ໃນວັນທີ 21 ທັນວາ 2021 ຢູ່ຫໍວັດທະນະທໍາແຫ່ງຊາດ, ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ(ຖວທ), ໄດ້ຈັດປາຖະກະຖາວັນສໍາຄັນຂອງຊາດ ຄື: ວັນຊາດ 2 ທັນ ວາ ຄົບຮອບ 46 ປີ (2 ທັນວາ 1975-2 ທັນວາ 2021), ວັນຄ້າຍວັນເກີດ ປະທານ ໄກ ສອນ ພົມວິຫານ ຄົບຮອບ 101 ປີ (13 ທັນວາ 1920-13 ທັນວາ 2021) ແລະ ຜົນສໍາເລັດການກໍ່ສ້າງທາງລົດໄຟລາວ-ຈີນ. ໂດຍການເປັນປະທານຂອງ ທ່ານ ນາງ ສວນສະຫວັນ ວິຍະເກດ ກໍາມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີ ກະຊວງແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ມີສະມາຊິກພັກ-ພະນັກງານຫລັກແຫລ່ງ ອ້ອມຂ້າງກະຊວງດັ່ງກ່າວ ເຂົ້າຮ່ວມ.

ທ່ານ ນາງ ສວນສະຫວັນ ວິຍະເກດ ໄດ້ຍົກໃຫ້ເຫັນວ່າ: 2 ທັນວາ ແມ່ນວັນທີ່ມີຄວາມໝາຍທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວ ແມ່ນວັນໄຊຊະນະອັນຍິ່ງໃຫຍ່ ໃນປະຫວັດສາດແຫ່ງການຕໍ່ ສູ້ເປັນພັນໆປີຂອງຊາດລາວເຮົາ, ແມ່ນວັນປະຊາຊົນບັນດາເຜົ່າ ມີອິດສະລະພາບ ແລະ ເປັນເຈົ້າປະ ເທດຊາດຢ່າງແທ້ຈິງ, ແມ່ນວັນທີ່ປະເທດລາວໄດ້ມີເອກະລາດຢ່າງສົມບູນ ແລະ ມີອະທິປະໄຕຢ່າງຄົບຖ້ວນ, ມີທີ່ຕັ້ງອັນສົມກຽດ ແລະ ມີຖານະທຽບເທົ່າກັບປະເທດອື່ນໆ ໃນເວທີປະຊາຄົມໂລກ ແລະ ຕະຫລອດ 46 ປີ ຜ່ານມາ, ສປປ ລາວ ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ, ລະບົບພື້ນຖານໂຄງລ່າງ ເປັນຕົ້ນແມ່ນ ຖະໜົນຫົນທາງ, ໄຟຟ້າ, ນໍ້າປະປາ ໄດ້ຮັບການປັບປຸງກໍ່ສ້າງໃຫ້ສະດວກດີ ນັບແຕ່ເໜືອຮອດໃຕ້, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່ານັບມື້ດີຂຶ້ນ, ການຜະລິດເປັນການສິນຄ້າຂອງປະຊາຊົນໄດ້ຂະຫຍາຍຕົວກວ້າງຂວາງ, ເສດຖະກິດຂອງປະເທດ ໄດ້ເຕີບໃຫຍ່ຂະຫຍາຍຕົວເປັນ ລໍາດັບ, ການພັດທະນາທາງດ້ານການສຶກສາ, ສາທາລະນະສຸກ ໄດ້ໄປຮອດໄປເຖິງປະຊາຊົນໃນເຂດຫ່າງໄກສອກຫລິກ ແລະ ການພັດທະນາໃນດ້ານອື່ນໆ ກໍໄດ້ມີການຫຍາຍຕົວເປັນກ້າວໆ.


ຈາກນັ້ນ, ທ່ານ ໂພສີ ແກ້ວມະນີວົງ ກໍາມະການປະຈໍາພັກກະຊວງ, ຜູ້ອໍານວຍການໃຫຍ່ ສະ ຖານີວິທະຍຸກະຈາຍສຽງແຫ່ງຊາດ ໄດ້ຂຶ້ນປາຖະກາຖາວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ໂດຍຍົກໃຫ້ເຫັນວ່າ: ປະທານ ໄກສອນ ພົມວິຫານ ແມ່ນນັກຮັກຊາດຜູ້ຍິ່ງໃຫຍ່, ແມ່ນລູກຜູ້ປະເສີດຂອງປະຊາຊົນລາວບັນດາເຜົ່າ, ແມ່ນນັກຮົບປະຕິວັດຜູ້ດີເລີດ, ເພີ່ນເປັນຜູ້ນໍາສູງສຸດຂອງການປະຕິວັດລາວ ທີ່ມີຄວາມປີຊາສາມາດ, ມີຄວາມສະຫລາດຫລັກແຫລມ, ມີໄຫວພິບອັນແຫລມຄົມ ແລະ ມີນໍ້າໃຈຕໍ່ສູ້ເດັດດ່ຽວໜຽວແໜ້ນ, ເປັນຜູ້ນໍາທີ່ແສນເຄົາລົບຮັກຂອງ ພັກ-ລັດ ແລະ ປະຊາຊົນ, ເປັນວິລະບູລຸດຂອງຊາດລາວເຮົາ.


ພ້ອມນີ້, ທ່ານ ອຸ່ນທວງ ຂາວພັນ ກໍາມະການປະຈໍາພັກກະຊວງ, ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ປາຖະກະຖາ ກ່ຽວກັບຜົນສໍາເລັດຂອງໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ວ່າ: ທາງລົດໄຟສາຍປະຫວັດສາດນີ້, ໄດ້ເປີດໃຫ້ບໍລິການແກ່ມວນຊົນຢ່າງເປັນທາງການ ໃນວັນທີ 3 ທັນວາ 2021 ເປັນຕົ້ນມາ, ທາງລົດໄຟ ຈະຊ່ວຍໃຫ້ ສປປ ລາວ ມີພື້ນຖານໂຄງລ່າງທາງດ້ານເສດຖະກິດທີ່ໝັ້ນຄົງ ທີ່ຕອບສະໜອງຍຸດທະສາດ ຫັນຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ມາເປັນປະເທດເຊື່ອມຈອດກັບບັນດາພາກພື້ນ ແລະ ສາກົນ. ທາງລົດໄຟ ຈະເປັນເຄື່ອງມືອັນສໍາຄັນ ໃນການດຶງດູດເອົານັກລົງທຶນ, ດຶງດູດນັກທ່ອງທ່ຽວຈາກຕ່າງປະເທດເຂົ້າມາທ່ອງທ່ຽວຢູ່ ສປປ ລາວ, ເຊິ່ງຈະເຮັດໃຫ້ ສປປ ລາວ ມີທຶນຮອນຫລາຍຂຶ້ນ, ມີເຕັກໂນໂລຊີທັນສະໄໝ ແລະ ມີບຸກຄະລາກອນ ທີ່ມີຄວາມຮູ້ຄວາມສາມາດສູງ ເຂົ້າມາປະກອບສ່ວນພັດທະນາເສດຖະກິດຂອງປະເທດ ໃຫ້ເຂັ້ມແຂງຢ່າງບໍ່ຢຸດຢັ້ງ.
ຂ່າວ: ສຸພາສະຫວັນ ສີຊະນະມຸງຄຸນ.
ພາບ:ຕາລີເຊ້ຍ ລໍມີໄຊ