ເພື່ອເຮັດໃຫ້ມະຕິກອງປະຊຸມໃຫຍ່ຜູ້ ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ໄດ້ຮັບການຈັດຕັ້ງປະຕິບັດຢ່າງກວ້າງຂວາງ ແລະ ເລິກເຊິ່ງ, ຜັນຂະຫຍາຍເຂົ້າສູ່ວຽກ ງານຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ) ໃຫ້ເກີດຜົນເປັນຈິງ. ຄະນະບໍລິຫານງານພັກ ກະຊວງ ຖວທ ຈຶ່ງໄດ້ຈັດຕັ້ງການເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ແລະ ມະ ຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະ ນະພັກກະຊວງ ຖວທ ຂຶ້ນໃນວັນທີ 18 ມິຖຸນາ 2021 ທີ່ຫໍວັດທະນະທຳແຫ່ງ ຊາດ ໂດຍໃຫ້ກຽດເຜີຍແຜ່ເອກະສານໂດຍ ສະຫາຍ ນາງ ສວນສະຫວັນ ວິຍະເກດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງ ຖວທ ຊຶ່ງມີຮອງລັດຖະມົນຕີ ມີບັນດາສະຫາຍກຳມະການພັກ, ເລຂາຄະນະພັກຮາກຖານ, ບັນດາຫົວໜ້າກອງອ້ອມຂ້າງເຂົ້າຮ່ວມ.

ຈຸດປະສົງການເຊື່ອມຊຶມເອກະສານໃນຄັ້ງນີ້ແມ່ນເພື່ອແນໃສ່ເຮັດໃຫ້ບັນດາສະຫາຍສະມາຊິກພັກຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງ ແລະ ກໍາແໜ້ນເນື້ອໃນມະຕິກອງປະຊຸມດັ່ງກ່າວ ໂດຍສະເພາະເນື້ອໃນສໍາຄັນຕົ້ນຕໍ ແລະ ວຽກງານຈຸດສຸມທີ່ຕ້ອງເອົາໃຈໃສ່ນໍາພາຊີ້ນໍາ-ນໍາພາຜັນຂະຫຍາຍເຂົ້າໃນການປະຕິບັດໜ້າທີ່ວຽກງານຂອງຕົນໃຫ້ປະກົດຜົນເປັນຈິງ ແລະ ໃຫ້ໄດ້ຮັບຜົນສຳເລັດສູງສຸດ, ພ້ອມນີ້ ສະຫາຍ ນາງ ສວນສະຫວັນ ວິຍະເກດ ຍັງໄດ້ເນັ້ນໃຫ້ບັນດາສະຫາຍໃນຄະນະບໍລິຫານງານພັກເພີ່ມທະວີການຊີ້ນໍາ-ນໍາພາໃຫ້ແທດເຖິງຕົວຈິງ, ຕິດພັນກັບການເສີມຂະຫຍາຍຄວາມເປັນເຈົ້າການໃນການນໍາພາຊີ້ນໍາ-ນໍາພາຂອງບັນດາສະຫາຍສະມາຊິກພັກ, ເຊີດຊູຄວາມຮັບຜິດຊອບໜ້າທີ່ການເມືອງ, ຜັນຂະຫຍາຍຈິດໃຈເນື້ອໃນມະຕິຂອງສູນກາງພັກຢ່າງເປັນຮູບປະທຳ ແລະ ສືບຕໍ່ຊີ້ນໍາ-ນໍາພາປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເວົ້າລວມເວົ້າສະເພາະກໍຄືວຽກງານ ຖວທ ໃຫ້ມີຄວາມສະຫງົບ ແລະ ໄດ້ຮັບການພັດທະນາດີຂຶ້ນ.

ໃນໂອກາດນີ້ ສະຫາຍ ວັນສີ ກົວມົວ ຮອງເລຂາຄະນະພັກ ປະທານກວດກາພັກ ຮອງລັດຖະມົນຕີກະຊວງ ຖວທ ໄດ້ເຜີຍແຜ່ເອກະສານຜົນສຳເລັດກອງປະຊຸມໃຫຍ່ ຄັ້ງທີV ຂອງອົງຄະນະພັກກະຊວງ ຖວທ ແລະ ແຜນຜັນຂະຫຍາຍ ແລະ ສະຫາຍ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີກະຊວງ ຖວທ ໄດ້ເຜີຍແຜ່ເອກະສານແຜນພັດທະນາເສດຖະ ກິດ- ສັງຄົມແຫ່ງຊາດ ຄັ້ງທີ IX ແລະແຜນພັດທະນາວຽກງານ ຖວທ 5 ປີ (2021-2025) ຕື່ມອີກ.