ກອງປະຊຸມສະຫລຸບການຈັດຕັ້ງປະຕິບັດແຜນງົບປະມານ ປີ 2021 , ທິດທາງແຜນການປະຕິບັດງົບປະມານ ປີ 2022 ແລະບົດສະຫລຸບຜົນການກວດສອບງົບປະມານແຫ່ງລັດ ປີ 2020 ຂອງກະຊວງຖະແຫລງຂ່າວ, ວັດທະນະທໍ ແລະທ່ອງທ່ຽວ ຫລື ຖວທ ຈັດຂຶ້ນຕອນເຊົ້າວັນທີ 2 ກຸມພາ 2022 ທີ່ຫໍວັດທະນະທໍາແຫ່ງຊາດ ນະຄອນຫລວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ຖວທ ພ້ອມດ້ວຍຫົວໜ້າກົມ, ສະຖາບັນ, ກອງອ້ອມຂ້າງກະຊວງເຂົ້າຮ່ວມ.
ທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ຖະແຫລງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວ ມີຄໍາເຫັນໃນກອງປະຊຸມວ່າ: ການຈັດຕັ້ງປະຕິບັດແຜນງົບປະມານ ປີ 2021 ແລະກະກຽມແຜນປີ 2022 ແມ່ນດໍາເນີນຢູ່ໃນທ່າມກາງບັນຍາກາດທີ່ມີທັງຂໍ້ສະດວກ ແລະຂໍ້ຫຍຸ້ງຍາກ ເນື່ອງມາຈາກຜົນກະທົບທັງພາຍໃນ ແລະພາຍນອກມີການຜັນແປ ໂດຍສະເພາະສະພາບວິກິດທາງເສດຖະກິດຂອງປະເທດເຮົາ, ຍ້ອນອີງໃສ່ສະພາບຫຍຸ້ງຍາກທາງດ້ານເສດຖະກິດ, ການເງິນ, ສູນກາງພັກຈຶ່ງໄດ້ກໍານົດວາລະແຫ່ງຊາດໃນການແກ້ໄຂຂໍ້ຫຍຸ້ງຍາກທາງດ້ານເສດຖະກິດ, ສະນັ້ນ ມື້ນີ້ກໍແມ່ນອີກໂອກາດໜຶ່ງ ທີ່ໄດ້ມີການສະຫລຸບໃນການຈັດຕັ້ງປະຕິບັດແຜນງົບປະມານ ຖືວ່າກອງປະຊຸມມື້ນີ້ ມີຄວາມສໍາຄັນຫລາຍ, ສະນັ້ນຂໍໃຫ້ຜູ້ແທນກອງປະຊຸມຈົ່ງສຸມສະຕິປັນຍາຂອງຕົນ ປະກອບຄໍາຄິດຄໍາເຫັນເຂົ້າໃສ່ບົດສະຫລຸບການຈັດຕັ້ງປະຕິບັດແຜນງົບປະມານປີ 2021 ແລະແຜນການປີ 2022 ທີ່ກົມການເງິນລາຍງານໃຫ້ຊາບນັ້ນ ຂໍໃຫ້ຄົ້ນຄິດນໍາກັນວ່າແຜນການທີ່ພວກເຮົາຈະປະຕິບັດໃນຕໍ່ໜ້ານີ້ມີຄວາມເໝາະສົມບໍ່, ຈະປະຕິບັດແນວໃດໃຫ້ໄດ້ຕາມລະດັບຄາດໝາຍທີ່ລັດຖະບານໄດ້ກໍານົດໃຫ້ ບົນພື້ນຖານທີ່ພວກເຮົາມີຄວາມຫຍຸ້ງຍາກທີ່ສຸດ ພ້ອມກັນນັ້ນພວກເຮົາຈະໄດ້ຮັບຟັງລາຍງານຜົນການກວດສອບ ແລະມີການປັບປຸງແກ້ໄຂໃຫ້ເປັນຮູບປະທໍາໃຫ້ຫລາຍກວ່າເກົ່າ, ຍ້ອນວ່າຍັງມີຫລາຍຫົວໜ່ວຍທີ່ໄດ້ກວດສອບແລ້ວ ແຕ່ຍັງບໍ່ໄດ້ມີການຫັນປ່ຽນທີ່ຕັ້ງໜ້າ, ເພື່ອພ້ອມກັນແກ້ໄຂບັນທີ່ກໍາລັງພົບພໍ້ຢູ່ນີ້ ເພື່ອນໍາໃຊ້ງົບປະມານທີ່ມີໃຫ້ມີປະສິດທິຜົນສູງສຸດ.
ກອງປະຊຸມສະຫລຸບການຈັດຕັ້ງປະຕິບັດແຜນງົບປະມານ ປີ 2021 , ທິດທາງແຜນການງົບປະມານ ປີ 2022 ແລະບົດສະຫລຸບຜົນການກວດສອບງົບປະມານແຫ່ງລັດ ປີ 2020 ຂອງກະຊວງຖະແຫລງຂ່າວ, ວັດທະນະທໍ ແລະທ່ອງທ່ຽວ ໄດ້ດໍາເນີນເປັນເວລາ ເຄິ່ງວັນ.
Loading...