ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ຕາມການລາຍງານຈາກ ທ່ານ ນາງ ລະອອງຈັນ ແຜ່ນມະນີ ຮອງຫົວໝ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງຈຳປາສັກ, ທັງເປັນຜູ້ຊີ້ນຳວຽກງານປູກຝັງ ແລະ ລ້ຽງສັດ ໃຫ້ຮູ້ວ່າ: ປັດຈຸບັນ ທົ່ວເມືອງຈຳປາສັກ ໄດ້ສຳເລັດການເກັບກ່ຽວເຂົ້ານາປີ ແລ້ວ 80% ຂອງການເກັບກ່ຽວ ໃນເນື້ອທີ່ເກັບກ່ຽວຕົວຈິງ 15.700 ກວ່າເຮັກຕາ.
ສະເພາະປີນີ້. ເມືອງຈຳປາສັກ ມີຄວາມສະດວກໃນການດຳເນີນການຜະລິດ ຍ້ອນບໍ່ມີຜົນກະທົບຈາກໄພທຳມະຊາດ ເຊັ່ນ: ນໍ້າບໍ່ຖ້ວນ ແລະ ບໍ່ແຫ້ງແລ້ງ ຄືປີຜ່ານໆມາ ແລະ ຄາດວ່າຈະສຳເລັດການເກັບກ່ຽວໃຫ້ໄດ້ 100% ໃນທ້າຍເດືອນ ພະຈິກ 2021 ນີ້.
ຂ່າວ-ພາບ: ໄຊຍະສິດ ສີຫາວົງ