ON AIR

ຟັງວິທະຍຸ FM103.7Mhz ອອນລາຍ
Listen to Radio FM103.7Mhz Online

ກະຊວງ ຖວທ ຈັດກອງປະຊຸມສໍາມະນາວິທະຍາສາດ ເສີມຂະຫຍາຍຄຸນຄ່າສຽງແຄນເຊື້ອຊາດລາວ ມໍລະດົກລາວ-ມໍລະດົກໂລກ

ໃນຕອນເຊົ້າວັນທີ 11 ຕຸລາ 2019 ທີ່ຫໍວັດທະນະໍາແຫ່ງຊາດ ນະຄອນຫລວງວຽງຈັນ, ກະຊວງຖະແຫລງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ຈັດກອງປະຊຸມສໍາມະນາວິທະຍາສາດ ໃນຫົວຂໍ້ “ເສີມຂະຫຍາຍຄຸນຄ່າສຽງແຄນເຊື້ອຊາດລາວ ມໍລະດົກລາວ-ມໍລະດົກໂລກ” ໂດຍການເປັນປະທານຂອງທ່ານ ສຈ ປອ ບໍ່ແສງຄໍາ ວົງດາລາ, ລັດຖະມົນຕີກະຊວງ ຖວທ. ເຂົ້້າຮ່ວມກອງປະຊຸມໃນຄັ້ງນີ້ມີ ທ່ານບົວເງິນ ຊາພູວົງ, ສິລະປິນແຫ່ງຊາດ, ຮອງລັດຖະມົນຕີກະຊວງ ຖວທ ພ້ອມດ້ວຍບັນດາສິລະປິນແຫ່ງຊາດ, ຫົວໜ້າ ແລະ ຮອງຫົວໜ້າກົມຕ່າງໆ, ບັນດາຕົວແທນພາກລັດ ແລະເອກະຊົນ, ສະມາຄົມສີລະປະ-ວັດທະນະທຳຕ່າງໆ ແລະ ນັກຮຽນນັກສຶກສາຈໍານວນຫລວງຫລາຍ.

ໃນກອງປະຊຸມ, ທ່ານ ສຈ ປອ ບໍ່ແສງຄໍາ ວົງດາລາ, ລັດຖະມົນຕີກະຊວງ ຖວທ ໄດ້ຂຶ້ນກ່າວໄຂກອງປະຊຸມ ຢ່າງເປັນທາງການ, ໂດຍທ່ານໄດ້ຍົກໃຫ້ເຫັນສຽງແຄນລາວເປັນມໍລະດົກອັນລໍ້າຄ່າຂອງປວງຊົນລາວມາແຕ່ບູຮານນະການ; ສຽງແຄນໄດ້ຕິດແໜ້ນກັບການດໍາລົງຊີວິດຂອງຄົນເຊື້ອຊາດລາວທຸກພາກ ແລະ ທຸກເຂດທັງພາຍໃນ ແລະ ຕ່າງປະເທດ ຈົນເຄີຍມີຄໍາເວົ້າສືບທອດກັນມາວ່າ ຢູ່ບ່ອນໃດມີສຽງແຄນ ຢູ່ບ່ອນນັ້ນແມ່ນມີຄົນລາວ. ນອກຈາກນັ້ນໃນຍຸກແຫ່ງການເຊື່ອມໂຍງກັບສາກົນ ຫລື ຍຸກໂລກາພິວັດນີ້ ສຽງແຄນລາວຍັງໄດ້ຮັບຄວາມສົນໃຈ ແລະ ນິຍົມຊົມຊອບຈາກເພື່ອນມິດຊາວຕ່າງປະເທດຫລາຍສົມຄວນ; ດັ່ງນັ້ນ ເພື່ອປະຕິບັດຕາມທິດທາງຂອງພັກ ແລະ ລັດເຮົາຕໍ່ວຽກງານວັດທະນະທໍາໃນໄລຍະໃໝ່ນີ້ ໂດຍສະເພາະ ແມ່ນການສືບຕໍ່ເສີມຂະຫຍາຍຜົນສໍາເລັດທີ່ສຽງແຄນລາວ ໄດ້ຖືກຮັບຮອງຈາກອົງການອຸຍເນສໂກ ໃຫ້ເປັນມໍລະດົກໂລກ ດ້ານນາມມະທໍາ ພ້ອມກັບທົ່ງໄຫຫີນ ທີ່ໄດ້ຮັບການຮັບຮອງຈາກອົງການອຸຍເນສໂກ ໃຫ້ເປັນມໍລະດົກໂລກ ທາງດ້ານຮູບປະທໍາ ໃນໄລຍະຕໍ່ມານັ້ນ, ຊຶ່ງໄດ້ນໍາເອົາຄວາມເອກອ້າງທະນົງໃຈ, ກຽດສັກສີອັນສູງສົ່ງມາໃຫ້ແກ່ຄົນລາວທັງພາຍໃນ ແລະ ຕ່າງປະເທດນັ້ນ, ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ຈຶ່ງໄດ້ພະຍາຍາມເອົາໃຈໃສ່ຄົ້ນຄວ້າການຟື້ນຟູອານຸລັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອວັດທະນະທໍາອັນດີງາມຂອງຊາດ-ຂອງບັນດາເຜົ່າໃຫ້ມີຄວາມຍືນຍົງ ຄຽງຄູ່ກັບຄົນລາວ ໂດຍຕ້ອງມີລັກສະນະຊາດ, ມະຫາຊົນ ແລະກ້າວໜ້າ ຕາມນະໂຍບາຍຂອງພັກ ແລະ ລັດເຮົາໄດ້ກຳນົດໄວ້.

