ໃນວັນທີ 24 ມັງກອນ 2022 ທີ່ຫໍວັດທະນະທຳແຫ່ງຊາດ ນະ ຄອນຫລວງວຽງຈັນ, ໄດ້ມີກອງປະຊຸມ ສະຫລຸບວຽກງານຈັດຕັ້ງ 5 ປີ (2016-2020) ແລະ ຜັນຂະຫຍາຍເນື້ອໃນມະຕິກອງປະ ຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XI ພາຍໃຕ້ການເປັນປະ ທານຂອງ ທ່ານ ນາງ ສວນສະ ຫວັນ ວິຍະເກດ ລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະ ນະທຳ ແລະ ທ່ອງທ່ຽວ (ຖວທ) ແລະ ໃຫ້ກຽດເຂົ້າຮ່ວມ ແລະ ໂອ້ລົມຂອງ ທ່ານ ນາງ ສີໃສ ລືເດດມູນສອນ ຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີບັນດາຫົວໜ້າກົມ-ຮອງກົມ, ພະນັກງານຫລັກແຫລ່ງອ້ອມຂ້າງກະຊວງ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ນາງ ສວນສະຫວັນ ວິຍະເກດ ໄດ້ກ່າວວ່າ: ເພື່ອຍຶດໜັ້ນຜົນສຳເລັດ ແລະ ສົ່ງເສີມດ້ານດີໃນວຽກງານຈັດຕັ້ງ, ກໍ່ສ້າງພັກ- ພະນັກງານ ທີ່ຄະນະພັກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຍາດມາໄດ້ໃນໄລຍະຜ່ານມາ ແລະ ເພື່ອເປັນການຜັນຂະຫຍາຍວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ເຂົ້າສູ່ການຈັດຕັ້ງປະຕິບັດຕົວຈິງ ຂອງຄະນະພັກກະຊວງ, ຄະນະໜ່ວຍພັກ, ສະມາຊິກພັກ, ພ້ອມທັງແກ້ໄຂບັນຫາທີ່ຍັງຄົງຄ້າງໃຫ້ໄດ້ຮັບຜົນດີ. ຂ້າພະເຈົ້າ ຂໍເນັ້ນບາງດ້ານ ເພື່ອໃຫ້ບັນດາສະຫາຍເອົາໃຈໃສ່ໃນວຽກງານດັ່ງກ່າວບາງຈຸດ ເປັນຕົ້ນແມ່ນ ການກໍ່ສ້າງພັກດ້ານການເມືອງ-ແນວຄິດ ຄະນະພັກກະຊວງ, ຄະນະໜ່ວຍພັກ, ສະມາຊິກພັກທຸກສະຫາຍ ຕ້ອງເປັນແບບຢ່າງນຳໜ້າໃນການຄົ້ນຄວ້າເຊື່ອມຊຶມແນວທາງນະ ໂຍບາຍຂອງພັກ, ກົດໝາຍຂອງລັດ; ເປັນເຈົ້າການເຂົ້າຮ່ວມເຊື່ອມຊຶມດ້ວຍຄວາມຮັບ ຜິດຊອບສູງ; ກໍ່ສ້າງພັກດ້ານການຈັດຕັ້ງ ຕ້ອງເອົາໃຈໃສ່ປະຕິບັດຕາມກົດລະບຽບພັກ, ມະຕິ, ຄຳສັ່ງ ຂອງພັກຢ່າງເຂັ້ມງວດ ກວດກາຄືນຄຸນນະພາບຂອງສະມາຊິກພັກທີ່ມີຢູ່ໃນປັດຈຸບັນ; ກໍ່ສ້າງພັກດ້ານແບບແຜນນຳພາ ຄະນະພັກແຕ່ລະຂັ້ນ ຕ້ອງໄດ້ກວດຄືນແບບແຜນວິທີນຳພາຂອງຕົນ ໃນໄລຍະຜ່ານມາຖືກ ຕ້ອງຕາມຫລັກການ, ລະບຽບການຂອງພັກ, ການນໍາພາຕ້ອງປະຕິບັດຕາມຫລັກການລວມສູນປະ ຊາທິປະໄຕຢ່າງເຂັ້ມງວດ; ວຽກງານພະນັກງານເອົາໃຈໃສ່ ຂຶ້ນແຜນກຳນົດພະນັກງານນຳ ພາ-ຄຸ້ມຄອງ, ແຜນບຳລຸງ-ສ້າງພະນັກງານ; ການສັບຊ້ອນຈັດ ວາງການບຳລຸງສ້າງພະນັກງານ ຕ້ອງຕິດພັນກັບແຜນກຳ ນົດພະນັກງານ.
