ສະຫາຍ ບຸນທອງ ຈິດມະນີ ກຳມະ ການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາ ທິການສູນກາງພັກ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ເນັ້ນໃຫ້ກະຊວງກະສິກໍາ ແລະ ປ່າໄມ້ (ກະຊວງ ກປ) ເອົາໃຈໃສ່ກໍາແໜ້ນອັນລວມ ແລະ ລົງເລິກຂະແໜງການຂອງຕົນ ໃນບັນດາເນື້ອໃນສຳຄັນຂອງບັນດາເອກະສານທີ່ສຳຄັນຂອງພັກ, ຂອງລັດ ແລະ ຂອງກະຊວງກະສິກຳເອງ ເພື່ອໃຫ້ມີການຫັນປ່ຽນທີ່ແຂງແຮງເລິກເຊິ່ງ ແລະ ຮອບດ້ານໃນຂົງເຂດວຽກງານຂະແໜງ ກປ ແລະ ພັດທະນາຊົນນະບົດ ບັນລຸຕາມຄາດໝາຍທີ່ວາງໄວ້.
ໂອກາດເຂົ້າມີຄຳເຫັນຊີ້ນຳ ໃນການເຜີຍແຜ່ເຊື່ອມຊຶມ ມະຕິກອງປະຊຸມໃຫຍ່ຜູ້ແມນທົ່ວປະເທດ ຄັ້ງທີ XI ແລະ ມະຕິກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ກະຊວງ ກປ ຄັ້ງທີ ​VI ທີ່ໄດ້ຈັດຂຶ້ນໃນລະຫວ່າງວັນທີ 14 – 16 ກໍລະກົດ ນີ້ ທີ່ສະໂມສອນຂອງກະຊວງ ປກ, ສະຫາຍ ບຸນທອງ ຈິດມະນີ ໄດ້ເຂົ້າມີຄຳເຫັນ ໃນວັນທີ 16 ກໍລະກົດ ໂດຍໄດ້ເນັ້ນໃຫ້ກະ ຊວງ ປກ ຕ້ອງກໍາແໜ້ນບັນດາເນື້ອໃນສຳຄັນຂອງລາຍງານການເມືອງ ໃນກອງປະຊຸມໃຫຍ່ຄັ້ງທີ XI ດັ່ງນີ້: ພາກຕີລາຄາ ແມ່ນໃຫ້ກຳແໜ້ນ 8 ຜົນສໍາເລັດ; ກໍາແໜ້ນ ແລະ ໄຈ້ແຍກໃຫ້ເລິກເຊິ່ງ 6 ຈຸດອ່ອນ – ຂໍ້ຄົງຄ້າງ; ພ້ອມທັງໃຫ້ເອກະພາບກັບ 4 ສາເຫດ ທີ່ພາໃຫ້ອ່ອນ-ຄົງຄ້າງ; ກຳໃຫ້ໄດ້ການປະເມີນຄືນ ການສ້າງເງື່ອນໄຂປະຖົມປັດໄຈ ເພື່ອກ້າວຂຶ້ນສັງຄົມນິຍົມ; ກຳແໜ້ນ 4 ບົດຮຽນໃຫຍ່ ຈາກການເຄື່ອນໄຫວນໍາພາຜ່ານມາຂອງພັກ ປປລາວ. ພາກທິດທາງຕໍ່ໄປ ແມ່ນໃຫ້ກຳ ແໜ້ນ 4 ທິດທາງພື້ນຖານ ໃນການຖືເອົາວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເປັນໜ້າທີ່ພື້ນຖານ ແລະ ຕ້ອງປະຕິບັດຢ່າງເປັນປະຈຳ, ການພັດທະນາເສດຖະກິດ ລວມທັງການແກ້ໄຂຄວາມຫຍຸ້ງຍາກດ້ານການເງິນ ແລະ ບັນຫາໜີ້ສິນ ເປັນໜ້າທີ່ໃຈກາງ, ການພັດທະນາຊັບພະຍາກອນມະນຸດ ແລະ ສະໜອງແຮງງານມີສີມື ໃຫ້ແກ່ບັນດາໂຄງການພັດທະນາໃນຂົງເຂດຕ່າງໆ ເປັນໜ້າທີ່ແຖວໜ້າ ແລະ ການປັບປຸງຄຸນນະພາບຂອງວຽກງານພັກ-ພະນັກງານ ເປັນອັນຕັດສິນ; ເຊື່ອມຊຶມ – ກໍາແໜ້ນທັດສະນະພື້ນຖານ ແລະ ການເລັ່ງທວງໃນການບູລະນະລະບອບປະຊາທິປະໄຕ ປະຊາ ຊົນລາວ ມີ 5 ຂໍ້ສຳຄັນ; ພ້ອມທັງກໍາແໜ້ນ 5 ຂໍ້ສຳຄັນ ຂອງທິດທາງລວມຮອດປີ 2025 ແລະ ບັນດາວຽກຈຸດສຸມທີ່ຕ້ອງຜັນຂະຫາຍ ປະຕິບັດຕົວຈິງ.
