ເປີດໃນກອງປະຊຸມສຳມະນາການຍົກສູງ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ບັນດາພະນັກງານໃນການຕິດຕາມ-ກວດກາການຈັດຕັ້ງປະຕິບັດການປັບປຸງຊີວິດການເປັນຢູ່ໃຫ້ດີຂຶ້ນຂອງແມ່ຍິງ-ເດັກ ນ້ອຍ ແລະ ການຮ່ວມມືສາກົນ ໃນຂະ ແໜງ ຖວທ
ເພື່ອເປັນການສ້າງຄວາມເຂັ້ມແຂງໃຫ້ແກ່ບັນດາພະນັກງານພະແນກ ຖວທ ແຂວງພາກເໜືອ ແລະ ນະຄອນຫຼວງວຽງຈັນ ໃນການຕິດຕາມ-ກວດກາການຈັດຕັ້ງປະຕິບັດການປັບປຸງຊີວິດການເປັນຢູ່ໃຫ້ດີຂຶ້ນຂອງແມ່ຍິງ-ເດັກນ້ອຍ ແລະ ການຮ່ວມມືສາກົນ ໃນຂະແໜງ ຖວທ ໃນລະຫວ່າງວັນທີ 26-27 ທັນວາ ປີ 2022 ກົມແຜນການ ແລະ ການຮ່ວມມືສາກົນ ຂອງ ກະຊວງຖະແຫລງຂ່າວ, ວັດທະ ນະທຳ ແລະ ທ່ອງທ່ຽວ ໄດ້ຈັດກອງປະຊຸມສໍາມະນາ ທີ່ ນະຄອນຫລວງພະບາງ ໂດຍມີຜູ້ເຂົ້າຮ່ວມທັງຫມົດ 32 ທ່ານ ຈາກ 08 ແຂວງ ພາກເໜືອ, 01 ແຂວງ ພາກກາງ ແລະ ນະຄອນຫຼວງວຽງຈັນ.
ໃນບົດກ່າວເປີດຊຸດສໍາມະນາ ທ່ານ ນາງ ແພງຈັນ ແພງເມືອງ, ຫົວໜ້າກົມແຜນ ການ ແລະ ການຮ່ວມມືສາກົນ ໄດ້ເນັ້ນເຖິງຄວາມສໍາຄັນໃນການຕິດຕາມ-ກວດກາການຈັດຕັ້ງປະຕິບັດການປັບປຸງຊີວິດການເປັນຢູ່ໃຫ້ດີຂຶ້ນຂອງແມ່ຍິງ-ເດັກ ນ້ອຍ ທ່ານໄດ້ກ່່າວວ່າ: “ການຍົກສູງ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ບັນດາພະ ນັກງານໃນການຕິດຕາມ-ກວດກາການຈັດ ຕັ້ງປະຕິບັດການປັບປຸງຊີວິດການເປັນຢູ່ໃຫ້ດີຂຶ້ນຂອງແມ່ຍິງ-ເດັກນ້ອຍ ແລະ ວຽກງານການຮ່ວມມືສາກົນ ເປັນວຽກ ງານໜຶ່ງໃນແຜນບຸລິມະສິດການພັດທະນະນາແບບຍືນຍົງຂອງອົງການສະຫະປະຊາຊາດ ແລະ ກໍເປັນວຽກເສນາທິ ການຂອງຂະແໜງການ ຖວທ ທີ່ມີຄວາມໝາຍຄວາມສໍາຄັນ”.
