ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຈັດກອງປະຊຸມວິທະຍາສາດ ການແຕ່ງກາຍຊຸດປະຈຳຊາດ ສປປ ລາວ ເພື່ອຄົ້ນຄວ້າກຳນົດເຄື່ອງນຸ່ງຊຸດປະຈຳຊາດ ໂດຍການເປັນປະທານຂອງ ທ່ານ ນາງ ສວນສະຫວັນ ວິຍາເກດ ກຳມະການສູນກາງພັກ, ລັດ ຖະມົນຕີກະຊວງຖະແຫລງຂ່າວ, ວັດທະ ນະທຳ ແບະ ທ່ອງທ່ຽວ, ມີບັນດາທ່ານອາດີດຮອງລັດຖະ ມົນຕີ ຖວທ, ພະນັກງານອາວຸໂສ ກະຊວງ ຖວທ ແລະ ສະມາຄົມຫັດຖະກຳລາວ, ພ້ອມດ້ວຍແຂກທີ່ຖືກເຊີນ ເຂົ້າຮ່ວມ.
ທ່ານ ນາງ ສວນສະຫວັນ ວິຍາເກດ ໄດ້ກ່າວວ່າ: ກອງປະຊຸມຂອງພວກເຮົາໃນຄັ້ງນີ້, ໄດ້ຈັດຂຶ້ນໂດຍມີຈຸດປະສົງ ເພື່ອຄົ້ນຄວ້າກຳນົດເຄື່ອງນຸ່ງຊຸດປະຈຳຊາດ ໂດຍອີງຕາມແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 498/ຫສນຍ, ເລື່ອງຈັດຕັ້ງຜັນຂະຫຍາຍທິດຊີ້ນຳຂອງກອງປະຊຸມກົມການເມືອງສູນກາງພັກ ຮ່ວມກັບເລຂາ ທິການສູນກາງພັກຄັ້ງວັນທີ 12 ພຶດສະ ພາ 2021. ມອບໃຫ້ກະຊວງ ຖວທ ຄົ້ນຄວ້າຢ່າງລະອຽດຮອບດ້ານ ແລະ ໃຫ້ມີການສຳມະນາວິທະ ຍາສາດ ທາບທາມຄຳເຫັນຈາກພາກສ່ວນຕ່າງໆ ຢ່າງກວ້າງ ຂວາງ. ເພື່ອສຶກສາຂໍ້ມູນ ຮູບແບບເຄື່ອງ ນຸ່ງຫົ່ມຊຸດປະຈຳຊາດຂອງຄົນລາວໂດຍພື້ນຖານ, ໂດຍອີງໃສ່ຂໍ້ກຳນົດຊຸດເຄື່ອງ ນຸ່ງສຳລັບທ່ານ ຊາຍ-ຍິງ ໃນການເຄື່ອນໄຫວງຽກງານການຕ່າງປະເທດ, ອີງຕາມຫລັກຖານທີ່ພວກເຮົາເຫັນການອອກແບບ, ການຕັດຫຍິບເຄື່ອງ ແລະ ຕາມການນິຍົມຊົມຊອບນຸ່ງຖືເຄື່ອງເຂົ້າຮ່ວມງານ ຫລື ພິທີການຕ່າງໆ ຂອງປະຊາຊົນລາວບັນດາເຜົ່າ ທີ່ໄດ້ສືບທອດຕໍ່ກັນມາຫລາຍຮຸ່ນຄົນຈົນຮອດປັດຈຸບັນ, ເພື່ອມາເປັນແບບ ຫລື ເປັນຂໍ້ມູນນຳສະເໜີ ບັນດາທ່ານຜູ້ຊົງຄຸນວຸດທິທັງຫລາຍໄດ້ຄົ້ນຄວ້າ, ຊີ້ນຳເພີ່ມຕື່ມທາງດ້ານເນື້ອໃນ, ຮູບແບບ ແລະ ໃຫ້ມີທິດສະດີ ເພື່ອເປັນບ່ອນອີງໃນຄວາມເປັນເອກະພາບໃນກອງປະຊຸມຄັ້ງນີ້.
ຊຸດປະຈໍາຊາດ ສປປ ລາວ ແມ່ນເຄື່ອງນຸ່ງ, ແຕ່ງກາຍສຳລັບທ່ານ ຍິງ-ທ່ານ ຊາຍ ທີ່ນຸ່ງຫົ່ມ ສວມໃສ່ຮ່າງກາຍ ລວມເຂົ້າກັນເປັນເອກະລັກໜຶ່ງດຽວ ສ່ອງແສງໃຫ້ເຫັນເຖິງຄຸນຄ່າວັດທະນະທຳທາງດ້ານພູມປັນຍາ, ດ້ານການປະດິດຄິດສ້າງເຄື່ອງນຸ່ງຫົ່ມ, ເຄື່ອງປະດັບ, ຊຶ່ງນິຍົມນຳໃຊ້ເຂົ້າໃນການແຕ່ງກາຍສືບທອດຕໍ່ກັນມາ. ພ້ອມທັງເສີມຂະຫຍາຍຄຸນຄ່າຂອງການແຕ່ງກາຍ ທີ່ຢູ່ຄ່ຽງຄູ່ກັບປວງຊົນລາວ ມາແຕ່ອະດີດຈົນເຖິງປັດຈຸບັນ.
ຂ່າວ: ສຸກສະຫວັດ ສົມສະໜິດ
ພາບ: ຂັນໄຊ