ກະຊວງແຮງງານແລະສະຫວັດດີການສັງຄົມ, ຈັດພິທີປະກາດການຈັດຕັ້ງຂັ້ນຮອງເລຂາຄະນະພັກ, ຄະນະປະຈຳພັກ, ກຳມະການຄະນະພັກ ແລະຮອງລັດຖະມົນຕີ ,ໃນຕອນເຊົ້າວັນທີ 13 ກໍລະກົດ 2021 ທີ່ເຮືອນຮັບແຂກກະຊວງແຮງງານ ແລະສະຫວັດດີການສັງຄົມ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ,ພາຍໃຕ້ການເປັນປະທານຂອງທ່ານ ນາງ ໃບຄຳ ຂັດຕິຍະ ກຳມະການສູນກາງພັກ ເລຂາຄະນະພັກກະຊວງ,ລັດຖະມົນຕີກະຊວງແຮງງານ ແລະສະຫວັດດີການສັງຄົມ, ມີຄະນະນຳກະຊວງ, ປະທານອົງການການແດງລາວ, ຫົວຫນ້າກົມ, ຮອງກົມ ແລະຕາງພະນັກງານອ້ອມຂ້າງກະຊວງເຂົ້າຮ່ວມ.
ໃນພິທີ ຕາງຫນ້າຄະນະຈັດຕັ້ງ ກະຊວງແຮງງານ ແລະສະຫວັດດີການສັງຄົມໄດ້ຜ່ານດຳລັດຂອງນາຍົກລັດຖະມົນຕີວ່າດ້ວຍການແຕ່ງຕັ້ງທ່ານ ປະເດີມພອນ ສົນທະນີ ເປັນຮອງເລຂາຄະນະບໍລິຫານງານພັກກະຊວງ, ທ່ານ ລີ ປາວ ຢ່າງ ເປັນກຳມະກນປະຈຳພັກກະຊວງ, ຮອງລັດຖະມົນຕີກະຊວງແຮງງານ ແລະສະຫວັດດີການສັງຄົມ, ທ່ານ ພົງໄຊສັກ ອິນທິລາດ ເປັນຮອງລັດຖະມົນຕີກະຊວງແຮງງານ ແລະສະຫວັດດີການສັງຄົມ ແລະທ່ານ ສີສະຫວາດ ກົມພົນ ກຳມະການຄະນະພັກກະຊວງ ຫົວຫນ້າກົມນະໂຍບາຍຕໍ່ຜູ້ມີຜົນງານ ກະຊວງແຮງງານແລະສະຫວັດດີສັງຄົມ.
ໃນໂອກາດນີ້ ,ທ່ານ ນາງ ໃບຄຳ ຂັດຕິຍະ ກຳມະການສູນກາງພັກ ເລຂາຄະນະພັກກະຊວງ,ລັດຖະມົນຕີກະຊວງແຮງງານແລະສະຫວັດດີການສັງຄົມ ມີຄຳເຫັນວ່າ: ການແຕ່ງຕັ້ງຕຳແໜ່ງບໍລິຫານປະເພດຕ່າງໆ ແມ່ນວຽກງານຍຸດທະສາດສຳຄັນ ຂອງພັກ ແລະ ລັດ, ເປັນວຽກງານກົກ ແລະ ເປັນວຽກງານປົກກະຕິ ຂອງວຽກງານພັກ ແລະ ວຽກງານພະນັກງານ ຂອງພັກ ແລະ ລັດເຮົາ.
ທ່ານ ນາງ ໃບຄຳ ຂັດຕິຍະ ຮຽກຮ້ອງເຖິງຮອງເລຂາຄະນະພັກກະຊວງ, ຮອງລັດຖະມົນຕີກະຊວງທີ່ໄດ້ຮັບການແຕ່ງຕັ້ງໃຫ້ເພີ່ມກຳລັງແຮງ ໃນການຊີ້ນຳ-ນຳພາ ວຽກງານ ຂອງຄະນະພັກ ແລະ ຄະນະນຳ ກະຊວງແຮງງານແລະສະຫວັດດີການສັງຄົມ, ສະມາຊິກພັກ ແລະພະນັກງານທັງໝົດ ຈົ່ງໄດ້ເອົາໃຈໃສ່ໃຫ້ການຮ່ວມມື ສະໝັບສະໜູນ ຊ່ວຍເຫຼືອ ເພື່ອເຮັດສຳເລັດໜ້າທີ່ການເມືອງທີ່ຮັບມອບໝາຍຈາກພັດ-ລັດຖະບານໃຫ້ມີຜົນສຳເລັດເປັນຢ່າງດີ.


