ກະຊວງ ພະລັງງານ ແລະ ບໍ່ແຮ່ ໄດ້ສໍາເລັດການສ້າງຮ່າງກົດໝາຍ ວ່າດ້ວຍຄວາມປອດໄພຂອງເຂື່ອນ ແລະ ພວມຢູ່ໃນຂັ້ນຕອນທາບທາມປະກອບຄໍາເຫັນ ເພື່ອແນໃສ່ເຮັດໃຫ້ມີເນື້ອໃນສົມບູນ ແລະ ສາມາດນໍາເຂົ້າໄປຄົ້ນຄ້ວາພິຈາລະນາ ເພື່ອຮັບຮອງຢູ່ກອງປະຊຸມສະພາແຫ່ງຊາດໃນໄວໆ ນີ້. ເຊີ່ງກອງປະຊຸມທາບທາມຄັ້ງທໍາອິດຈັດຂຶ້ນຢູ່ກະຊວງພະລັງງານ ແລະ ບໍ່ແຮ່ ໃນວັນທີ 19 ມັງກອນ 2022 ໂດຍຜ່ານລະບົບທາງໄກ ພາຍໃຕ້ການເປັນປະທານຂອງ ທ່ານ ສີນາວາ ສຸພານຸວົງ ຮອງລັດຖະມົນຕີ ກະຊວງ ພະລັງງານ ແລະ ບໍ່ເເຮ່. ມີຕາງໜ້າຈາກບັນດາກະຊວງກ່ຽວຂ້ອງ, ພ້ອມດ້ວຍຕາງໜ້າພະແນກພະລັງງານ ແລະ ບໍ່ແຮ່ 7 ແຂວງ ຄື: ຜົ້ງສາລີ, ອຸດົມໄຊ, ຫົວພັນ, ໄຊຍະບູລີ, ຄໍາມ່ວນ, ເຊກອງ ແລະ ແຂວງ ອັດຕະປື ເຂົ້າຮ່ວມ.
ຈຸດປະສົງຂອງກອງປະຊຸມຄັ້ງນີ້ ເພື່ອຂໍຄໍາເຫັນນໍາພະ ແນກການທີ່ກ່ຽວຂ້ອງຂັ້ນແຂວງຂອງ 7 ແຂວງດັ່ງກ່າວ ເພື່ອນໍາເອົາຄໍາເຫັນ ແລະ ຂໍ້ສະເຫນີມາປັບປຸງຮ່າງກົດ
ຫມາຍນໍາພາກສ່ວນທີ່ມີຫນ້າທີ່ຄຸ້ມຄອງ ແລະ ອະນຸຍາດການວາງແຜນ, ກໍ່ສ້າງ ແລະ ດໍາເນີນງານ ເພາະຮ່າງກົດຫມາຍສະບັບນີ້ ຈະໄດ້ຄຸ້ມຄອງເຂື່ອນທຸກປະເພດ, ຈັດປະ ເພດເຂື່ອນ ແລະ ແບ່ງເຂື່ອນຢູ່ໃນຄວາມສ່ຽງຂັ້ນຕ່າງໆ, ກໍານົດວຽກຄວມຄຸມມາດຕະຖານ ຫຼື ຄຸນນະ ພາບໃນແຕ່ລະຂັ້ນຕອນການພັດທະນາເຂື່ອນ, ແບ່ງຄວາມຮັບຜິດຊອບໃນການອະນຸຍາດ ແລະ ການກວດກາຄຸນນະພາບຂອງເຂື່ອນໃນແຕ່ລະຂັ້ນຕອນລະຫວ່າງ ສູນກາງ ແລະ ທ້ອງ ຖິ່ນ ແລະ ບັນຫາສໍາຄັນອື່ນໆ.
