ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ກະຊວງ ຖວທ ໄດ້ຈັດ ກອງປະ ຊຸມກ່ຽວກັບການປ້ອງກັນການຄ້າມະນຸດສຳລັບສື່ມວນຊົນ,ວັດ ທະນະທຳ ແລະ ຄຸ້ມຄອງການທ່ອງ ທ່ຽວໃນຕອນເຊົ້າຂອງວັນທີ 23 ກຸມພາ 2022 ຢູ່ທີ່ໂຮງແຮມເອລະວັນ ນະຄອນປາກເຊ.ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ອຸ່ນທວງ ຂາວພັນ ຮອງລັດຖະ ມົນຕີກະຊວງຖະແຫຼງຂ່າວ, ວັດ ທະນະທຳ ແລະ ທ່ອງທ່ຽວ,ມີຫົວໜ້າ ແລະ ຄະນະຈາກກົມສື່ມວນຊົນ,ຫົວໜ້າໂຄງການຫຼຸດຜ່ອນຄວາມສ່ຽງຈາກການຄ້າມະນຸດ,ອົງການວິນຣອກສາ ກົນ, ມີບັນດາທ່ານຄະນະພະແນກ ຖະແຫຼງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວຈາກ 4 ແຂວງເປົ້າ ໝາຍຄື ນະຄອນຫຼວງ,ສະຫວັນນະເຂດ,ສາລະວັນ ແລະ ຈຳປາ ສັກ ພ້ອມດ້ວຍສື່ມວນຊົນຂອງແຕ່ລະແຂວງ ພະແນກການ ແລະ ນະຄອນ ,ເມືອງ,ຜູ້ປະສານງານໂຄງການ ແລະ ວິທະຍາກອນຈາກສູນກາງເຂົ້າຮ່ວມ.
ທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ,ວັດທະນະທຳ ແລະ ທ່ອງ ທ່ຽວໄດ້ກ່າວໄຂກອງປະຊຸມຢ່າງເປັນທາງການ,ເຊິ່ງທ່ານກ່າວວ່າ ຍ້ອນເຫັນໄດ້ເຖິງຜົນກະທົບກ່ຽວ ກັບການຄ້າມະນຸດ ພັກ- ລັດຖະ ບານ ຈຶ່ງໄດ້ເອົາໃຈໃສ່ຊີ້ນຳຢ່າງໃກ້ຊິດຕິດແທດໃນການຈັດຕັ້ງປະຕິ ບັດວຽກງານນີ້ຢ່າງກວ້າງຂວ່າງເຂົ້າສູ່ໃນຂະແໜງການຕ່າງໆ ທີ່ກ່ຽວຂ້ອງ ໂດຍສະເພາະ ແມ່ນຂົງເຂດວຽກງານຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຕ້ອງໄດ້ເຮັດໜ້າທີ່ ບຳລຸງສ້າງບຸກຄະລາກອນໃນຂະແໜງການຂອງຕົນທັງສູນກາງ ແລະ ທ້ອງຖິ່ນ ເພື່ອເປັນກະບອກສຽງ ໃນ ການໂຄສະນາເຜີຍແຜ່, ອອກຂ່າວ ແລະ ປູກຈິດສຳນຶກໃນທົ່ວສັງຄົມ ໃຫ້ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ ບົນ ພື້ນຖານປະສານສົມທົບຮ່ວມມືກັບທຸກພາກສ່ວນທັງພາກລັດ, ເອກະຊົນ ແລະ ອົງການຈັດຕັ້ງສາກົນຂັ້ນ ຕ່າງໆທີ່ກ່ຽວຂ້ອງ ເພື່ອນຳເອົາແນວທາງນະໂຍບາຍຕໍ່ກັບການສະກັດກັ້ນການຄ້າມະນຸດຫັນລົງສູ່ຊຸມຊົນ ທ້ອງຖິ່ນ ເພື່ອເຮັດໃຫ້ປະຊາຊົນລາວບັນດາເຜົ່າຕ້ອງມີສະຕິລະວັງຕົວຕໍ່ກັບເລ່ລ່ຽມກົນອຸບາຍຂອງພວກຂະບວນການຄ້າມະນຸດທັງພາຍ ໃນ ແລະ ຕ່າງປະເທດ ຂ້າພະເຈົ້າຕີລາຄາວ່າການຈັດຝຶກອົບຮົມໃນຄັ້ງນີ້ ໃຫ້ນັກສຳມະນາກອນທັງສູນກາງ ແລະ ທ້ອງຖິ່ນ ກໍ່ຄືແຂວງ ແລະ ເມືອງເປົ້າໝາຍ ຈະໄດ້ຮຽນຮູ້ ແລະ ເພີ້ມທັກສະຄວາມຮູ້ຄວາມສາມາດໃນຮູບແບບໃໝ່ໆ ເພື່ອນຳເອົາບົດຮຽນເຫຼົ່ານັ້ນໝູນໃຊ້ເຂົ້າໃນການ ເຄື່ອນໄຫວວຽກງານຂອງຕົນປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການແກ້ໄຂບັນຫາປະກົດການຫຍໍ້ທໍ້ດັ່ງ ກ່າວ ໃຫ້ນັບມື້ນັບໝົດໄປໃນທົ່ວສັງຄົມລາວ.