ທ່ານຍັງໄດ້ກ່າວເຖິງວັດຖຸປະສົງຂອງກອງປະຊຸມແມ່ນ ເພື່ອທົບທວນຄືນການຈັດ ຕັ້ງປະຕິບັດວຽກງານການພັດທະນາຊີ ວິດການເປັນຢູ່ຂອງແມ່ຍັງ-ເດັກນ້ອຍ ແລະ ສິດທິເດັກເປັນວຽກທີ່ນອນຢູ່ໃນແຜນງານການຮ່ວມມື ລະຫວ່າງອົງການ UNICEF ແລະ ລັດຖະບານ ສປປລາວ ສົກປີ 2022-2026 ຄຽງຄູ່ກັນນັ້ນ, ກໍເພື່ອເຜີຍແຜ່ວຽກງານແຜນການ ແລະ ການຮ່ວມມືສາກົນ, ຊຶ່ງເປັນເປັນວຽກເສນາ ທິການ ຂອງຂະແໜງການ ຖວທ ທີ່ການປະກອບສ່ວນຊຸກຍູ້ ແລະ ສົ່ງເສີມບົດ ບາດ ຂອງ ສປປ ລາວ ຕໍ່ເວທີສາກົນ ເວົ້າລວມ, ເວົ້າສະເພາະແມ່ນການສ້າງສາຍສໍາພັນອັນດີງາມ ແລະ ສ້າງຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ ໃນການຮ່ວມມືກັບບັນດາປະເທດເພື່ອນມິດໃນທົ່ວໂລກໂດຍຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.
ທ່ານໄດ້ກ່າວຕື່ມອີກວ່າ: ວຽກງານການຮ່ວມມືສາກົນໄດ້ຊ່ວຍໃຫ້ພວກເຮົາສາມາດຄົ້ນຄ້ວາຍາດແຍ່ງການຊ່ວຍເຫຼືອທາງດ້ານເຕັກນິກວິຊາການ ແລະ ທຶນຮອນ ປະກອບສ່ວນພັດທະນາວຽກງານ ຖວທ ຂອງ ສປປ ລາວ. ໃນກອງປະຊຸມໄດ້ຮັບຟັງ-ແລກປ່ຽນ ການນຳສະເໜີຈຳນວນ 06 ຫົວຂໍ້ ໂດຍຜູ້ຕາງໜ້າພະແນກທີ່ກ່ຽວຂ້ອງ ໃນກະຊວງ ຖວທ ປະກອບມີ: ຄວາມຮູ້ພື້ນຖານກ່ຽວກັບການປ້ອງກັນສິດຂອງແມ່ຍິງ ແລະ ເດັກ, ວຽກງານສື່ມວນຊົນ ແລະ ສິດທິເດັກ, ກົນໄກການປະຕິບັດງານວຽກງານຮ່ວມມືສາກົນ ພາຍໃຕ້ 03 ຂອບການຮ່ວມມື (ຮ່ວມມືສອງຝ່າຍ-ຫຼາຍຝ່າຍ, ຮ່ວມມືກັບອົງການຈັດຕັ້ງສາກົນ ແລະ ຮ່ວມມືອາຊຽນ) ແລະ ການວາງແຜນການຮ່ວມມືກັບຕ່າງປະເທດໃນຂະແໜງ ຖວທ. ນອກຈາກນັ້ນ, ທ່ານໄດ້ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມກອງປະຊຸມຈົ່ງເອົາໃຈໃສ່ປະຕິບັດວຽກງານເພື່ອສົ່ງເສີມສິດທິຂອງແມຍິງ ແລະ ເດັກໃຫ້ມີປະສິດຕິຜົນກວ່າເກົ່າ.
ໂດຍຕາງຫນ້າໃຫ້ອົງການ UNICEF, ທ່ານ ຕະບອງເພັດ ພຸດທະວົງ, ຜູ້ຊ່ຽວຊານວຽກງານໂຄສະນາ ແລະ ສື່ສານມວນຊົນ ຂອງອົງການອົງການ UNICEF ໄດ້ເນັ້ນວ່າ: ສປປ ລາວ ໄດ້ໃຫ້ສັດຕະຍາບັນຕໍ່ ສົນທິສັນຍາວ່າດ້ວຍສິດທິເດັກຂອງອົງການສະຫະປະຊາຊາດ (ສສດ) ໃນວັນທີ 08 ພຶດສະພາ 1991. ດັ່ງນັ້ນ, ອົງການ UNICEFແມ່ນຖືວຽກງານການການປັບປຸງຊີວິດການເປັນຢູ່ໃຫ້ດີຂຶ້ນ ຂອງແມ່ຍິງ-ເດັກນ້ອຍ ເປັນຫນຶ່ງໃນວຽກງານບູລິມະສິດຂອງການມີສ່ວນ ຮ່ວມມື ລະຫວ່າງລັດຖະບານລາວ ແລະ ອົງການ UNICEF.