ສຳລັບແຜນພັດທະນາເສດຖະກິດ- ສັງຄົມ 5 ປີ ຄັ້ງທີ IX ທີ່ໄດ້ກໍານົດ 6 ເປົ້າໝາຍນັ້ນ, ສະຫາຍ ບຸນທອງ ຈິດມະນີ ກໍໄດ້ເນັ້ນໃຫ້ກະຊວງ ປກ ພ້ອມກັນເບິ່ງລະອຽດ ໂດຍສະເພາະແມ່ນບັນດາຄາດໝາຍ ແລະ ແຜນງານທີ່ກ່ຽວກັບຂະແໜງການຕົນ ເປັນຕົ້ນແມ່ນແຜນງານຄໍ້າປະກັນສະບຽງອາຫານ ແລະ ຜະລິດເປັນສິນຄ້າ ເພື່ອຊົມໃຊ້ພາຍໃນ ແລະ ສົ່ງອອກ (10 ໂຄງການ) ແລະ ແຜນງານພັດທະນາຊັບພະຍາກອນມະນຸດໃນຂະແໜງກະສິກຳ-ປ້າໄມ້ ແລະ ພັດທະນາຊົນນະບົດ (5 ໂຄງການ).
ສະຫາຍ ບຸນທອງ ຈິດມະນີ ຍັງໄດ້ເນັ້ນໃຫ້ ກະຊວງ ກປ ເອົາໃຈໃສ່ກໍາແໜ້ນບັນດາເນື້ອໃນທີ່ສຳຄັນ ໃນກົດລະບຽບພັກ ສະໄໝທີ XI ຂອງພັກ ທີ່ປະກອບມີ 15 ໝວດ, 64 ມາດຕາ, ເພີ່ມ 1 ໝວດ, 7 ມາດຕາ ໂດຍສະເພາະໝວດທີ 1 ມີ 8 ມາດຕາ ໃຫ້ເອົາໃຈໃສ່ມາດຕາທີ 1-4; ໝວດທີ V ມີ 5 ມາດຕາ ເອົາໃຈໃສ່ ມາດຕາທີ 25 ແລະ ມາດຕາທີ 29; ໝວດທີ VI ມີ 4 ມາດຕາ ໃຫ້ເອົາໃຈໃສ່ມາດຕາທີ 33; ໝວດທີ VII ມີ 3 ມາດຕາ ໃຫ້ເອົາໃຈໃສ່ ການຄຸ້ມຄອງພະນັກງານ, ມາດຕະຖານຂອງພະນັກງານນຳພາ- ຄຸ້ມຄອງ ແລະ ຕຳແໜ່ງຂອງພະນັກງານ; ນອກນີ້, ຍັງໃຫ້ເອົາໃຈໃສ່ໝວດທີ VIII, IX, X ແລະ ໝວດທີ XI.
ບັນດາເນື້ອໃນຕົ້ນຕໍ ທີ່ສະຫາຍ ບຸນທອງ ຈິດມະນີ ໄດ້ເນັ້ນກະຊວງ ປກ ກໍາແໜ້ນນັ້ນ ກໍເພື່ອໃຫ້ຈັດຕັ້ງຜັນຂະຫາຍ ໂດຍສຸມໃສ່ການຫັນເຂົ້າສູ່ການແກ້ໄຂບັນຫາຕົວຈິງທີ່ເລັ່ງທວງໃນສະເພາະໜ້າ, ທັງສ້າງພື້ນຖານອັນໜັກແໜ້ນ ໃຫ້ແກ່ການພັດທະນາຕາມທິດຍືນຍົງ; ຕ້ອງສົມທົບແໜ້ນລະຫວ່າງການເຊີດຊູບົດບາດນໍາພາ ແລະ ເສີມຂະຫຍາຍສະຕິເປັນເຈົ້າ, ຫົວຄິດປະດິດສ້າງຂອງການຈັດຕັ້ງພັກທຸກຂັ້ນ ແລະ ຜູ້ເປັນຫົວໜ້າຢູ່ແຕ່ລະບ່ອນ; ຕ້ອງເພີ່ມທະວີຄວາມເຂັ້ມແຂງ ແລະ ເຂັ້ມງວດໃນການຄຸ້ມຄອງພັກ; ສືບຕໍ່ສ້າງການຫັນປ່ຽນດ້ານແນວຄິດ – ຈິນຕະນາການ ຢ່າງແຂງແຮງ, ປັບປຸງ, ຍົກສູງຫຼັກໝັ້ນການເມືອງ, ນໍ້າໃຈເສຍສະຫຼະ ແລະ ຢຶດໝັ້ນອຸດົມການປະຕິວັດ; ສ້າງຄວາມເປັນເອກະພາບ ແລະ ຄວາມຕັດສິນໃຈສູງແຕ່ຫົວທີ, ເສີມຂະຫຍາຍສະຕິປັນຍາ, ຫົວຄິດປະດິດສ້າງ, ສ້າງຄວາມເຂົ້າໃຈ, ຮັບຮູ້ກ່ຽວກັບການສ້າງການຫັນປ່ຽນໃໝ່. ພ້ອມກັນນັ້ນ, ໃຫ້ເນັ້ນໜັກການຈັດຕັ້ງຜັນຂະຫຍາຍຜົນສໍາເລັດຂອງກອງປະຊຸມຄົບ ຄະນະສະໄໝວິສາມັນ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI, ຫັນວາລະແຫ່ງຊາດທີ່ ຕິດພັນກັບໜ້າທີ່ການເມືອງຂອງຂະແໜງການຕົນເປັນອັນລະອຽດ, ແກ້ໄຂບັນຫາຕົວຈິງ, ສ່ອງແສງໃຫ້ເຫັນຄວາມຮັບ ຜິດຊອບຂອງແຕ່ລະກົມກອງ ໂດຍສະເພາະແມ່ນແຜນງານວຽກຈຸດສຸມ ໃນການສົ່ງເສີມການຜະລິດ ແລະ ການບໍລິການ ເພື່ອທົດແທນການນໍາເຂົ້າ ແລະ ສົ່ງອອກເປັນສິນຄ້າ ເພື່ອປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ – ການເງິນຂອງປະເທດ.
ທັງໝົດນັ້ນ, ກໍແມ່ນເພື່ອເປັນບ່ອນອີງໃຫ້ບັນດາສະຫາຍຄະນະພັກກະຊວງ ກປ ໃນການຈັດຕັ້ງຜັນຂະຫຍາຍ ໃຫ້ເປັນແຜນເຄື່ອນໄຫວລະອຽດຂອງຕົນ ຕິດພັນກັບໂຄງການດໍາເນີນງານຂອງຄະນະ ບໍລິຫານງານພັກກະຊວງ ໂດຍເລີ່ມຈາກທ່າແຮງ, ຄວາມສາມາດບົ່ມຊ້ອນ, ກໍາລັງ, ບົດຮຽນປະສົບການ, ຜົນສໍາເລັດທີ່ມີ ແລະ ເລີ່ມຈາກການເລັ່ງທວງທີ່ເຮົາຕ້ອງແກ້, ຕ້ອງປັບປຸງ; ສົ່ງເສີມ ແລະ ພັດທະ ນາຊັບພະຍາກອນມະນຸດໃນຂະແໜງກະສິກໍາ – ປ່າໄມ້ ແລະ ພັດທະນາຊົນນະບົດໃຫ້ມີທັງປະລິມານ ແລະ ຄຸນນະພາບ; ຍູ້ແຮງຕື່ມການຈັດຕັ້ງການຜະລິດໃນຂະ ແໜງ ປູກ – ລ້ຽງ ໃຫ້ກົມກຽວກັນ ລະ ຫວ່າງພາກລັດ, ນັກວິຊາການ – ເຕັກນິກ, ຜູ້ປະກອບການ, ຄອບຄົວ ແລະ ກຸ່ມການຜະລິດຂອງປະຊາຊົນ ໂດຍຕິດພັນກັບການພັດທະນາເຂດແຄ້ວນ ແລະ ການພັດທະນາຊົນນະບົດ ໃນທົ່ວປະເທດ; ເບິ່ງໃຫ້ເຫັນວ່າ ຄວນເສີມຂະຫຍາຍອັນໃດ, ອັນໃດເປັນບັນຫາເຄັ່ງຮ້ອນຮີບດ່ວນ ບົນຈິດໃຈສ້າງໃຫ້ມີການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານໃນຂົງເຂດວຽກງານຂອງຂະແໜງກະສິກໍາ – ປ່າໄມ້ ແລະ ພັດທະນາຊົນນະບົດ ບັນລຸຕາມຄາດໝາຍທີ່ວາງໄວ້.
(ຂ່າວ:ສຸກສະຫວັນ, ພາບ:ສຳນານ)
Loading...