ທ່ານ ສີນາວາ ສຸພານຸວົງ ໃຫ້ຮູ້ວ່າ: ຜ່ານການລົງກວດກາບັນດາເຂື່ອນຕົວຈິງ ແລະ ຈັດປະຊຸມຖອດຖອນບົດ ຮຽນຄວາມປອດໄພຂອງເຂື່ອນຫຼາຍຄັ້ງທີ່ຜ່ານມາ ສາມາດສະຫຼຸບໄດ້ວ່າ: ໄລຍະຜ່ານມາບັນດາກົດຫມາຍ ແລະ ນິຕິກໍາທີ່ຄຸ້ມຄອງຄວາມປອດໄພຂອງເຂື່ອນຢູ່ປະເທດເຮົາ ຍັງມີຫນ້ອຍ ແລະ ບໍ່ທັນເຫມາະສົມກັບສະພາບການຂອງໂລກປັດຈຸບັນທີ່ມີໄພທໍາມະຊາດເກີດຂຶ້ນຫຼາຍ ແລະ ຮ້າຍ ແຮງ, ນິຕິກໍາທີ່ມີຍັງມີລັກສະນະສົ່ງເສີມການລົງທຶນຫຼາຍ ແຕ່ບໍ່ທັນເວົ້າເຖີງຄວາມປອດໄພຫຼາຍ, ການຈັດຕັ້ງປະຕິ ບັດ ແລະ ການບັງຄັບໃຊ້ກົດຫມາຍ ຫຼື ນິຕິກໍາຍັງບໍ່ທັນແຂງແຮງ, ການແບ່ງຂັ້ນຄຸ້ມຄອງ ແລະ ຄວາມຮັບຜິດ ຊອບໃຫ້ພາກສ່ວນຕ່າງໆ ທີ່ກ່ຽວຂ້ອງໃນດ້ານຄວາມປອດໄພຂອງເຂື່ອນ ຍັງບໍ່ທັນຈະແຈ້ງ ແລະ ລະອຽດ, ຄວາມຮູ້ຄວາມສາມາດ ແລະ ເອົາໃຈໃສ່ຄຸ້ມຄອງເຂື່ອນໃຫ້ມີຄວາມປອດໄພຂອງຂະແຫນງພະລັງງານ ແລະ ບໍ່ແຮ່ ແຕ່ສູນກາງ ແລະ ທ້ອງຖິ່ນຍັງບໍ່ທັນເຮັດໄດ້ດີ ແລະ ອື່ນໆ.
ທ່ານ ສີນາວາ ສຸພານຸວົງ ໃຫ້ຮູ້ຕື່ມວ່າ: ປັດຈຸບັນລາວເຮົາ ມີເຂື່ອນໄຟຟ້າ 88 ແຫ່ງ ແລະ ບໍ່ແຮ່ ອີກ 10 ແຫ່ງ. ໄລຍະຜ່ານມາ ເກີດມີ 3 ເຂື່ອນໄດ້ແຕກພັງໃນປີ 2015, 2017 ແລະ 2018, ໃນນີ້ ເສຍຫາຍໜັກ ແມ່ນການແຕກພັງຂອງເຂື່ອນເຊປ່ຽນ-ເຊນໍ້ານ້ອຍ ເຊີ່ງເປັນໂຄງການຂະ
ຫນາດໃຫຍ່ ຕັ້ງຢູ່ທີ່ແຂວງຈໍາປາສັກ ແລະ ແຂວງ ອັດຕະປື. ຮ່າງກົດຫມາຍ ວ່າດ້ວຍຄວາມປອດໄພຂອງເຂື່ອນທີ່ປະກອບມີ XII ພາກ, 92 ມາດຕາ ແມ່ນຫນຶ່ງໃນກົດຫມາຍທີ່ນອນຢູ່ໃນແຜນ ການສ້າງຂອງລັດຖະບານ ແຕ່ປີ 2021-2025, ພ້ອມດຽວກັນ ສະພາແຫ່ງຊາດໄດ້ຮັບຮອງເອົາຮ່າງກົດຫມາຍນີ້ເຂົ້າຜ່ານໃນກອງປະຊຸມສະໄຫມສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ໃນເດືອນມິຖຸນາ 2022 ນີ້.
ຂ່າວ: ບຸນຕຽງ ຈັນທະວົງ
ພາບ: ແສງຈັນ


