ໃນວັນທີ 16 ມິຖຸນາ 2021 ທີ່ກະຊວງ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ), ໄດ້ປະກາດການແຕ່ງຕັ້ງ ຕຳແໜ່ງບໍລິຫານປະເພດ 3 ຂັ້ນຮອງຫົວໜ້າກົມ ຂອງກຸ່ມເສນາ, ເຊິ່ງມີ ຫ້ອງການກະຊວງ, ກົມຈັດຕັ້ງ ແລະ ພະນັກງານ, ກົມກວດກາ, ກົມການເງິນ ແລະ ສະຖາບັນສື່ມວນຊົນວັດທະນະທຳ ແລະ ທ່ອງທ່ຽວ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ວັນສີ ກົ່ວມົ່ວ ຮອງລັດຖະ ມົນຕີ ກະຊວງຖະແຫລງຂ່າວ, ວັດທະ ນະທຳ ແລະ ທ່ອງທ່ຽວ, ພ້ອມດ້ວຍບັນດາຄະນະພັກກະຊວງ, ກຳມະ ການພັກກະຊວງ, ຫົວໜ້າກົມ ໃນກຸ່ມເສນາ ເຂົ້າຮ່ວມ.

ການປະກາດແຕ່ງຕັ້ງຄັ້ງນີ້, ໄດ້ຕົກລົງໃຫ້ ທ່ານ ສົມກຽດ ກິ່ງສັກດາ ຫົວໜ້າພະແນກອົງການ ຈັດຕັ້ງສາກົນ, ກົມແຜນການ ແລະ ການຮ່ວມມືສາກົນ ຂຶ້ນເປັນຮອງຫົວໜ້າຫ້ອງການ, ທ່ານ ແສງພະ ຈັນ ທອງພະໄຕສັກ ຫົວໜ້າພະແນກຄຸ້ມຄອງລັດຖະກອນ ກົມຈັດຕັ້ງ ແລະ ພະນັກງານ ຂຶ້ນເປັນຮອງຫົວໜ້າກົມຈັດ ຕັ້ງ ແລະ ພະນັກງານ, ທ່ານ ຄຸນສະຫວັດ ຈູມມະນີວົງ ຫົວໜ້າພະແນກກວດກາລັດ ກົມກວດກາ ຂຶ້ນເປັນຮອງຫົວໜ້າກົມກວດກາ, ທ່ານ ລັດອຸດອນ ສຸລິນທອງ ຫົວ ໜ້າພະແນກງົບປະມານ ກົມການເງິນ ຂຶ້ນເປັນຮອງຫົວໜ້າກົມການເງິນ, ທ່ານ ນາງ ຈວງມະນີ ຂັນຕິ ຫົວໜ້າພະ ແນກຕ້ານການສໍ້ລາດບັງຫລວງ ແລະ ຕິດ ຕາມແກ້ໄຂຜົນຂອງການກວດກາ ກົມກວດກາ ຂຶ້ນເປັນຮອງຫົວໜ້າກົມກວດກາ ແລະ ທ່ານ ບຸນທັນ ກົມມະທັນ ຫົວ ໜ້າພະ ແນກໃນຝຶກອົບຮົມສື່ມວນຊົນ ສະຖາບັນສື່ມວນຊົນ ວັດທະນະທຳ ແລະ ທ່ອງ ທ່ຽວ ຂຶ້ນເປັນຮອງຫົວໜ້າສະຖາ ບັນສື່ມວນຊົນ ວັດທະນະທຳ ແລະ ທ່ອງ ທ່ຽວ.
ໂອກາດດຽວກັນນີ້, ທ່ານ ວັນສີ ກົ່ວມົ່ວ ກໍໄດ້ໃຫ້ກຽດໂອ້ລົມຕໍ່ພິທີດັ່ງກ່າວ, ໂດຍທ່ານໄດ້ ສະ ແດງຄວາມຊົມເຊີຍ ຕໍ່ກັບຜູ້ທີ່ໄດ້ຮັບຕຳແໜ່ງ ທີ່ໄດ້ມີຜົນງານໃນການປະຕິບັດວຽກງານຂອງຕົນ ໃນໄລຍະຜ່ານມາ ດ້ວຍຄວາມເອົາໃຈໃສ່, ພັດທະນາຕົນ ເອງກໍຄືອົງກອນ ແລະ ສ້າງຄວາມເຊື່ອ ໝັ້ນພາຍໃນອົງກອນ ໃຫ້ໄດ້ຮັບຜົນສຳ ເລັດເປັນຢ່າງດີ. ເຖິງຢ່າງໃດກໍຕາມ, ໃນການຮັບໜ້າທີ່ໃໝ່ທີ່ໃຫຍ່ກວ່າເກົ່າ ແລະ ມີຄວາມຮັບຜິດຊອບທີ່ສູງຂຶ້ນ ທັງຮັບມືກັບສິ່ງທ້າທາຍໃນໄລຍະໃໝ່ນີ້.


ຂ້າພະເຈົ້າຂໍຝາກຄວາມຫວັງ ແລະ ຄວາມເຊື່ອໝັ້ນສູງທີ່ສຸດ ນຳບັນດາສະ ຫາຍ ຈົ່ງພ້ອມກັນສູ້ຊົນປະຕິບັດໜ້າວຽກງານຂອງຕົນ ອັນໃດທີ່ຍັງຄົງຄ້າງແມ່ນໃຫ້ພ້ອມກັນປັບປຸງແກ້ໄຂ ທັງຍົກລະດັບໃຫ້ມັນດີກວ່າເກົ່າ ແລະ ໃຫ້ສຳ ເລັດຜົນຢ່າງມີປະ ສິດທິພາບ.
ພ້ອມກັນນີ້, ຂໍເນັ້ນໃຫ້ບັນດາສະຫາຍ ຈົ່ງພ້ອມກັນກຳແໜ້ນຄຸນທາດການເມືອງ ສິນທຳປະຕິ ວັດ, ມີຄວາມສາມັກຄີປອງ ດອງທີ່ໜັກແໜ້ນ, ຢຶດໝັ້ນແບບແຜນວິທີເຮັດວຽກລວມສູນປະຊາທິປະໄຕ, ກຳ ແໜ້ນໃນພາລະບົດບາດ, ໜ້າທີ່ໃນຕຳ ແໜ່ງງານຂອງຕົນ ເພື່ອກຳນົດໄດ້ໜ້າທີ່ ແລະ ຂອບເຂດສິດໃຫ້ມັນສອດຄ່ອງ, ເອົາໃຈໃສ່ຝຶກຝົນຫລໍ່ຫລອມຕົນເອງ, ພັດທະນາຕົນເອງຢູ່ຕະຫລອດເວລາ ນຳພາໃນຂອບເຂດວຽກງານຂອງຕົນຮັບຜິດຊອບ ໃຫ້ປະສົບຜົນສຳເລັດຢ່າງມີປະສິດທິຜົນ.
ຂ່າວ: ມະນີທອນ
ພາບ: ຂັນໄຊ