ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ພິທິມອບລາງວັນມາດຕະຖານທ່ອງທ່ຽວອາຊຽນ ໃຫ້ທຸລະກິດທ່ອງທ່ຽວຢູ່ແຂວງຈຳປາສັກ ໄດ້ຈັດຂຶ້ນໃນວັນທີ 17 ມີນາ ນີ້ ທີ່ສະໂມສອນຫຼັກ 4 ແຂວງຈຳປາສັກ ໂດຍພາຍໃຕ້ການເປັນປະທານຮ່ວມຂອງທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ, ມີການນຳແຂວງ, ກົມຄຸ້ມຄອງການທ່ອງທ່ຽວ, ການນຳນະຄອນປາກເຊ, ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ, ພະນັກງານ, ນັກທຸລະກິດຜູ້ປະກອບການບໍລິການທ່ອງທ່ຽວທົ່ວແຂວງເຂົ້າຮ່ວມ.
ໃນພິທີໄດ້ມີການສະຫຼຸບສັງລວມສະພາບການຈັດຕັ້ງປະຕິບັດ ມາດຕະຖານການທ່ອງທ່ຽວອາຊຽນຢູ່ ສປປ ລາວ, ແຂວງຈຳປາສັກ ແລະ ນະຄອນປາກເຊ ຊຶ່ງຍົກໃຫ້ເຫັນຜົນສຳເລັດ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍ ຕໍ່ການປະຕິບັດວຽກງານການທ່ອງທ່ຽວ.
ດ້ວຍຄວາມພະຍາຍາມໃນການພັດທະນາການທ່ອງທ່ຽວປະຕິບັດຕາມມາດຖານເງື່ອນໄຂທີ່ອາຊຽນວາງອອກ. ແຂວງຈຳປາສັກໄດ້ຮັບລາງວັນມາດຕະຖານທ່ອງທ່່ຽວອາຊຽນ 4 ພາກສ່ວນຄື: 1. ລາງວັນມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນ ແມ່ນ ນະຄອນປາກເຊ, 2 ລາງວັນການທ່ອງທ່ຽວແບບຍືນຍົງອາຊຽນ ແມ່ນສະຖານທີ່ທ່ອງທ່ຽວຕາດເຍືອງ, 3. ລາງວັນມາດຕະຖານສະຖານທີ່ຈັດງານອາຊຽນ ແມ່ນໂຮງແຮມເອລະວັນ ຣີເວີໄຊ ແລະ 4. ລາງວັນມາດຕະຖານໂຮງແຮມຂຽວອາຊຽນ ແມ່ນໂຮງແຮມປອນອາລີນາ.
ພາກສ່ວນໄດ້ຮັບໃບຢັ້ງຢືນ ລາງວັນທ່ອງທ່ຽວແບບຍືນຍົງອາຊຽນມີ 10 ພາກສ່ວນຄື: 1. ໂຮງແຮມປາກຊ່ອງແດນງາມ, 2. ບ້ານຫຼັກ 40, 3. ທ່ານ ພອນປະເສີດ ຈັນທະປະເສີດ ພະນັກງານນຳທ່ຽວຂັ້ນບ້ານ, 4. ທ່ານ ຈັນສະໝອນ ສີສຸລິຊາດ ພະນັກງານນຳທ່ຽວຂັ້ນບ້ານ, 5. ທ່ານ ແອນ້ອຍ ວົງວິສິນ ພະນັກງານນຳທ່ຽວຂັ້ນບ້ານ, 6. ທ່ານ ນາງ ປັດທະສອນ ຈັນທິປະເສີດ ພະນັກງານນໍາທ່ຽວຂັ້ນບ້ານ, 7. ທ່ານ ສະກຽດ ໂຊກຮັກສາ ພະນັກງານນຳທ່ຽວຂັ້ນບ້ານ, 8. ຫ້ອງນໍ້າສາທາລະນະຕາດເຍືອງ, 9. ບໍລິສັດທ່ອງທ່ຽວຈຳປາໃໝ່ ແລະ 10. ຮ້ານອາຫານສວນນໍ້າເຜິ້ງຕາດເຍືອງໃຫ້ກຽດມອບໂດຍທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ.
ໃນຕອນທ້າຍພິທີ ທ່ານ ນາງ ສວນສະຫວັນ ວິຍະເກດ ແລະ ທ່ານ ວິໄລວົງ ບຸດດາຄຳ ຍັງໄດ້ເປັນກຽດໂອ້ລົມເພື່ອເປັນທິດທາງໃຫ້ສືບຕໍ່ພັດທະນາວຽກງານການທ່ອງທ່ຽວຢູ່ແຂວງຈຳປາສັກອີກດ້ວຍ.
(ຂ່າວ-ພາບ: ເກດສະໜາ)