ນັກກິລາກິລາກະຕໍ້ປະເພດຄູ່ຊາຍ ກະຊວງປ້ອງກັນຄວາມສະຫງົບ (ປກສ) ໃນຮອບຊີງຊະນະເລີດ ຫຼື ຮອບຊີງຫຼຽນຄຳ ເອົາຊະນະ ແຂວງຊຽງຂວາງ ເຈົ້າພາບ ໄປໄດ້ແບບສະບາຍ 2-0 ຄູ່ ໄດ້ຫຼຽນຄຳມາຄອງສຳເລັດ ໃນການແຂ່ງຂັນກິລາກະຕໍ້ງານມະຫະກຳກິລາແຫ່ງຊາດ ຄັ້ງທີ 11 ຫຼື ຊຽງຂວາງ ເກມ ເຊີ່ງຮອບຊີງຊະນະເລີດ ຈັດຂຶ້ນໃນວັນທີ 15 ທັນວາ 2022 ທີ່ສະໂມສອນກິລາໃນຮົ່ມ ວິທະຍາໄລຄູຄັງໄຂ ເມືອງແປກ. ສ່ວນ ແຂວງຊຽງຂວາງ ເຈົ້າພາບ ໄດ້ພຽງຫຼຽນເງິນ ແລະ ຫຼຽນທອງຮ່ວມ ເປັນຂອງນັກກິລາຈາກນະຄອນຫຼວງວຽງຈັນ ແລະ ແຂວງຄຳມ່ວນ.


ສ່ວນປະເພດທີມຄູ່ຊຸດຍິງ ຫຼຽນຄຳ ເປັນຂອງແຂວງຊຽງຂວາງ ເຈົ້າພາບ, ຫຼຽນເງິນ ກະຊວງປ້ອງກັນປະເທດ ແລະ ຫຼຽນທອງຮ່ວມ ນະຄອນຫຼວງວຽງຈັນ ແລະ ແຂວງຄຳມ່ວນ.
