ວັນທີ 12 ຕຸລາ ນີ້, ພົນຕີ ທອງເຫຼັກ ມັງໜໍ່ເມກ ຮອງລັດຖະມົນຕີ ກະຊວງ ປກສ ໄດ້ນຳເອົາ ເງິນຈຳນວນ 30 ລ້ານກີບ ແລະ ອຸປະກອນຮັບໃຊ້ ວຽກງານວິຊາສະເພາະ ມອບໃຫ້ກອງບັນຊາການ ປກສ ແຂວງຫຼວງນໍ້າທາ, ຕາງໜ້າຮັບໂດຍ ພັນເອກ ຄຳພັດ ພົມພິພັກ ຮອງຫົວໜ້າກອງບັນຊາການ ປກສ ແຂວງຫຼວງນໍ້າທາ ພ້ອມຄະນະ.
ການມອບອຸປະກອນຮັບໃຊ້ວຽກງານວິຊາສະ ເພາະ ແລະ ເງິນໃນຄັ້ງນີ້ ແມ່ນເພື່ອເປັນການຊຸກຍູ້ການປະຕິບັດໜ້າທີ່ປ້ອງກັນຄວາມສະຫງົບພາຍ ໃນແຂວງຫຼວງນໍ້າທາ ໃຫ້ມີຄວາມສະດວກຂຶ້ນຕື່ມແລະ ຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງ ການຂອງການປະຕິບັດໜ້າທີ່ວິຊາສະເພາະ ມີຄວາມຮັບປະກັນໃຫ້ສັງຄົມມີຄວາມສະຫງົບປອດ ໄພ.
ໃນໂອກາດນີ້, ທ່ານຮອງລັດຖະມົນຕີກະຊວງ ປກສ, ພ້ອມຄະນະ ໄດ້ໃຫ້ທິດແນະນຳວຽກກວດກາຄວາມພ້ອມໃນການຈັດກອງປະຊຸມເຜີຍແຜ່ແຜນການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ( 2021-2023 ) ທີ່ຈະຈັດຂຶ້ນໃນວັນທີ 13 ຕຸລາ 2021 ໃຫ້ມີຄວາມພ້ອມ ແລະ ຮັບປະກັນທາງດ້ານສະຖານທີ່, ເນື້ອໃນ ແລະ ໃຫ້ມີຜົນສຳເລັດຢ່າຈົບງາມ,ພ້ອມທັງໃຫ້ມີຄວາມຮັບປະກັນທາງດ້ານການປ້ອງກັນເຊື້ອພະ ຍາດໂຄວິດ-19.
ຂ່າວ-ພາບ: ຄຳໂຖ ວັນນະລາດ