ຈາກນັ້ນ, ທ່ານບົວເງິນ ຊາພູວົງ, ສິລະປິນແຫ່ງຊາດ, ຮອງລັດຖະມົນຕີກະຊວງ ຖວທ ໄດ້ຂຶ້ນມີຄຳເຫັນ ໂດຍທ່ານໄດ້ກ່າວວ່າ: ແຄນແມ່ນການເອົາສຽງດົນຕຣີສຽງຕໍ່າ-ສຽງກາງ-ສຽງສູງ ມາລວມເຂົ້າກັນເປັນໜຶ່ງດຽວ ດ້ວຍການປະດິດສ້າງເຕົ້າແຄນ ດ້ວຍໄມ້ແຄນໄມ້ດູ່ ເຮັດລີ້ນດ້ວຍເງິນ ແລະ ທອງປະສົມກັບຂີ້ສູດໃສ່ຮູແຄນ; ຈາກນັ້ນສຽງແຄນຈຶ່ງຄ່ອຍໆມີຄວາມທັນສະໄໝ ແລະ ອຸດົມສົມບູນດ້ວຍສຽງປະສານຂຶ້ນຕາມແຕ່ລະຍຸກສະ ໄໝ, ຊຶ່ງມາເຖິງປະຈຸບັນ ເພີ່ນກໍ່ໄດ້ແບ່ງແຄນເປັນແຄນສີ່, ແຄນຫ້າ, ແຄນຫົກ, ແຄນເຈັດ ແລະ ແຄນແປດ; ໂດຍປະເພດແຄນເຈັດ ແລະ ແຄນແປດ ແມ່ນສາມາດເປົ່າເຂົ້າກັບວົງດົນຕີສາກົນປະເພດຕ່າງໆໄດ້ຢ່າງສະບາຍ. ນອກຈາກນັ້ນ, ແຄນຍັງສາມາດເປົ່າດ່ຽວ, ເປົ່າຄູ່, ເປົ່າລວມໝູ່, ເປົ່າໃຫ້ຮ້ອງເພງ, ເປົ່າໃຫ້ຟ້ອນ ແລະ ເປົ່າໃຫ້ຂັບລຳໄດ້ອີກ, ເຊັ່ນ: ຂັບຊຳເໜືອ-ຂັບໄທແດງ-ຂັບໄທດຳ-ຂັບຊຽງແຂວງ-ຂັບງື່ມ-ຂັບເມີ້ຍ-ຂັບມະຫາໄຊ-ລຳຜູ້ໄທ-ລຳຕັ່ງຫວາຍ-ລຳຄອນສະຫວັນ-ລຳບ້ານຊອກ, ລຳໂສມ, ລຳສີພັນດອນ, ລຳສາລະວັນ, ລຳທາງສັ້ນ, ລໍາລ່ອງ, ລໍາເຕີ້ຍ, ລໍາເພີນ, ລໍາເດີນ ແລະ ອື່ນໆ. ໃນແຕ່ລະຍຸກສະໄໝຜ່ານມາ ກໍ່ໄດ້ມີບັນດານັກປາດ ແລະ ອາຈານທັງພາຍໃນ ແລະ ຕ່າງປະເທດ ຫຼາຍຕໍ່ຫຼາຍທ່ານໄດ້ທຸ້ມເທເຫື່ອແຮງ, ສະຕິປັນຍາ ເວລາ ແລະ ທຶນຮອນເຂົ້າໃນການຄົ້ນຄວ້າປະຫວັດທີ່ມາຄວາມມີສະເໜ່ ແລະ ຄວາມອອນຊອນແບບໜຶ່ງບໍ່ມີສອງຂອງແຄນ; ຫຼາຍທ່ານກໍ່ໄດ້ຂຽນເປັນຕຳລາຮຽນ, ແລະ ຂຽນປື້ມເພື່ອການຄົ້ນຄວ້າ ຈົນມີນັກວິຊາການຫຼາຍຄົນສາມາດຂຽນບົດວິທະຍານິພົນ ເພື່ອປ້ອງກັນເອົາວຸດທິການສຶກສາຂັ້ນຕ່າງໆຈົນເຖິງຂັ້ນປະລິນຍາເອກ. ແຄນໄດ້ກາຍເປັນດົນຕີຊະນິດໜຶ່ງທີ່ຕິດພັນຢູ່ກັບວິຖີຊີວິດຂອງປະຊາຊົນລາວບັນດາເຜົ່າ ຢູ່ຕາມພາກເໜືອ, ພາກກາງ ແລະ ພາກໃຕ້ຂອງປະເທດເຮົາ; ນອກຈາກນີ້ ກໍ່ຍັງມີແຄນເຜົ່າມົ້ງ-ເຜົ່າຂະມຸ-ແຄນໄຕດຳ, ແຄນໝາກນໍ້າເຕົ້າຂອງເຜົ່າຕະໂອຍ, ເຜົ່າອາລັກຢູ່ທາງພາກໃຕ້. ຄ່ຽງຄູ່ກັນນັ້ນ, ແຄນກໍ່ຍັງມີຢູ່ຫຼາຍປະເທດຕື່ມອີກ, ໂດຍສະເພາະ ຢູ່ທາງພາກອີສານຂອງໄທ, ຢູ່ພາກຕາເວັນຕົກສ່ຽງເໜືອຂອງ ສສ ຫວຽດນາມ, ຢູ່ພາກເໜືອຂອງປະເທດກຳປູເຈຍ, ຢູ່ພາກໃຕ້ຂອງຈີນ ແລະ ຢູ່ພາກຕາເວັນອອກສຽງເໜືອຂອງປະເທດມຽນມາ, ເປັນຕົ້ນ. ກອງປະຊຸມສໍາມະນາວິທະຍາສາດ ເສີມຂະຫຍາຍຄຸນຄ່າສຽງແຄນເຊື້ອຊາດລາວ ມໍລະດົກລາວ-ມໍລະດົກໂລກ ໄດ້ດໍາເນີນໄປເປັນເວລາ 1 ວັນເຕັມ, ໂດຍມີນັກວິຊາການດ້ານຕ່າງໆຂຶ້ນປະກອບຄໍາຄິດຄໍາເຫັນ ກ່ຽວກັບແຄນຈໍານວນ 14 ທ່ານ.