ໃນກອງປະຊຸມຜູ້ເຂົ້າຮ່ວມແມ່ນໄດ້ຮຽນຮູ້ 7 ຫົວຂ້ຫຼັກຂອງໂຄງການ ຄື: ການສະເໜີຄວາມເປັນມາຂອງໂຄງການຫຼຸດຜ່ອນຄວາມສ່ຽງຈາກການຄ້າມະ ນຸດ, ການເຄື່ອນຍ້າຍແຮງງານ,ສາເຫດຂອງການເຄື່ອນຍ້າຍແຮງງານແລະການສົ່ງເສີມການເຄື່ອນຍ້າຍແຮງງານແບບປອດໄພ,ການຄ້າມະນຸດ,ການປ້ອງກັນ,ປົກປ້ອງ ແລະ ການຊ່ວຍເຫຼືອຜູ້ເຄາະຮ້າຍ,ນິຕິກຳທີ່ກ່ຽວຂ້ອງກັບການແຕ່ງງານລະຫວ່າງພົນລະເມືອງລາວກັບຄົນຕ່າງປະເທດ ແລະ ການດຳເນີນຄະດີກ່ຽວກັບການແຕ່ງດອງແອບແຝງ,ບົດບາດຂອງສື່ໃນການໃຫ້ຂໍ້ມູນຂາວສານ, ວິທີການໂຄສະນາ,ເຜີຍແຜ່,ປູກຈິດສຳນຶກ,ຈັນຍາບັນຂອງນັກຂ່າວ ແລະ ການອອກຂ່າວກ່ຽວ ກັບການຄ້າມະນຸດ,ການຂູດຮີດທາງເພດເດັກແມ່ນຫຍັງແລະການປ້ອງກັນການທ່ອງທ່ຽວທາງເພດເດັກໃນສະຖານທ່ອງ ທ່ຽວ , ດຳລັດວ່າດ້ວຍການຖືພາ,ການຫຼຸລູກ ແລະ ມາດຕະການການລົງໂທດ ແລະ ສື່ລາມົກທີ່ກ່ຽວ ກັບການຄ້າມະນຸດ ແລະ ມາດຕະການລົງໂທດ ໂດຍແມ່ນວິທະຍາກອນຈາກສູນກາງເປັນຜູ້ສະເໜີ ມີການຖາມຕອບໃນແຕ່ລະຫົວຂໍ້ເພື່ອແນໄສ່ໃຫ້ໄດ້ພ້ອມກັນໂຄສະ ນາວຽກງານດັ່ງກ່າວໃຫ້ມີປະສິດທິຜົນ.
ໂຄງການລຸດຜ່ອນຄວາມສ່ຽງຈາກຕ້ານການຄ້າມະນຸດ ອົງວິນຮອກສາກົນ ທີ່ໄດ້ໃຫ້ທຶນສະໜັບ ສະໜູນຈັດຝຶກອົບຮົມໃນຄັ້ງນີ້ ໂດຍມີການປະສານສົມທົບຢ່າງສະໜິດແໜ້ນກັບກະຊວງຖະ ແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ກໍ່ຄືຫ້ອງການກະຊວງ ຖວທ ເປັນເຈົ້າການຈັດຕັ້ງປະຕິ ບັດແຜນໂຄງການດັ່ງກ່າວທີ່ໄດ້ກໍານົດໄວ້, ໃນການຈັດຝຶກອົບຮົມແມ່ນຈະດໍາເນີນເປັນເວລາ 2 ຈິ່ງຈະສຳເລັດ.
ຂຽນ: ປະພິດ ສີສົມບູນ