ໃນໂອກາດດັ່ງກ່າວ, ທ່ານ ນາງ ສີໃສ ລືເດດມູນສອນ ໄດ້ເນັ້ນໜັກບາງບັນຫາວ່າ: ຄະນະພັກ-ຄະນະນຳຂອງກະຊວງ ຖວທ ຈະຕ້ອງໄດ້ສືບຕໍ່ບຸກບືນຜ່ານຜ່າອຸປະສັກຄວາມຫຍຸ້ງຍາກ, ຍົກສູງຂີດຄວາມສາມາດໃນການນຳພາຢ່າງປະດິດສ້າງ ແລະ ສ້າງຄວາມເປັນເອກະພາບສູງ ຂອງຄະນະພັກ ສະ ມາຊິກພັກ-ພະນັກງານ ໃນການປະຕິບັດໜ້າທີ່ວຽກງານ 5 ປີຕໍ່ໜ້າ, ເຊິ່ງປັດໄຈສໍາຄັນ ໃນການປະຕິບັດນັ້ນ ແມ່ນສ້າງໃຫ້ໄດ້ສະມາຊິກພັກທີ່ມີຄຸນທາດການເມືອງແໜ້ນ ຄຸນສົມບັດສິນທຳປະຕິວັດ, ມີຄວາມຮູ້ດ້ານວິຊາ ການ, ມີຄວາມສາມາດໃນການປະຕິບັດໜ້າທີ່ວຽກງານ ທີ່ໄດ້ຮັບການມອບໝາຍໃຫ້ມີຜົນ ສຳ ເລັດ. ພ້ອມນີ້, ຄະນະພັກ-ຄະນະນຳ ທຸກຂັ້ນຂອງຖະຊວງ ຖວທ ຕ້ອງເອົາໃຈ່ໃສ່ຕໍ່ວຽກງານກໍ່ສ້າງພັກພະນັກງານ ແລະ ການປັບປຸງກົງຈັກການຈັດຕັ້ງ ແລະ ຖືວຽກເຫລົ່ານີ້ ເປັນວຽກອັນສຳຄັນຕົ້ນ ຕໍ; ກ່ຽວກັບວຽກງານກໍ່ສ້າງພັກ ຄະນະພັກຕ້ອງມີແບບແຜນໃນການນຳພາທີ່ຖືກຕ້ອງ, ໂດຍເລີ່ມຈາກການເຄົາລົບ ແລະ ປະຕິບັດເຂັ້ມງວດບັນດາຫລັກການພື້ນ ຖານຂອງພັກ ທີ່ກຳນົດໃນກົດລະບຽບຂອງພັກສະໄໝທີ XI; ເອົາໃຈໃສ່ນຳພາສະມາຊິກພັກເຄື່ອນໄຫວຕາມສິດ ແລະ ໜ້າທີ່ທີ່ໄດ້ກຳນົດໃນກົດລະບຽບພັກສະໄໝທີ XI ໃຫ້ເຂັ້ມງວດໃຫ້ທົ່ວເຖິງ ແລະ ເປັນປົກກະຕິ; ຄະນະ ພັກຕ້ອງຊີ້ນຳ-ນຳພາການສ້າງຮາກຖານພັກ-ສະມາ ຊິກພັກໃຫ້ປອດໃສເຂັ້ມແຂງ ແລະ ໜັກແໜ້ນທາງດ້ານການເມືອງ, ດ້ານແນວຄິດ, ດ້ານການຈັດຕັ້ງ ແລະ ແບບແຜນນຳພາຂອງໜ່ວຍພັກ.
ຂ່າວ: ສົມຫວັງ
ພາບ: ເກດສະໜາ
