ກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ສະຫລຸບວຽກງານແຂ່ງ ຂັນ- ຍ້ອງຍໍ ຕິດພັນກັບຂະບວນແຂ່ງຂັນຮັກຊາດ ແລະ ພັດທະ ນາ 2016-2020, ພ້ອມທັງຍ້ອງຍໍຜົນງານ 5 ປີ ຂຶ້ນໃນວັນທີ 9 ພະຈິກ 2022 ພາຍໃຕ້ການເປັນ ປະທານຂອງ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດ ຖະມົນຕີ ກະຊວງຖະແຫລງຂ່າວ ວັດທະ ນະທຳ ແລະ ທ່ອງ ທ່ຽວ, ມີພະນັກຫລັກແຫລ່ງ, ດ້ວຍພະ ນັກງານ ອາວຸໂສບຳນານ ຮ່ວມ.

ທ່ານ ອາລຸນ ບຸນມີໄຊ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງ ຖວທ ຊີ້ໃຫ້ເຫັນວ່າ ຕະຫລອດ ໄລຍະ 5 ປີຜ່ານມາ ຄະນະພັກ-ຄະນະນຳກະຊວງ ໄດ້ຖືເອົາວຽກງານແຂ່ງຂັນ-ຍ້ອງຍໍ ຕິດພັນກັບແນວ ທາງນະໂຍບາຍຂອງພັກ-ລັດ, ເປັນການປຸກລະດົມ ແລະ ກະຕຸກຊຸກຍູ້ ການຈັດຕັ້ງປະຕິບັດແນວທາງ ແຜນ ນະໂຍບາຍຂອງພັກ ແລະ ແຜນພັດທະນາເສດ ຖະກິດ-ສັງຄົມ; ປຸກລະດົມຂົນ ຂວາຍຍາດແຍ່ງທຶນ ຮອນທັງພາຍໃນ ແລະ ຕ່າງປະເທດ ເຂົ້າໃສ່ການພັດ ທະນາວຽກງານ ຖວທ ໃຫ້ມີຜົນສໍາເລັດເປັນກ້າວໆ; ມີນິຕິກຳຈຳນວນໜຶ່ງ ທີ່ເປັນບ່ອນອີງສຳຄັນໃນການ ຈັດຕັ້ງປະຕິບັດວຽກງານແຂ່ງຂັນ-ຍ້ອງຍໍ, ມີການ ແຕ່ງຕັ້ງ ຄະນະຊີ້ນຳວຽກກງານແຂ່ງຂັນ-ຍ້ອງຍໍ ຮັກ ຊາດ ແລະ ພັດທະນາ ເຂົ້າສູ່ການຈັດຕັ້ງປະຕິບັດ ແຜນພັດທະນາວຽກງານ ຖວທ ເຂົ້າສູ່ລວງເລີກ; ນອກຈາກນີ້, ຍັງໄດ້ສະຫລຸບ, ຕີລາຄາ, ປະເມີນຂະ ບວນການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດ ທະນາ ແລະ ຜັນຂະຫຍາຍເຂົ້າສູ່ວຽກ ງານ ຖວທ ໂດຍການ ສືບຕໍ່ບຸກທະລຸທັງ 4 ດ້ານ, ຕັດສິນໃຈພັດທະນາ ວຽກງານ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງ ທ່ຽວ ໃຫ້ກ້າວເຂົ້າສູ່ຄຸນນະພາບໃໝ່ ທັນສະໄໝ, ສີວິ ໄລ ແລະ ຍືນຍົງ ເຊິ່ງສາມາດສັງລວມການຍ້ອງ ຍໍຜົນ ງານ 5 ປີ (2016-2020) ຂອງບຸກຄົນ ແລະ ກົມກອງ ທີ່ມີຜົນງານໂດດເດັ່ນ ໃນບັ້ນແຂ່ງຂັນຄັ້ງນີ້.

ເຖິ່ງຢ່າງໃດກໍຕາມ ການປະຕິບັດວຽກງານດັ່ງກ່າວ ໄລຍະປ່ານມາ ກໍຍັງມີບາງຂໍ້ຄົງຄ້າງ ເປັນຕົ້ນ ຄະນະ ພັກ, ຄະນະນຳ ຈຳນວນໜຶ່ງບໍ່ທັນເຫັນໄດ້ຄວາມ ສໍາ ຄັນກ່ຽວກັບວຽກງານແຂ່ງຂັນ-ຍ້ອງຍໍ, ການປຸກລະ ດົມສ້າງຂະບວນການແຂ່ງຂັນ ໃນແຕ່ລະໄລຍະ, ການ ກໍານົດເນື້ອໃນແຂ່ງຂັນບໍ່ທັນມີຈຸດສຸມ, ບໍ່ມີແຜນ ການ, ບໍ່ກຳນົດຈຸດປະສົງ, ຄາດໝາຍ, ບໍ່ມີການສະ ຫລຸບປະເມີນຜົນ, ທັງບໍ່ເປັນລະບົບຕໍ່ເນື່ອງ, ຍ້ອນ ແນວນັ້ນການເລືອກເຟັ້ນຜົນງານບຸກຄົນ ແລະ ການ ຈັດຕັ້ງທີ່ດີເດັ່ນ ຈຶ່ງບໍ່ຕິດພັນກັບການແຂ່ງຂັນ, ການ ຍ້ອງຍໍມີລັກສະ ນະສະເລ່ຍ, ບໍ່ຕິດພັນກັບຜົນສຳເລັດ ຕົວຈິງ, ບໍ່ຜ່ານຂະບວນການແຂ່ງຂັນ, ບໍ່ທັນກະຕຸກ ຊຸກຍູ້ວຽກດີ, ຄົນເດັ່ນແທ້.

