຊວງ ຜທ.

ໃນພິທີ ທ່ານ ສອນໄຊ ສີພັນດອນ ໄດ້ໃຫ້ກຽດໂອ້ລົມ ຊຶ່ງມີບາງຕອນສໍາຄັນວ່າ: ການປັບປຸງກົງຈັກການຈັດຕັ້ງ ຖືເປັນເລື່ອງປົກກະຕິຂອງພັກ-ລັດເຮົາ ຊຶ່ງຈະຕ້ອງໄດ້ມີການປັບປຸງສັບຊ້ອນ, ຈັດວາງໄປຕາມສະພາບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານຕົວຈິງໃນແຕ່ລະໄລຍະ, ເປັນໄປຕາມຫຼັກ ການ ມີເຂົ້າ-ມີອອກ; ມີຂຶ້ນ-ມີລົງ ຊຶ່ງສອດຄ່ອງກັບມະຕິ 04/ຄບສພ. ວ່າດ້ວຍການເພີ່ມທະວີການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງໃນວຽກງານພະນັກງານ. ສະນັ້ນ, ໃນເມື່ອບັນດາທ່ານໄດ້ຮັບການແຕ່ງຕັ້ງ, ສັບຊ້ອນແລ້ວ ກໍຂໍໃຫ້ຍົກສູງຄວາມຮັບຜິດຊອບທາງດ້ານການເມືອງຂອງຕົນໃຫ້ສູງຂຶ້ນ ເພາະໜ້າທີ່ວຽກງານທີ່ພວກທ່ານຈະໄດ້ແບກຫາບໃນຕໍ່ໜ້ານັ້ນ ກໍຍິ່ງຈະໜັກໜ່ວງ, ກວ້າງຂວາງ ແລະ ຕ້ອງມີຄວາມຮັບຜິດຊອບສູງ. ສະນັ້ນ ຂໍໃຫ້ສືບຕໍ່ເພີ່ມທະວີຄວາມບຸກໜ້າບືນຕົວ, ຫ້າວຫັນ ແລະ ມີຄວາມເສຍສະຫຼະອົດທົນຫຼາຍກວ່າເກົ່າ ເພື່ອເຮັດໜ້າທີ່ເປັນເສນາທິການທີ່ເກັ່ງ, ເລິກເຊິ່ງ ໃນການຈັດຕັ້ງຜັນຂະຫຍາຍໃນວຽກງານເສດຖະກິດ ເພື່ອໃຫ້ສາມາດປະກອບສ່ວນເຂົ້າໃນການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນຢູ່ປະເທດເຮົາ. ຕ້ອງໄດ້ເພີ່ມທະວີຍົກສູງຄວາມຮັບຜິດຊອບຂອງຕົນໃນການຄົ້ນຄວ້າ, ວິເຄາະວິໄຈ, ສັງລວມ ແລະ ປະສານງານກັບບັນດາກົມ, ບັນດາກະຊວງ, ອົງການທຽບເທົ່າ, ອົງການປົກຄອງທ້ອງຖິ່ນ ທີ່ກ່ຽວຂ້ອງເພື່ອເຮັດໜ້າທີ່ເປັນເສນາທິການທີ່ດີໃຫ້ແກ່ຄະນະພັກກະຊວງ ມີປະສິດທິພາບ, ປະສິດທິຜົນສູງຍິ່ງຂຶ້ນ.

ຂ່າວ-ພາບ: ນາງ ແສງຈັນ