“ເພື່ອສະຫນັບສະຫນູນການປະຕິບັດສົນທິສັນຍາວ່າດ້ວຍສິດທິເດັກຂອງອົງການສະຫະປະຊາຊາດ (ສສດ) ອົງການ UNICEF ໄດ້ເຮັດວຽກຢ່າງໄກ້ສິດກັບລັດຖະບານ ສປປ ລາວ ແລະ ໄດ້ໃຫ້ການຊ່ວຍເຫລືອທາງດ້ານງົບປະມານ ແລະ ວິຊາການສະຫນັບສະຫນູນວຽກ ງານສາທາລະນະສຸກ, ລວມມີວຽກງານໂພສະນາການ, ວຽກງານສັກຢາກັນພະ ຍາດ, ສຸຂະອະນາໄມ ແລະ ນໍ້າສະອາດ ນອກນີ້ຍັງຊ່ວຍດ້ານສຶກສາ, ປົກປ້ອງເດັກ ແລະ ດ້ານອື່ນໆ. ໃນຊ່ວງການແຜ່ລະບາດຂອງພະຍາດໂຄວິດ-19, ອົງການຢູນີເຊັບ ກໍ່ໄດ້ຊ່ວຍເຫລືອລັດຖະບານລາວ ໃນການຈັດຫາວັກຊິນ ແລະ ໂຄສະ ນາໃຫ້ຄວາມຮູ້ເພື່ອຄວບຄຸມ ແລະ ປ້ອງ ກັນພະຍາດດັ່ງກ່າວ”.
ທ່ານຍັງໄດ້ກ່າວອີກວ່າ: ໃນໄລຍະຊຸມປີຜ່ານມາ ໂດຍການສະຫນັບສະຫນູນຈາກອົງການ UNICEF ແລະ ຄູ່ຮ່ວມພັດທະ ນາອື່ນໆ ລັດຖະບານ ສປປ ລາວ ໄດ້ມີຜົນສໍາເລັດອັນສໍາຄັນໃນການສ້າງຄວາມເຂັ້ມແຂງໃຫ້ແກ່ກອບນິຕິກໍາ ແລະ ນະ ໂຍບາຍຕ່າງໆ ເພື່ອປັບປຸງການເປັນຢູ່ທີ່ດີຂອງແມ່ຍິງ ແລະ ເດັກ ໂດຍສະເພາະແມ່ນການປົກປ້ອງເດັກຈາກທຸກຮູບແບບຂອງການໃຊ້ຄວາມຮຸນແຮງ. ໄດ້ສ້າງແຜນດຳເນີນງານແຫ່ງຊາດ ກ່ຽວກັບການປ້ອງກັນ ແລະ ລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ 2014-2020 ຊຶ່ງກວມເອົາການແກ້ໄຂທຸກຮູບແບບການໃຊ້ຄວາມຮຸນແຮງຢູ່ໃນທຸກສະຖານທີ່ ແລະ ໄດ້ຮັບຮອງເອົາກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນການໃຊ້ຄວາມຮນແຮງຕໍ່ແມ່ຍິງ ແລະ ເດັກ, ຊຶ່ງກວມເອົາການລົງໂທດທາງອາຍາຕໍ່ການບັງຄັບ ແລະ ການຄ້າປະເວນີ, ໄດ້ປະກາດໃຊ້ກົດໝາຍວ່າດ້ວຍການຕ້ານການຄ້າມະນຸດໃນປີ 2016 ແລະ ອື່ນໆ. ທ່ານໄດ້ເນັ້ນວ່າ: ອົງການ UNICEF ຍັງຈະສືບຕໍ່ໃຫ້ການສະຫນັບສະຫນູນ ກະຊວງ ຖວທ ໃນການໂຄສະນາສົ່ງເສີມສິດທິແມ່ຍິງ ແລະ ເດັກ.
