ໃນວັນທີ 21 ມິຖຸນາ 2023 ທີ່ພະແນກຖະແຫຼງຂ່າວ,ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງ ອັດຕະປື ກົມສື່ມວນຊົນ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ຈັດພິທີມອບ-ຮັບ ອຸປະກອນຊຸດໂທລະໂຄ່ງ ຂອງໂຄງການປັບປຸງຂະຫຍາຍຕາໜ່າງໂທລະໂຄ່ງທົ່ວປະເທດ ໄລຍະ 2 ໃຫ້ແຂວງ ອັດຕະປື ຈຳນວນ 50 ຊຸດ,ຕາງໜ້າມອບໂດຍທ່ານ ສົມສະຫວາດ ພົງສາ ຫົວໜ້າກົມສື່ມວນຊົນ ກະຊວງ ຖະແຫຼງຂ່າວ,ວັດທະນະທໍາ ແລະ ທ່ອງທ່ຽວ ແລະ ຕາງໜ້າຮັບໂດຍທ່ານ ກົງຈັກ ສີສະຫວາດ ຫົວໜ້າພະແນກ ຖະແຫຼງຂ່າວ,ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງອັດຕະປື, ມີທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີກະຊວງ ຖະແຫຼງຂ່າວ,ວັດທະນະທໍາ ແລະ ທ່ອງທ່ຽວ, ທ່ານ ບຸນເສີດ ເສດທິລາດ ຮອງເຈົ້າແຂວງອັດຕະປື,ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ອຸປະກອນຊຸດໂທລະໂຄ່ງ ທີ່ມອບ-ຮັບ ໃນຄັ້ງນີ້້ ປະກອບມີ: ເຄື່ອງຂະຫຍາຍສຽງ, ຊຸດປາກໂທລະໂຄ່ງ, ສາຍໂທລະໂຄ່ງ, ເຄື່ຶອງຮັບສັນຍານວິທະຍຸ, ຈານຮັບດາວທຽມ ສັນຍານວິທະຍຸ ແລະ ອຸປະກອນເສີມອື່ນໆອີກຈໍານວນໜຶ່ງ, ເຊິ່ງຈະໄປຕິດຕັ້ງຢູ່ຂັ້ນບ້ານໃນທົ່ວແຂວງອັດຕະປື ເພື່ອໃຫ້ອົງການປົກຄອງບ້ານ ນຳໃຊ້ເຂົ້າໃນການໂຄສະນາ ປະຊາສຳພັນວຽກງານຂ່າວສານຕ່າງໆພາຍໃນບ້ານ ແລະ ທັງເປັນການເພີ້ມທະວີ ເປັນກະບອກສຽງ ໃນການໂຄສະນາ ເຜີຍແຜ່ແນວທາງນະໂຍບາຍຂອງພັກ-ລັດ ການກະຈ່າຍຂໍ້ມູນຂ່າວສານ ໃຫ້ປະຊາຊົນ ຢູ່ຂັ້ນບ້ານໄດ້ຮັບຟັງ ແລະ ຮັບຮູ້ວຽກງານໃຫ້ທັນກັບສະພາບການ ເປັນຕົ້ນ: ແມ່ນການເຝົ້າລະວັງການແຜ່ລະບາດຂອງພະຍາດ, ສະພາບໄພພິບັດຕ່າງໆ ແລະ ເນື້ອໃນແຈ້ງການແຕ່ລະໄລຍະທີຂັ້ນເທິງໄດ້ກຳນົດໄວ້ໃຫ້ທົ່ວເຖິງ, ເຊິ່ງພາຍຫຼັງໄດ້ມອບ-ຮັບ ຊຸດອຸປະກອນໂທລະໂຄ່ງດັ່ງກ່າວແລ້ວ ກໍຈະໄດ້ຝຶກອົບຮົມ ກ່ຽວກັບຕິກນິກການນຳໃຊ້ໂດຍພື້ນຖານ,ການຕິດຕັ້ງໂທລະໂຄ່ງ,ຕິດຕັ້ງຈານດາວທຽມ,ການນຳໃຊ້ອຸປະກອນ,ການບໍາລຸງຮັກສາອຸປະກອນ ຢ່າງຖືກຕ້ອງຕາມຫຼັກການ ໃຫ້ພະນັກງານວິຊາການເຕັກນິກທີ່ກ່ຽວຂ້ອງຂອງແຂວງ ແລະ ພະນັກງານຈາກ 5 ເມືອງ ເພື່ອໃຫ້ນໍາໃຊ້ຢ່າງຖືກວິທີ ມີຄວາມຍືນຍົງ.
ຂ່າວ: ໄຊຈະເລີນ