ພິທີມອບໃບຮັບຮອງສຽງແຄນລາວເປັນມໍລະດົກດ້ານວັດທະນະທໍານາມມະທໍາ ເປັນມໍລະດົກໂລກ ໄດ້ຖືກຈັດຂຶ້ນທີ່ສໍານັກງານໃຫ່ຍອົງການອຸຍເນສໂກ, ປະຈໍານະຄອນຫລວງປາຣີ, ປະເທດຝລັ່ງ, ໃນວັນທີ 14 ມິນາ 2018. ປະຈຸບັນ ສປປລາວເຮົາ ພວມສະເໜີລາຍຂີດສິ້ນ ແລະ ລໍາວົງລາວໃຫ້ເປັນມໍລະດົກດ້ານວັດທະນະທໍານາມມະທໍາຂອງໂລກ ຕໍ່ອົງການອຸຍເນສໂກ ຕື່ມອີກ, ຊຶ່ງໃນປະຈຸບັນນີ້ ກໍ່ພວມຢູ່ໃນຂັ້ນຕອນການຄົ້ນຄ້ວາພິຈະລະນາ, ຊຶ່ງກໍ່ໄດ້ຮັບການແນະນໍາເປັນຢ່າງດີ ຈົນເກືອບຈະສໍາເລັດໝົດທຸກຂັ້ນຕອນແລ້ວ.