ວັນທີ 10 ມີນາ 2022 ນີ້, ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ(ຖວທ) ຈັດກອງປະຊຸມປຶກສາຫາລືຄົ້ນຄວ້າແນວຄິດ ປະທານ ໄກສອນ ພົມວິ ຫານ ກ່ຽວກັບວຽກງານຖະແຫລງຂ່າວ ໂດຍການເປັນປະທານຂອງ ທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ມີບັນດາຫົວໜ້າກົມ, ຫົວໜ້າສະຖາບັນ ແລະ ອະດີດການນໍາກະຊວງ ຖວທ ແລະ ຜູ້ຕາງໜ້າຈາກສະຖາບັນການເມືອງ-ການປົກຄອງແຫ່ງຊາດ ເຂົ້າຮ່ວມ.
ການປຶກສາຫາລືວຽກງານດັ່ງກ່າວ, ປະກອບມີຫລາຍຫົວຂໍ້ສໍາຄັນ ເປັນຕົ້ນ ຫົວຂໍ້ ປະທານ ໄກສອນ ພົມວິຫານ ກັບການສ້າງພື້ນຖານຂ່າວສານ ປະຕິວັດ ຢູ່ປະເທດເຮົາ; ແນວຄິດປະທານ ໄກສອນ ພົມວິຫານ ກ່ຽວກັບວຽກງານໂຄສະນາຂ່າວສານໃນໄລຍະໃໝ່; ແນວຄິດປະທານ ໄກສອນ ພົມວິຫານ ກ່ຽວກັບພະນັກງານຂ່າວສານ; ແນວຄິດປະທານ ໄກສອນ ພົມວິຫານ ກ່ຽວກັບວິທີຂຽນຂ່າວ; ແນວຄິດປະທານ ໄກສອນ ພົມວິຫານ ກ່ຽວກັບຈັນຍາບັນນັກຂ່າວ ແລະ ແນວຄິດປະທານ ໄກສອນ ພົມວິຫານ ກ່ຽວກັບການນໍາໃຊ້ພາຫະນະທັນສະໄໝ ເຂົ້າໃນວຽກງານສື່ມວນຊົນ.
ໂອກາດນີ້, ຜູ້ເຂົ້າຮ່ວມກໍໄດ້ປະກອບຄໍາເຫັນໃສ່ບາງຫົວຂໍ້ຄົ້ນຄວ້າ ໂດຍໄດ້ຍົກໃຫ້ເຫັນ ແນວຄິດປະທານ ໄກສອນ ພົມວິຫານ ຕໍ່ວຽກງານໂຄສະນາ ເພື່ອປຸກລະດົມຂົນ ຂວາຍທົ່ວສັງຄົມ ປະກອບສ່ວນເຂົ້າໃນການຕໍ່ສູ້ຈັກກະພັດຜູ້ຮຸກຮານ ເພື່ອປົດປ່ອຍປະເທດຊາດ ຢູ່ເຂດປົດປ່ອຍໄລຍະກ່ອນປີ 1975, ແນວຄິດຕໍ່ວຽກງານພັກ-ພະນັກງານຂະແໜງ ຖະແຫລງຂ່າວ, ສື່ມວນຊົນ ໃນໄລຍະປົກປັກຮັກສາ ແລະ ພັດທະນາປະເທດຊາດ, ໄລຍະຫລັງຈາກສໍາເລັດການປົດປ່ອຍຊາດ ປະຊາທິປະໄຕ, ໄລຍະຮໍາບາດແຜສົງຄາມ ແລະ ແນວຄິດຕໍ່ວຽກງານໂຄສະນາ ປຸກລະດົມຂະບວນການ ໃນໄລຍະປ່ຽນແປງໃໝ່ ຮອບດ້ານ ແລະ ມີຫລັກການຂອງພັກ.
ຂ່າວ: ສຸພາສະຫວັນ
ພາບ: ເກດສະໜາ