ທ່ານ ອາລຸນ ບຸນມີ ໄຊ ຍັງໄດ້ຍົກໃຫ້ເຫັນ ອຜນການວາງຄາດ ໜາຍການແຂ່ງຂັນແຕ່ນີ້ຮອດປີ 2025 ຕ້ອງໄດ້ຍູ້ແຮງຂະບວນການແຂ່ງຂັນ-ຍ້ອງຍໍ ໂດຍຕິດພັນກັບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ, ຜັນຂະຫຍາຍວຽກງານ 3 ສ້າງ ເຂົ້າສູ່ທຸກ ຂົງເຂດວຽກງານຢ່າງຕັ້ງໜ້າ; ປຸກລະດົມພະນັກງານ- ລັດຖະກອນ ໃນທົ່ວກະຊວງ ເຂົ້າຮ່ວມຢ່າງແຂງແຮງ ແລະ ກວ້າງຂວາງ ເພື່ອແຂ່ງຂັນກັນສ້າງຂະບວນ ການພັດທະນາ ວຽກງານ ຖວທ ໃຫ້ເປັນຂະບວນຟົດ ຟື້ນ, ຕໍ່ເນື່ອງ ແລະ ມີຫມາກຜົນ.

ໃນໂອກາດນີ້, ທ່ານນາງ ສວນສະຫວັນ ວິຍະເກດ ໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນງານທີ່ສາມາດຈັດ ຕັ້ງປະຕິບັດໄດ້ໃນໄລຍະຜ່ານມາ ແລະ ໄດ້ເນັ້ນໃຫ້ ສືບຕໍ່ຈັດຕັ້ງປະຕິບັດຕາມທິດທາງທີ່ວາງໄວ້ ຢ່າງເປັນ ຂະບວນ ແລະ ຕາມຄາດໝາຍໃຫ້ໄວ, ໃຫ້ດີ, ໃຫ້ ຫລາຍ ແລະ ໃຫ້ຖືກກົດໝາຍ, ການນໍາພາເຂັ້ມແຂງ, ການຄຸ້ມຄອງສັກສິດ ພັດທະນາວຽກງານຖະແຫລງ ຂ່າວ, ວັດທະນະທຳ ແລະທ່ອງທ່ຽວ ໃຫ້ມີຄຸນນະ ພາບ, ຫັນເປັນອຸດສາຫະກຳທັນສະໄໝ ປອດໄພ ແລະ ສົ່ງເສີມການມີສ່ວນຮ່ວມຂອງສັງຄົມ.

ໃນໂອກາດດຽວກັນນີ້, ກໍໄດ້ມີການມອບ ໃບ ຍ້ອງຍໍໃຫ້ກັບບຸກຄົນມີ ທີຜົນງານດີເດັ່ນ ແລະ ມອບ ຫລຽນໄຊແຮງ ງານຊັ້ນ I ຈຳນວນ 131 ທ່ານ ແລະ 16 ກົມກອງ; ມອບຫລຽນໄຊແຮງງານຊັ້ນ II ຈຳ ນວນ 269 ທ່ານ ແລະ 6 ກົມກອງ; ມອບຫລຽນໄຊ ແຮງງານຊັ້ນ III ຈຳນວນ 272 ທ່ານ ແລະ 3 ກົມ ກອງ; ມອບຫລຽນກາແຮງງານ 325 ທ່ານ ແລະ 2 ກົມກອງ; ໃບຍ້ອງຍໍລັດຖະບານ 287 ທ່ານ ໃຫ້ກັບ ບຸກຄົນ ແລະ ກົມກອງທີມີຜົນງານ ດີເດັ່ນໃນການ ປະກອບສ່ວນ ເຮື່ອແຮງເຂົ້າໃນຂະບວນການແຂ່ງ ຂັນຮັກຊາດ ແລະ ພັດທະນາ.
ຂ່າວ:ກິດຕາ
ພາບ:ຂັນໄຊ