ກະຊວງແຜນການ ແລະ ການລົງ ທຶນ (ຜທ) ໄດ້ຈັດພິທີປະກາດການຈັດຕັ້ງຫຼາຍຕຳແໜ່ງ ຊຶ່ງພິທີດັ່ງກ່າວ ໄດ້ຈັດຂຶ້ນວັນທີ 3 ກຸມ ພາ ນີ້ ຢູ່ກະຊວງດັ່ງກ່າວ ໂດຍການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະ ຊວງແຜນການ ແລະ ການລົງທຶນ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີໄດ້ປະກາດແຕ່ງຕັ້ງ ທ່ານ ສະຖາບັນດິດ ອິນສີຊຽງໃໝ່ ຮອງລັດຖະມົນຕີ ກະຊວງ ຜທ ເປັນຄະນະປະຈໍາພັກ ກະຊວງ ຜທ, ທ່ານນາງ ພອນສະຫຼີ ສຸກສະຫວັດ ຫົວໜ້າສູນສະຖິຕິແຫ່ງ ຊາດ ເປັນຄະນະປະຈໍາພັກ ກະ ຊວງ ຜທ, ທ່ານ ວຽງຊັນ ຈັນທາ ເປັນຫົວໜ້າຫ້ອງການຄະນະກໍາມະການຮ່ວມມືລາວ-ຫວຽດ ນາມ, ທ່ານນາງ ພັນຈິນດາ ເລັ່ງສະຫວັດ ເປັນຫົວໜ້າຫ້ອງການຄະນະກໍາມະການຮ່ວມມືລາວ- ຈີນ, ທ່ານ ໄພເລີດ ພົນບູລົມ ເປັນຫົວໜ້າກົມແຜນການ ກະຊວງ ຜທ, ທ່ານ ຟອງສະມຸດ ຄໍາວານວົງສາ ເປັນຫົວໜ້າຫ້ອງການສູນສະຖິຕິແຫ່ງຊາດ ກະຊວງ ຜທ, ທ່ານ ສອນປະເສີດ ດາລາວົງ ເປັນຫົວໜ້າຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ ກະຊວງ ຜທ, ທ່ານ ສິດທີຣົດ ຣາຊະພົນ ເປັນຫົວໜ້າສູນຄົ້ນຄວ້ານະໂຍບາຍການພັດທະ ນາ ກະຊວງ ຜທ, ທ່ານ ບຸນມີ ວິໄລຈິດ ເປັນຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງ ຜທ, ທ່ານ ວັດທະນາ ນໍລິນທາ ເປັນວ່າການຫົວໜ້າຫ້ອງການ ກະຊວງ ຜທ, ທ່ານນາງ ພອນທິບ ພານິພົງ ເປັນຮອງຫົວໜ້າຫ້ອງການ ກະ ຊວງ ຜທ ແລະ ທ່ານ ໂຄສະດາ ວົງຊະນະ ເປັນຮອງຫົວໜ້າກົມ ແລະ ເປັນເລຂາທ່ານຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງ ຜທ.
ທ່ານ ສອນໄຊ ສີພັນດອນ ໄດ້ກ່າວວ່າ: ການແຕ່ງຕັ້ງ-ປັບປຸງກົງຈັກການຈັດຕັ້ງຄັ້ງນີ້ ເພື່ອໃຫ້ແທດ ເໝາະ ແລະ ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ວຽກງານ ເຮັດໃຫ້ວຽກງານຂອງບັນດາກົມກອງພາຍໃນ ກະຊວງ ຜທ ມີກົງຈັກທີ່ສົມບູນ ມີຄວາມໜັກແໜ້ນເຂັ້ມແຂງ ແລະ ສາມາດຈັດຕັ້ງຜັນຂະຫຍາຍແນວທາງ ຂອງພັກ-ລັດ ແບບແຜນຍຸດທະສາດຂອງຂະແໜງ ຜທ ໃຫ້ປະສົບຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້ ແລະ ອີກອັນໜຶ່ງ ກໍສະແດງຄວາມຊົມເຊີຍບັນດາສະຫາຍທີ່ໄດ້ຮັບການແຕ່ງຕັ້ງ ແລະ ສັບຊ້ອນໜ້າທີ່ໃໝ່ ຊຶ່ງບັນດາສະຫາຍ ກໍໄດ້ຜ່ານຂະບວນການຝຶກຝົນຫຼໍ່ຫຼອມ ແລະ ຜ່ານບັ້ນທົດສອບ ໃນຊີວິດວຽກງານຕົວຈິງມາຫຼາຍ ແລະ ລ້ວນແຕ່ເປັນພະນັກງານທີ່ໄດ້ຮັບຄວາມໄວ້ເນື້່ອເຊື່ອໃຈຈາກມະຫາຊົນ ແລະ ການຈັດຕັ້ງຂັ້ນເທິງ, ມີຄວາມບຸກບືນຈັດຕັ້ງປະຕິບັດໜ້າທີ່ວຽກງານຕາມການມອບໝາຍໃຫ້ ແລະ ມີຜົນສຳເລັດເປັນກ້າວໆມາ, ອີກດ້ານໜຶ່ງ ພວກສະຫາຍກໍເປັນພະນັກງານທີ່ມີຄວາມຮູ້ ຄວາມສາມາດ ມີປະສົບການຕົວຈິງສົມຄູ່ກັບໜ້າທີ່ວຽກງານ ທາງດ້ານຄຸນສົມບັດ ຄຸນທາດການເມືອງກໍມີຄວາມໜັກແໜ້ນ ເປັນຜູ້ທີ່ຢຶດໝັ້ນຫຼັກການນຳພາຂອງພັກ, ມີຄຸນສົມບັດສິນທຳປະຕິວັດ ແລະ ມີຄວາມດຸໝັ່ນອົດທົນ ມີຄວາມສາມັກຄີ ມີລະບຽບວິໄນ ແລະ ເຄົາລົບກົດລະບຽບຂອງພັກ-ກົດໝາຍຂອງລັດ ແລະ ເຊື່ອໝັ້ນວ່າ ບັນດາສະຫາຍທີ່ໄດ້ຮັບການສັບຊ້ອນ ແຕ່ງຕັ້ງ ຄັ້ງນີ້ ຈະສືບຕໍ່ຜັນຂະຫຍາຍບົດຮຽນ ປະສົບການ ແລະ ຄວາມຮູ້ຄວາມສາມາດຂອງຕົນ ເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ ແລະ ສຸມທຸກສະຕິປັນຍາຄົ້ນຄວ້າວຽກງານທີ່ຕົນຮັບຜິດຊອບ ໃຫ້ເກີດດອກອອກຜົນ ແລະ ມີປະສິດທິຜົນສູງຂຶ້ນເລື້ອຍໆ.
ຂ່າວ-ພາບ: ວຽງຈັນໃໝ່