ທ່ານໄດ້ກ່າວເຖິງບັນດາຄໍາຫມັ້ນສັນຍາ ຂອງບັນດາຮອງເຈົ້າແຂວງໃນທົ່ວປະ ເທດ ເນື່ອງໃນໂອກາດວັນເດັກໂລກ 2022 ໃນວັນທີ 18 ພະຈິກ 2022 ບັນດາຮອງເຈົ້າແຂວງທັງ 17 ແຂວງ ແລະ ນະຄອນຫຼວງ ຂອງ ສປປ ລາວ ໄດ້ພົບປະເພື່ອສົນທະນາກັບເດັກນ້ອຍ ແລະ ໄວ ໜຸ່ມ ກ່ຽວກັບຄວາມຄືບໜ້າໃນການຈັດຕັ້ງປະຕິບັດສົນທິສັນຍາວ່າດ້ວຍສິດທິເດັກ, ວິໄສທັດສຳລັບຄົນລາວລຸ້ນປີ 2030, ເປົ້າຫມາຍການພັດທະນາແບບຍືນຍົງ 1.2 ຫລື SDG 1.2 ແລະ ເປົ້າ ໝາຍໃນການຫຼຸດຜ່ອນລະດັບຄວາມທຸກຍາກໃນຫຼາຍມິຕິຂອງເດັກໃຫ້ຫຼຸດລົງເຄິ່ງໜຶ່ງ ພາຍໃນປີ 2030. ໃນກອງປະຊຸມຮອງເຈົ້າແຂວງທັງ 17 ແຂວງ ແລະ ນະຄອນຫຼວງ ແລະ ຄະນະກຳມະການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ໄດ້ສືບຕໍ່ຄໍາໝາຍໝັ້ນໃນການຫຼຸດຜ່ອນອັດຕາຂອງເດັກຕໍ່າກວ່າ 05 ປີ ທີ່ຂາດສານອາຫານແບບລວງສູງຫຼຸດມາດຕະຖານ (ເຕ້ຍ) ແລະ ເດັກຂາດສານອາຫານແບບກະທັນຫັນ (ຈ່ອຍ); ເພີ່ມຈໍານວນເດັກນ້ອຍທີ່ມີອາຍຸຕໍ່າກວ່າ 01 ປີ ໃຫ້ໄດ້ຮັບການສັກວັກຊີນປ້ອງກັນພະຍາດຕ່າງໆຢ່າງຄົບທ້ວນ; ເພີ່ມຈໍານວນເມືອງ ແລະ ບ້ານໃນທົ່ວປະເທດທີ່ສາມາດຢຸດຕິການຖ່າຍຊະຊາຍ; ເພີ່ມທະວີໂອກາດ ແລະ ເວທີການສໍາລັບເດັກໃນການມີສ່ວນຮ່ວມໃນການຕັດສິນໃຈທີ່ສົ່ງຜົນຕໍ່ຊີວິດການເປັນຢູ່ຂອງພວກເຂົາ; ຮ່ວມມືກັບຄູ່ຮ່ວມພັດທະນາໂດຍການມີສ່ວນຮ່ວມຢ່າງຫ້າວຫັນ ຂອງເດັກນ້ອຍໃນການຈັດຕັ້ງປະຕິບັດມາດຕະການຫຼຸດຜ່ອນ ແລະ ການປັບຕົວຕໍ່ກັບການປ່ຽນ ແປງສະພາບດິນຟ້າອາກາດ ແລະ ໄພ ພິບັດທາງທຳມະຊາດ.
ກອງປະຊຸມສຳມະນາການຍົກສູງ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ບັນດາພະ ນັກງານໃນການຕິດຕາມ-ກວດກາການຈັດຕັ້ງປະຕິບັດການປັບປຸງຊີວິດການເປັນຢູ່ໃຫ້ດີຂຶ້ນຂອງແມ່ຍິງ-ເດັກນ້ອຍ ແລະ ການຮ່ວມມືສາກົນ ໃນຂະແໜງ ຖວທ ຍັງຈະໄດ້ສືບຕໍ່ຈັດຂື້ນ ທີ່ ແຂວງ ສະຫວັນນະເຂດ ໃຫ້ບັນດາແຂວງພາກກາງ ແລະ ພາກໃຕ້ ໃນທ້າຍເດືອນມັງກອນ ປີ 2023 ທີ່ຈະມາເຖິງນີ້.
Loading...